ສົມມຸດເຫດການໄພນ້ຳຖ້ວມ ແລະ ການຝຶກຊ້ອມອົບພະຍົບ ຂອງໂຄງການເຂື່ອນໄຟຟ້າ ເຊປ່ຽນ-ເຊນໍ້ານ້ອຍ ປະຈຳປີ 2023

          ລະຫວ່າງວັນທີ 23 – 30 ພຶດສະພາ 2023 ທີ່ຜ່ານມາ, ບໍລິສັດ ໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຮ່ວມກັບຂະແໜງການກ່ຽວຂ້ອງທັງຈາກສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ຂັ້ນບ້ານ ແລະ ປະຊາຊົນທີ່ຢູ່ເຂດສ່ຽງໄພຂອງໂຄງການ ໄດ້ຈັດກອງປະຊຸມປະຊາສຳພັນ, ເຜີຍແຜ່ ແລະ ຝຶກຊ້ອມການອົບພະຍົບ ໂດຍການສົມມຸດເຫດການໄພນ້ຳຖ້ວມ ທີອາດຈະເກີດຈາກເຂື່ອນຊ່ວຍ ຂອງໂຄງການເຂື່ອນໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ໃນປີ 2023. ໂດຍການເຂົ້າຮ່ວມ ແລະ ນໍາພາຂອງ ທ່ານ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຄຸ້ມຄອງໄພພິບັດຂັ້ນເມືອງ, ຕາງໜ້າຫ້ອງວ່າການປົກຄອງເມືອງ, ຕາງໜ້າຫ້ອງການ ພບ ເມືອງ, ຕາງໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການສາທາລະນະສຸກເມືອງ, ຫົວໜ້າ ປກສ ເມືອງ, ຫົວໜ້າ ປກຊ ເມືອງ, ຫົວໜ້າກຸ່ມ, ເລຂາກຸ່ມ, ສະຖາບັນການສຶກສາ ແລະ ຖະແຫຼງຂ່າວວັດທະນາທຳ, ນາຍບ້ານ, ຮອງນາຍບ້ານ, ຕາງໜ້າຈຳນວນຄອບຄົວ-ຫຼັງຄາເຮືອນ, ການປົກຄອງທ້ອງຖິ່ນທຸກພາກສ່ວນ ແລະ ໜ່ວຍງານທີ່ກ່ຽວຂ້ອງພາຍໃນໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ. 

          ການເຜີຍແຜ່ ແລະ ຝືກຊ້ອມສົມມຸດເຫດການ ແຜນຮັບມືສຸກເສີນຂອງໂຄງການເຊປ່ຽນ-ເຊນໍ້ານ້ອຍຄັ້ງນີ້, ກໍ່ເພື່ອສ້າງຮັບຮູ້ ແລະ ເຂົ້າໃຈໃນການຮັບມືຫາກເກີດເຫດການໄພພິບັດນໍ້າຖ້ວມກະທັນຫັນໃນລະເູຝົນທີ່ຈະມາເຖິງນີ້ໃຫ້ແກ່ພະນັກງານວິຊາການ ແລະ ປະຊາຊົນ. ພ້ອມກັນນີ, ກໍເປັນການ ກວດສອບຄວາມພ້ອມໃນການແຈ້ງເຕືອນ ແລະ ທົບທວນບັນດາກົນໄກ, ເຄື່ອງມື, ພາຫະນະ ຢ່າງຮອບດ້ານກ່ອນເຂົ້າລະດູຝົນປີ 2023; ທັງຮັບປະກັນດ້ານຄວາມປອດໄພຂອງໂຄງການ ຕະຫຼອດຮອດຄວາມປອດໄພຕໍ່ສິ່ງແວດລ້ອມ-ສັງຄົມ, ຊີວິດ ແລະ ຊັບສິນຂອງພາກລັດ ແລະ ປະຊາຊົນ.

          ການຝຶກຊ້ອມສົມມຸດເຫດການຂອງໂຄງການເຊປ່ຽນ-ເຊນໍ້ານ້ອຍ ໄດ້ຈັດຂຶ້ນເປັນເວລາ 3 ວັນ:  ວັນທີ 23 ພຶດສະພາ 2023 ທີ່ ຫໍປະຊຸມບ້ານຫ້ວຍຈອດ ເມືອງປາກຊ່ອງ ແຂວງຈຳປາສັກ ກູ່ມບ້ານເປົ້າໝາຍລວມມີ ບ້ານຫ້ວຍຈອດ, ບ້ານໜອງພະໜວນ, ບ້ານຕາດເຍີກເສືອ ແລະ ບ້ານຕະໂອດ. ໄດ້ສົມມຸດເຫດການເຂດນ້ຳເຊປຽນ, ມີການອົບພະຍົບໄປຈຸດເຕົ້າໂຮມປອດໄພ ຢູ່ປ້ອມຍາມເຂື່ອນເຊປ່ຽນ. ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງ ແລະ ຕາງໜ້າຄອບຄົວກຸ່ມຕົວຢ່າງ ຫຼາຍກວ່າ 50 ທ່ານ;

