ຢີ່ປຸ່ນຊ່ວຍເຫຼືອອຸປະກອນບັນທຶກຄວາມຜິດພາດແບບອັດຕາໂນມັດລະບົບໄຟຟ້າ (Digital Fault Recorde) ໃຫ້ ລັດວິສາຫະກິດໄຟຟ້າລາວ

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2024 ຜ່ານມາ, ຢູ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ(ຟຟລ) ໃຫ້ກຽດມອບຂອງ ທ່ານ ໂນຣິຢູກິ ອີໂຕະ ຜູ້ແທນອາວຸໂສ ອົງການຮ່ວມມືສາກົນແຫ່ງປະເທດ ຢີ່ປຸ່ນ (JICA) ແລະ ທ່ານ ມາຊະຮາຣຸ ໂຢໂກະ ຊ່ຽວຊານອົງການຮ່ວມມືສາກົນແຫ່ງປະເທດ ຢີ່ປຸ່ນ (JICA) ປະຈຳ ລາວ ແລະ ກ່າວຮັບຂອງ ທ່ານ ສຸລິວັນ ທໍາມະວົງ ຫົວໜ້າຝ່າຍວາງແຜນ ແລະ ບັນຊາລະບົບໄຟຟ້າ ຕາງໜ້າ ຟຟລ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຊິນ ອິນທະວົງ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ ພ້ອມດ້ວຍພະນັກງານຂອງສອງຝ່າຍເຂົ້າຮ່ວມ.

ອຸປະກອນເຄື່ອງໄຟຟ້າ ທີ່ອົງການຮ່ວມມືສາກົນແຫ່ງ ປະເທດ ຢີ່ປຸ່ນ ນຳມາມອບໃຫ້ ຟຟລ ໃນຄັ້ງນີ້, ຈຸດປະສົງເພື່ອເສີມສ້າງຄວາມສາມາດໃນການວາງແຜນລະບົບຈໍາໜ່າຍພະລັງງານໄຟຟ້າ ແລະ ການດໍາເນີນວຽກງານວິຊາສະເພາະຂອງ ຟຟລ ໂດຍການສ້າງຕັ້ງລະບົບ Grid Codes, ການວາງແຜນ ແລະ ປະຕິບັດລະບົບເຊື່ອມຕໍ່ໄຟຟ້າຫາກັນຢ່າງເໝາະສົມ ດັ່ງນັ້ນຈະເປັນການປະກອບສ່ວນເຂົ້າໃນການເຮັດໃຫ້ລະບົບເຊື່ອມຕໍ່ລະບົບໄຟຟ້າຈາກສະຖານີໄຟຟ້າ ຫາ ສະຖານີໄຟຟ້າດີຂື້ນ ຄາດວ່າການຕິດຕັ້ງ oscilloscopes ຈະປະກອບສ່ວນເຂົ້າໃນການສະຫນອງພະລັງງານໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ ສໍາລັບເຄື່ອງທີ່ໄດ້ຮັບໃນຄັ້ງນີ້ແມ່ນໄດ້ຕິດຕັ້ງຢູ່ 3 ສະຖານີຫຼັກຄື: ສະຖານີໄຟຟ້ານາຊາຍທອງ, ສະຖານີໄຟຟ້າໂຄກສະອາດ ແລະ ສະຖານີໄຟຟ້າດົງໂພສີ ລວມມູນຄ່າທັງໝົດ 315,00ຕ.7 ໂດລາສະຫະລັດອາເມລິກາ.
ພາບ: ວຽງສະຫວັນ ປຣະດິດ
ຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາບດ່ວນ 1506