ຄະນະປະຕິບັດງານພັດພະລັງງານໄຟຟ້າ ສປປລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ.ຫວຽດນາມ ແລະ ຣາຊະອານາຈັກ ກຳປູເຈຍ

          ລະຫວ່າງວັນທີ 6-12 ມີນາ 2024 ນີ້, ຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ນໍາພາໂດຍ ທ່ານ ຄຳຫຼ້າ ວິຈິດວົງສາ ຫົວໜ້າກົມກວດກາ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ, ພົບປະ, ເຮັດວຽກ ແລະ ຖອດຖອນບົດຮຽນກ່ຽວກັບການພັດທະນາພະລັງງານໄຟຟ້າ ຢູ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຣາຊະອາຈັກກຳປູເຈຍ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານພະລັງງານໄຟຟ້າ ກະຊວງພະລັງງານ ແລະ ບໍ່ແຮ່ ໃນຄັ້ງນີ້ກໍ່ເພື່ອສຶກສາການເຊື່ອມຕໍ່ຕາຂ່າຍກັບບັນດາປະເທດອ້ອມຂ້າງ ແລະ ລະບຽບການຂອງແຕ່ລະປະເທດ; ຊອກຫາທ່າແຮງການເຊື່ອມຕໍ່ຕາຂ່າຍພະລັງງານໃນພາກພື້ນ; ລະບຽບການກ່ຽວກັບການດຳເນີນງານຂອງລະບົບສາຍສົ່ງ ແລະ ການດຳເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າຕົກ ທີ່ມີພະລັງງານທົດແທນອື່ນມາເສີມ.
          ສຳລັບຢູ່ ສສ.ຫວຽດນາມ ໄດ້ພົບປະກັບ ທ່ານ ຟ້າມກວາງຮຸຍ ຮອງຫົວໜ້າກົມໄຟຟ້ານ້ຳຕົກ, ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ວັນທີ 8 ມີນາ 2024 ຜ່ານມານີ້, ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າຫວຽດນາມ ມະຫາຊົນ, ນະຄອນຫຼວງຮ່າໂນ້ຍ, ສສ.ຫວຽດນາມ. ເນື້ອໃນການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນຄັ້ງນີ້ ແມ່ນຢູ່ໃນຂອບເຂດໂຄງການ “ທີ່ປຶກສານະໂຍບາຍຂອງຂະແໜງໄຟຟ້າແຫ່ງ ສປປ ລາວ, ແຜນແມ່ບົດກ່ຽວກັບການເຊື່ອມໂຍງພະລັງງານເຂົ້າສູ່ຄວາມເປັນກາງຂອງກາກບອນແບບຍືນຍົງ, ປັບປຸງຄຸນນະພາບໄຟຟ້າຜ່ານຕາຂ່າຍໄຟຟ້າ ຍົກລະດັບລະບົບການບັງຄັບໃຊ້ໃຫ້ມີປະສິດທິຜົນ” ຊຶ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA), ຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ປະກອບມີຫ້ອງການກະຊວງ, ກົມຄຸ້ມຄອງພະລັງງານ, ກົມສົ່ງເສີມ ແລະ ປະຢັດພະລັງງານ; ກົມນະໂຍບາຍ ແລະ ແຜນພະລັງງານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ກົມແຜນການ ແລະ ການຮ່ວມມື, ກົມກວດກາ, ກົມຈັດຕັ້ງພະນັກງານ ແລະ ພະນັກງານ ແລະ ທີ່ປຶກສາຂອງອົງການໄຈກາ.