           ວັນທີ 26 ພຶດສະພາ 2023 ທີ່ ໂຮງຮຽນປະຖົມ ບ້ານໝື່ນຫົວເມືອງ ເມືອງລະມາມ ແຂວງເຊກອງ ກຸ່ມບ້ານເປົ້າໝາຍລວມມີ ບ້ານດອນຈັນ, ບ້ານດ່ານ, ບ້ານໝື່ນຫົວເມືອງ ແລະ ບ້ານເຊນ້ຳນ້ອຍ ເມືອງສາມັກຄີໄຊ ແຂວງອັດຕະປື. ໄດ້ສົມມຸດເຫດການເຂດເຊນ້ຳນ້ອຍ. ມີການອົບພະຍົບໄປຈຸດເຕົ້າໂຮມປອດໄພ ຢູ່ໂຮງຮຽນປະຖົມ ບ້ານໝື່ນຫົວເມືອງ. ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງ ແລະ ຕາງໜ້າຄອບຄົວກຸ່ມຕົວຢ່າງ ຫຼາຍກວ່າ 60 ທ່ານ;  ວັນທີ 30 ພຶດສະພາ 2023 ທີ່ ຫໍປະຊຸມບ້ານດົງບາກໃໝ່ຫີນຄຳ ເມືອງສະໜາມໄຊ ແຂວງອັດຕະປື ກຸ່ມບ້ານເປົ້າໝາຍລວມມີ ບ້ານສະໝອງໃໝ່ປີ່ນດົງ, ບ້ານຫີນລາດ, ບ້ານດອນບົກໃໝ່ ໄດ້ສົມມຸດເຫດການເຂື່ອນຊ່ວຍຂອງເຂື່ອນເຊນໍ້ານ້ອຍ. ມີການອົບພະຍົບໄປຈຸດເຕົ້າໂຮມປອດໄພ ຢູ່ຫ້ອງການບ້ານດົງບາກໃໝ່ຫີນຄຳ. ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງ ແລະ ຕາງໜ້າຄອບຄົວກຸ່ມຕົວຢ່າງ ຫຼາຍກວ່າ 60 ທ່ານ.

          ຜົນຂອງການເຜີຍແຜ່ ແລະ ຝຶກຊ້ອມ: ຜ່ານການລົງຕິດຕາມ ແລະ ເຂົ້າຮ່ວມການສົມມຸດເຫດການແຜນຮັບມືສຸກເສີນ ຕົວຈິງຢູ່ພາກສະໜາມ ສາມາດສັງລວມຕີລາຄາໄດ້ດັ່ງນີ້: ທຸກພາກສ່ວນທີ່ເຂົ້າຮ່ວມ ໂດຍສະເພາະປະຊາຊົນ ມີຄວາມເອົາໃຈໃສ່ ໃຫ້ການຮ່ວມມື ຕໍ່ການສົມມຸດເຫດການຝຶກຊ້ອມແຜນຮັບມືສຸກເສີນ ໃນຄັ້ງນີ້ຢ່າງພ້ອມພຽງ ລວມທັງຜູ້ເຂົ້າຮ່ວມແບບທາງໄກ ແລະ ເຊີ່ງໜ້າທັງໝົດ 200 ກວ່າຄົນ. ການແຈ້ງເຕືອນ, ການກຽມຄວາມພ້ອມ, ການອົບພະຍົບ, ການກູ້ໄພສຸກເສີນ ແລະ ອື່ນໆ. ທາງ ບໍລິສັດ ໄຟຟ້າເຊປຽນ-ເຊນ້ຳນ້ອຍ ຈຳກັດ ສົມມຸດເຫດການເມື່ອໜ່ວຍງານຮັບຜິດຊອບ ດ້ານຄວາມປອດໄພກວດກາເຂື່ອນ ພົບເຫັນຄວາມຜິດປົກກະຕິຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະ ເຂື່ອນຊ່ວຍກັນນ້ຳ. ຈາກນັ້ນ ໜ່ວຍງານກວດກາ ລາຍງານຢ່າງຮີບດ່ວນ ຫາ ທ່ານ ຮັນວູ ຈົງ (ຜູ້ຈັດການຝ່າຍຄຸ້ມຄອງພາກກໍ່ສ້າງ) ພາຍຫຼັງ ປະເມີນເຫດການໂດຍຜູ້ຊ່ຽວຊານຂອງບໍລິສັດທີ່ປຶກສາ ຊີ້ແຈງວ່າ:

          ລະດັບເຕືອນໄພຂອງເຂື່ອນແມ່ນຢູ່ຂັ້ນທີ 3 ເຊີ່ງໝາຍເຖີງການອົບພະຍົບບ້ານເປົ້າໝາຍສ່ຽງໄພນ້ຳຖ້ວມຢ່າງຮີບດ່ວນ ໂດຍແຈ້ງໜ່ວຍງານກ່ຽວຂ້ອງພາຍໃນໂຄງການ, ອອກແຈ້ງການດ່ວນເຖີງພາກລັດ, ການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຫ້ອງການສາທາເມືອງ, ນາຍບ້ານ, ປະຊາຊົນ ກຽມພ້ອມປະຕິບັດແຜນຮັບມືສຸກເສີນຢ່າງທັນການ.

ພາບ-ຂ່າວ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