ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ໃນຫົວຂໍ້ “ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ”

          ຊຸດຝຶກອົບຮົມ ໃນຫົວຂໍ້ “ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ” ໄດ້ຈັດຂຶ້ນທີ່ໂຮງແຮມຊົມວິວ, ເມືອງວັງວຽງ, ແຂວງວຽງຈັນ, ໃນວັນທີ 17-18 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່, ພາຍໃຕ້ໂຄງການຊ່ວຍເຫຼືອ ດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພຂອງເຂື່ອນ (DSTIA). ໂດຍມີ ພະນັກງານວິຊາການຈາກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ລັດວິສາຫະກິດໄຟຟ້າລາວ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ແລະ ອົງການເຮວວີຕັດ ປະຈໍາ ສປປ ລາວ ແລະ ຊ່ຽວຊານຜຸ້ທີ່ມີປະສົບການ ຈຳນວນຜູ້ເຂົ້າຮ່ວມ ທັງໝົດ 30 ທ່ານ.

          ທ່ານ ຫົວໜ້າກົມ ຍັງໃຫ້ຮູ້ຕື່ມວ່າ: ຊຸດຝຶກອົບຮົມໃນຫົວຂໍ້ “ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ” ແມ່ນກິດຈະກຳໜຶ່ງ ທີ່ນອນຢູ່ໃນບັນດາກິດຈະກຳທີ່ຈຳເປັນ ຂອງໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບຫຼັກການດ້ານຄວາມປອດໄພຂອງເຂື່ອນ ທີ່ຈະຊ່ວຍເສີມສ້າງຄວາມສາມາດທາງດ້ານເຕັກນິກວິຊາການ ຂອງ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃນການຄຸ້ມຄອງຄວາມປອດໄພຂອງເຂື່ອນ ໃຫ້ໄດ້ຮັບການປັບປຸງ ແລະ ໄດ້ຮັບໝາກຜົນຫຼາຍຂຶ້ນ.

          ຊຸດຝຶກອົບຮົມ ໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານຂອງກົມ, ລັດວິສາຫະກິດໄຟຟ້າລາວ ແລະ ພບ ແຂວງ ໄດ້ຮຽນຮູ້ ແລະ ເຂົ້າໃຈ ພຶດຕິກຳຂອງໂຄງສ້າງເຂື່ອນ ແລະ ໂຄງສ້າງປະກອບຕ່າງໆ ທີ່ຈະໄດ້ຮັບຜົນກະທົບຈາກ ກິດຈະກຳຕ່າງໆ ຂອງການສຳຫຼວດ ແລະ ຄຸດຄົ້ນແຮ່ທາດທີ່ໃກ້ຄຽງ, ການກຳນົດເຂດຄວາມປອດໄພ ສຳລັບໂຄງສ້າງເຂື່ອນ, ທາງສົ່ງນ້ຳ, ເຮືອນຈັກ ແລະ ອື່ນໆ, ຕະຫຼອດໄລຍະເວລາ ຂອງການຝຶກອົບຮົມ ນັກສຳມະນາກອນຈະໄດ້ພ້ອມກັນ ຖອດຖອນບົດຮຽນ-ປຶກສາຫາລື ໂດຍຍົກເອົາບົດຮຽນຕົວຈິງຂອງໂຄງການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ມາສົນທະນາ ແລະ ແລກປ່ຽນຂໍ້ມູນນຳກັນ, ໂດຍທ່ານ Dr Thierry Bussard ຊ່ຽວຊານທາງດ້ານທໍລະນີວິທະຍາ ຈາກປະເທດ ສະວິດເຊີແລນ ທີ່ມານຳສະເໜີ ຫົວຂໍ້ຄື

1. ຄວາມສ່ຽງ ແລະ ການບໍລິຫານຄວາມສ່ຽງ ຈາກຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ;
2. ຍົກຕົວຢ່າງການບໍລິຫານຄວາມສ່ຽງຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ ຂອງໂຄງ ການເຂື່ອນໄຟຟ້າ ຢູ່ຕ່າງປະເທດ ແລະ ພາຍໃນປະເທດ;
3. ການວິເຄາະຜົນກະທົບ ທາງດ້ານອຸທົກກະສາດ ແລະ ທໍລະນີວິທະຍາ;
4. ຫຼັກການໃນການ ກຳນົດເຂດຄວາມປອດໄພ ສຳລັບໂຄງສ້າງຕ່າງໆ.