           ທ່ານ ຟ້າມກວາງຮຸຍ ຮອງຫົວໜ້າກົມໄຟຟ້ານ້ຳຕົກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ທີ່ໄດ້ມາເຄື່ອນໄຫວ, ເຮັດວຽກ ແລະ ແລກປ່ຽນບົດຮຽນກັບກົມໄຟຟ້ານ້ຳຕົກ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ຄັ້ງນີ້. ພ້ອມກັນນັ້ນ, ທ່ານ ຟ້າມກວາງຮຸຍ ເຊື່ອໝັ້ນວ່າ ໂຄງການດຳເນີນງານຂອງຄະນະເຮັດວຽກຈະສ້າງໂອກາດເພື່ອໃຫ້ສອງຝ່າຍຮັດແໜ້ນການຮ່ວມມືຕື່ມອີກ ບົນພື້ນຖານແລກປ່ຽນປະສົບການ.
          ໃນໂອກາດການເຄື່ອນໄຫວ, ແລກປ່ຽນບົດຮຽນ ໃນການພັດທະນາພະລັງງານໄຟຟ້າ ຢູ່ ສສ.ຫວຽດນາມ ຄັ້ງນີ້, ຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ຍັງໄດ້ເຄື່ອນໄຫວແລກປ່ຽນ ແລະ ປຶກສາຫາລືກ່ຽວກັບປະສົບການໃນການສ້າງກອບກົດໝາຍໃຫ້ແກ່ການພັດທະນາອຸດສາຫະກຳໄຟຟ້າລາວ ເຊັ່ນ: ກົດໝາຍວ່າດ້ວຍໄຟຟ້າ; ບັນດານິຕິກຳໃຕ້ກົດໝາຍ ເຊັ່ນ: ລຽບການກ່ຽວກັບການຄຸ້ມຄອງພະລັງງານ, ການດຳເນີນງານຂອງລະບົບໄຟຟ້າ (Grid Code); ຊີ້ແຈງບາງໜ້າທີ່ ແລະ ໜ້າທີ່ສະເພາະຂອງອົງການຄຸ້ມຄອງໄຟຟ້າຫວຽດນາມ; ພ້ອມທັງບັນດາສິ່ງທ້າທາຍທີ່ອົງການຄຸ້ມຄອງໄຟຟ້າຫວຽດນາມ ພວມປະເຊີນໜ້າໃນສະພາບການຫັນປ່ຽນພະລັງງານ; ບາງບັນຫາກ່ຽວກັບລະບຽບການ ແລະ ກົນໄກລາຄາໄຟຟ້າຫວຽດນາມ;…
          ດ້ວຍປະສົບການຕົວຈິງໃນໄລຍະເກືອບ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ກົມໄຟຟ້ານ້ຳຕົກ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ.ຫວຽດນາມ ໄດ້ແບ່ງປັນບົດຮຽນຢ່າງກົງໄປກົງມາ ແລະ ຢ່າງເປີດເຜີຍ ເພື່ອຕອບຄຳຖາມຂອງຄະນະປະຕິບັດງານຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ. ຕອນທ້າຍກອງປະຊຸມ, ທ່ານ ຟ້າມກວາງຮຸຍ, ຮອງຫົວໜ້າກົມເຂື່ອນໄຟຟ້າ ແລະ ຜູ້ຕາງໜ້າຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້ ເຊິ່ງຖືເປັນການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການພັດທະນາໄຟຟ້ານຳຕົກຂອງທັງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງແຂງແຮງ.

           ຕໍ່ມາໃນວັນທີ 11 ມີນາ 2024 ໄດ້ພົບປະ, ເຮັດວຽກກັບກະຊວງບໍ່ແຮ່ ແລະ ພະລັງງານ ຣາຊະອານຈັກກຳປູເຈຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ HENG KUNLENG ຫົວໜ້າກົມພະລັງງານ ນອກນີ້ຝ່າຍກໍາປູເຈຍ ຍັງມີຕົວແທນຈາກໜ່ວຍງານຄຸມຄອງກົດລະບຽບໄຟຟ້າຂອງກໍາປູເຈຍ Electricity Authority of Cambordia (EAC) ແລະ ໄຟຟ້າກໍາປູເຈຍ (EDC) ກໍ່ເຂົ້າຮ່ວມນໍາ ໃນກອງປະຊຸມໄດ້ແລກປ່ຽນກັນຫຼາຍບັນຫາທີ່ສໍາຄັນເຊັ່ນ: ແຜນພັດທະນາພະລັງງານຂອງປະເທດກໍາປູເຈຍ, ແຜນການການເຊື່ອມຕໍ່ລະບົບສາຍສົ່ງລະຫວ່າງປະເທດ, ແຜນການນໍາເຂົ້າໄຟຈາກລາວ ແລະ ການແລະປ່ຽນບົດຮຽນກ່ຽວກັບການສ້າງຕັ້ງ ແລະ ພາລະບົດບາດຂອງ EAC ເປັນຄືແນວໃດ ເຊິ່ງບັນຫາດັ່ງກ່າວໄດ້ມີການແລກປ່ຽນໃນທີ່ປະຊຸມ ສິ່ງທ້າທ້າຍຂອງການພັດທະນາແຫຼ່ງພະລັງງານຂອງກໍາປູເຈຍໃນອານາຄົດ ແມ່ນຈະສຶກສາສ້າງເຂື່ອນໄຟຟ້ານໍາຕົກຕາມລໍານໍ້າຂອງ, ໄຟຟ້າແສງຕາເວັນ, ພະລັງງານລົມ ແລະ ຍັງມີວິໄສທັດສຶກສາສ້າງໂຮງງານຜະລິດໄຮໂດຼເຈນ ແລະ ພະລັງງານນິວເຄຼຍໃນໄລຍະຫຼັງປີ 2050. ກ່ຽວ EAC ແມ່ນເປັນຜູະອອກກົດລະບຽບການຕ່າງໆ ກ່ຽວກັບກິດຈະການໄຟຟ້າ ຂອງ EDC ປະເທດ ຫຼື IPP ຈັດຕັ້ງປະຕິບັດ ເຊັ່ນ: ການອອກໃບອະນຸຍາດຕ່າງ (Licenses), ການກໍານົດລາຄາໄຟຟ້າ ທັງຜູ້ຊື້ ແລະ ຜູ້ຂາຍ, ຕິດຕາມກວດກາມີຄໍາເຫັນຕໍ່ແຜນພັດທະນາໄຟຟ້າ, ກວດກາມີຄໍາເຫັນຕໍ່ມາດຕະຖານເຕັກໄຟຟ້າ Grid code ແລະ ອື່ນໆ.

ໂດຍ: ຄຳແສງ ແກ້ວປະເສີດ