ໃນວັນທີ 17 ພຶດສະພາ 2024 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບ່ແຮ່ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ ຂະແໜງການຍ່ອຍ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານພະລັງງານອາຊຽນ ຄັ້ງທີ 28. 28th Energy Efficiency and Conservation Sub-Sector Network ( EE&C-SSN) Meeting of the ASEAN Energy Cooperation ເປັນກອງປະຊຸມ ສະຫຼຸບ ສັງລວມການຈັດຕັ້ງປະຕິບັດກອງປະຊຸມຂະແໜງການ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານອາຊຽນ ຄັ້ງທີ 28 ໃຫ້ກຽດເປັນປະທານ ໂດຍທ່ານ ນາງ ສັນທິສຸກ ພີມພະຈັນ ຮັກສາການຫົວໜ້າ ກົມນະໂຍບາຍ ແລະ ແຜນພະລັງງານ ແລະ ທ່ານ ນາງ ອາພິຣາດີ ທໍາມະໂນໄມ ຫົວໜ້າ ພະແນກ ຍຸດທະສາດ ແລະ ການວາງແຜນ, ກົມພັດທະນາພະລັງງານທາງເລືອກ ແລະ ປະສິດທິພາບພະລັງງານ. ແລະ ທ່ານ ຄິດສະໂຕເຟີ ຈີສະໂມລາ ສູນພະລັງງານອາຊຽນ.
ຈຸດປະສົງຂອງປະຊຸມມື້ນີ້ ແມ່ນເພື່ອລາຍງານຜົນໄດ້ຮັບ ແລະ ຄວາມຕ້ອງການປະຕິບັດຕາມຈາກກອງປະຊຸມ EE&C SSN ຄັ້ງທີ 27, ຄັ້ງທີ 41 ບາງອັນທີ່ພິເສດ, ໂດຍສະເພາະປີ 2024 ສປປ ລາວ ການຈັດວາງບາງໜ້າວຽກດ້ານພະລັງງານທີ່ເປັນບຸລິມະສິດ. ແລະ ບົດລາຍງານກ່ຽວກັບຜົນໄດ້ຮັບ ແລະ ຄໍາແນະນໍາຂອງຄະນະກໍາມະການຜູ້ໃຫ້ຄະແນນຕັດສີນການປະກວດການອະນຸລັກ ແລະ ປະຢັດພະລັງງານ (BOJ) ຂອງອາຊຽນ ໃນວຽກງານການປະຢັດ ແລະ ອະນຸລັກພະລັງງານ ປະຈໍາປີ 2024 ໃນສາມປະເພດ ການອະນຸລັກປະຢັດພະລັງງານໃນພາກອາຄານ 25 ອາຄານ (Energy Efficent Building) , ອາຄານປະຢັດພະລັງງານ 13 ອາຄານ (Green Building), ແລະ ການບໍລິຫານຈັດການພະລັງງານ 28 ໂຮງງານ (Energy Management) ລວມທັງໝົດ 66 ແຫ່ງ ທີ່ສົ່ງເຂົ້າປະກວດ ແລະ ມີຫົກປະເທດສົ່ງເຂົ້າປະກວດຄື: ອີນໂດເນເຊຍ, ສປປ ລາວ,ມາເລເຊຍ, ຟີລີປີນ, ສິງກະໂປ ແລະ ປະເທດໄທ,
ລາຍງານຜົນການສະເໜີກ່ຽວກັບການຝຶກອົບຮົມ ການປະຢັດ ແລະ ອະນຸລັກພະລັງງານ ຂອງອາຊຽນ ລາຍງານຜົນການຈັດຕັ້ງປະຕິບັດ ກອງປະຊຸມທີ່ກ່ຽວຂ້ອງ APAEC 2021-2025 ໄລຍະທີ 2 ທີ່ຍັງຄ້າງ ອາດຈະມີການພິຈາລະນາບັນຫາສໍາຄັນໃນກອງປະຊຸມເພີມເຕີມເພື່ອສຶບຕໍ່ໃຫ້ສໍາເລັດ ພ້ອມທັງລາຍງານຄວາມຄຶບໜ້າວຽກງານການສົ່ງເສີມການອະນຸລັກປະຢັດພະລັງງານໃນ ແຕ່ລະກິດຈະກໍາ ສະຫຼຸບທ່າແຮງການລະດົມທືນສໍາລັບການຮ່ວມມືໂຮງການພະລັງງານ ແລະ ລາຍງານຜົນໄດ້ຮັບການຮ່າງແຜນງານການຈັດຕັ້ງປະຕິບັດ ການຮ່ວມມື ພະລັງງານ ອາຊຽນພາຍຫຼັັັັັັັັງປີ 2025 ກອງປະຊຸມດັ່ງກ່າວໄດ້ປິດລົງໃນ ວັນທີ 17 ພຶດສະພາ 2024 ເວລາ 16:15 ໂມງ.