          ພ້ອມນັ້ນ, ທາງຊຽວຊານຍັງໄດ້ນນຳສະເໜີບົດຮຽນຈາກຫຼາຍໆປະເທດ ໂດຍສະເພາະແມ່ນບົດຮຽນຈາກປະເທດ ສະວິດເຊີແລນ ແລະ ປະເທດ ໃນທະວິບອາຟຮິກາ ທີ່ມີໂຄງການຄ້າຍໆກັນ ເພື່ອໃຫ້ນັກສຳມະນາເຂົ້າໃຈ ແລະ ເປັນຕົວຢ່າງ ເພື່ອໃຫ້ມີຄວາມເຂົ້າໃຈ ຢ່າງເລິກເຊີງ.

           ຜ່ານການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນ ໄດ້ຍົກລະດັບຄວາມເຂົ້າໃຈ ຕໍ່ກັບການເກັບກຳຂໍ້ມູນທາງດ້ານທໍລະນີສາດ, ບັນດາຄວາມສ່ຽງ, ການວາງແຜນຮັບມືຕໍ່ຜົນກະທົບຈາກກິດຈະກຳບໍ່ແຮ່ ຕໍ່ຄວາມປອດໄພຂອງເຂື່ອນ ແລະ ການແລກປ່ຽນບົດຮຽນ ໃນການຄິດໄລ່ຄ່າຕ່າງໆ ດ້ານທໍລະນີວິທະຍາ, ຄຸນລັກສະນະທາງຝີຊິກ ແລະ ເຄມີ ຂອງວັດສະດຸກໍ່ສ້າງ, ການຄິດໄລ່ຈຸດທີ່ຕັ້ງຂອງເຂື່ອນ ແລະ ການຄິດໄລ່ຮາກຖານຂອງເຂື່ອນ ທີ່ມີກິດຈຳກຳບໍ່ແຮ່ໃກ້ເຂດສຳປະທານຂອງໂຄງການເຂື່ອນໄຟຟ້າ, ເພື່ອນຳໄປອອກແບບໂຕເຂື່ອນ, ປະເມີນຄວາມສ່ຽງ ແລະ ກຳນົດເຂດປອດໄພທີ່ສຸດ ແລະ ໃຫ້ເໝາະສົມກັບຂໍ້ມູນການວິເຄາະທາງດ້ານທໍລະນີ ໃນຈຸດທີ່ຕັ້ງດັ່ງກ່າວ, ພ້ອມທັງຝຶກປະຕິບັດຕົວຈິງໃຫ້ພະນັກງານ ກປພ ໃນການໃຫ້ຄຳແນະນຳກ່ຽວກັບຂໍ້ມູນທໍລະນີວິທະຍາສຳລັບເຂື່ອນ, ການເລືອກທີ່ຕັ້ງຂອງເຂື່ອນ, ການລາດຕະເວນກວດກາສຳຫຼວດຮາກຖານຂອງເຂື່ອນ, ການປະເມີນຄວາມອັນຕະລາຍຈາກການສັ່ນສະເທືອນ ເຂດທີ່ມີກິດຈຳກຳບໍ່ແຮ່ໃກ້ຄຽງ, ດິນເຈື່ອນໃນຂອບເຂດອ້ອມຮອບເຂື່ອນ, ບັນຫາທໍລະນີວິທະຍາທີ່ກ່ຽວຂ້ອງກັບຫີນ ແລະ ຊັ້ນດິນຫຼາກຫຼາຍປະເພດ, ການປະເມີນຄວາມຊັນ, ຄວາມໜາແໜ້ນຂອງນ້ຳ, ລັກສະນະຂອງເຂື່ອນທີ່ມີຄວາມປອດໄພ ແລະ ປັດໄຈທີ່ເຮັດໃຫ້ເຂື່ອນແຕກພັງ ລວມເຖິງໂຄງສ້າງຕໍ່ທ້າຍເຂື່ອນ, ຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການໄດ້ຮັບໝາກຜົນ ແລະ ບັນລຸຕາມແຜນການທີ່ໄດ້ວາງໄວ້, ຊຸດຝຶກອົບຮົມແມ່ນໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ.

ພາບ: ສົມສະນຸກ
ຂໍ້ມູນຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
Website: www.mem.gov.la
ສາຍດ່ວນ: 1506