ພະນັກງານ, ກຳມະກອນ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ, ຂອງພັກ.

          ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2023ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມຫວັງ ສີລາເພັດ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສອນສົມສັກ ບຸນຍະແສງ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ, ກໍາມະກອນໃນຂົງເຂດພະລັງງານ ແລະ ບໍ່ແຮ່ ພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ເອກະສານທີ່ນຳມາເຜີຍແຜ່, ເຊື່ອມຊຶມໃນກອງປະຊຸມຄັ້ງນີ້ມີ: ເອກະສານປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ, ວັນຢຶດອໍານາດ 23 ສິງຫາ ຄົບຮອບ 48 ປີ, ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ແລະ ເຜີຍແຜ່ແນະນໍາແຜນວຽກດ້ານວິຊາສະເພາະຕາມສິດພາລະບົດບາດ ໃນການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມ CLV ທີ່ແຂວງອັດຕະປືຈະເປັນເຈົ້າພາບ. ໃນພິທີທີ່ມີຄວາມໝາຍສຳຄັນນີ້, ຄະນະປະທານກອງປະຊຸມທັງ 3 ທ່ານ ໄດ້ຜັດປ່ຽນກັນຂຶ້ນປະຖະກະຖາ ແລະ ບັນຍາຍເອກະສານຕ່າງໆ

         ໃນນີ້, ເອກະສານປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ ໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ຊຶ່ງເປັນໜຶ່ງໃນຜູ້ນໍາສູງສຸດ ຂອງພັກ ແລະ ລັດ ທີ່ຕິດພັນກັບຂະບວນການປະຕິວັດ, ເປັນວິສະວະກອນເອກ ຂອງປະເທດລາວ ແລະ ເປັນນັກການເມືອງທີ່ມີຈິດໃຈອັນຜ່ອງໃສ, ມີຄວາມຈົງຮັກພັກດີຮ່ວມກັບຜູ້ນຳຄົນອື່ນໆນຳພາຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດໄດ້ໃນວັນທີ 2 ທັນວາ 1975. ຄຸນງາມຄວາມດີ ແລະ ຄວາມເປັນແບບຢ່າງອັນໃສແຈ້ງ ຂອງປະທານ ສຸພານຸວົງ ໄດ້ກາຍເປັນບົດຮຽນອັນລ້ໍາຄ່າທີ່ປະໄວ້ໃຫ້ຄົນຮຸ່ນຫຼັງ, ໂດຍສະເພາະພະນັກງານ-ລັດຖະກອນ ພະແນກ ພບ ແຂວງ ແລະ ຟຟ ລາວ ສາຂາແຂວງອັດຕະປື ທຸກຄົນຕ້ອງໄດ້ຈໍາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ແຫຼ່ງທີ່ມາຂອງຂ່າວ: ອັດຕະປືອອນລາຍ
ກວດແກ້ ແລະ ຮຽບຮຽງ: ຄຳແສງ ແກ້ວປະເສີດ