
ໃນວັນທີ 11 ກໍລະກົດ 2023 ນີ້ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄຊຍະບູລີພ້ອມດ້ວຍພະນັກງານ ລົງເຄື່ອນໄຫວວຽກງານຢູ່ເມືອງ ໄຊສະຖານ ໂດຍໄດ້ສົມທົບກັບອົງການປົກຄອງເມືອງ ໄຊສະຖານ ຈັດພິທີປະກາດຍຸບເລີກກົງຈັກການຈັດຕັ້ງ ຫ້ອງການ ພະລັງງານ ແລະ ບໍ່ແຮ່ເມືອງ ໄຊສະຖານ, ແຂວງ ໄຊຍະບູລີເຊິ່ງມີ ທ່ານ ເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງຢູ່ເມືອງ ໄຊສະຖານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ສົມມິດ ເປືອກແກ້ວ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ແຜນການ, ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ໄຊຍະບູລີ, ສະບັບເລກທີ 927/ຈຂ.ຊຍ, ລົງວັນທີ 4/7/2023 ວ່າດ້ວຍການຍຸບກົງຈັກການຈັດຕັ້ງຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງໄຊສະຖານ ແລະ ໃນຕອນທ້າຍພິທີ ທ່ານ ຫົວໜ້າພະແນກ ໄດ້ມີຄໍາເຫັນຕື່ມກ່ຽວກັບປະຫວັດການສ້າງຕັ້ງຫ້ອງການ, ສະພາບຕົວຈິງຂອງວຽກງານດ້ານພະລັງງານ ແລະ ບໍ່ແຮ່ເມືອງ ໄຊສະຖານ ກ່ອນຍຸບເລີກກົງຈັກດັ່ງກ່າວ ໃຫ້ສອດຄ່ອງກັບຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 190/ຄລສພ, ລົງວັນທີ 29/9/2021 ແລະ ຄໍາແນະນໍາຂອງນາຍົກລັດຖະມົນຕີເລກທີ 01/ນຍ, ລົງວັນທີ 06/12/2021 ແລະ ພ້ອມນັ້ນຍັງໄດ້ລົງຊຸກຍູ້ອຸປະກອນທໍ່ນໍ້າລິນມອບໃຫ້ບ້ານ ປາກລອງ ເມືອງ ໄຊສະຖານເພື່ອເປັນການຊຸກຍູ້ວຽກງານສາມສ້າງອີດດ້ວຍ.
ພາບ ແລະ ຂ່າວ: ພບ ແຂວງ ໄຊຍະບູລີ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
