ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ເອົາໃຈໃສ່ ຟື້ນຟູປ່າໄມ້ທຳມະຊາດໃຫ້ຂຽວງາມ

           ໃນວັນທີ 12 ກໍລະກົດ 2023 ຝ່າຍຄວາມປອດໄພ ສຸຂະພາບອະນາໄມ ສິ່ງແວດລ້ອມ ແລະ ຄຸນນະພາບ ຮ່ວມກັບ ຝ່າຍປະຕິບັດການບໍ່ແຮ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດກິດຈະກໍາ HPC’s Planting Day 2023 ທີ່ ບໍລິເວພື້ນທີ່ຖີ້ມດິນ (Main dump) ໂດຍໄດ້ຮັບກຽດຈາກ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າຮ່ວມເປັນປະທານໃນການກ່າວເປີດງານ ໂດຍມີຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ, ພະນັກງານ O&M ແລະ ບໍລິສັດຜູ້ຮັບເໝົາພາຍໃນໂຄງການໄຟຟ້າຫົງສາ ເຂົ້າຮ່ວມກິດຈະກໍາຢ່າງພ້ອມພຽງກວ່າ 200 ຄົນ.

ໃນປີ 2023 ນີ້ ຕົ້ນໄມ້ທີ່ນໍາມາປູກມີ 10 ຊະນິດ ເຊັ່ນ: ຕົ້ນຄູນ, ຈາມຈຸລີ, ກະຖິນເທພາ, ຕະແບກ, ໄມ້ດູ່, ໝາກກອກ, ໄມ່ຄ່າ, ຕົ້ນໝາກຮອກການີ, ຍົມຫີນ ແລະ ຕົ້ນຫວ້າ ລວມທັງໝົດ 1.000 ຕົ້ນ ໂດຍກິດຈະກໍາ HPC’s Planting Day ຈັດຂຶ້ນເປັນປະຈໍາທຸກປີ ໂດຍເລີ່ມແຕ່ປີ 2012 ເປັນຕົ້ນມາ ໂດຍມີພື້ນທີ່ ທີ່ໄດ້ຮັບການຟື້ນຟູຕັ້ງແຕ່ປີ 2012 ຈົນເຖິງປັດຈຸບັນເປັນຈໍານວນ 248 ແຮັກຕາ ປູກຕົ້ນໄມ້ໄປແລ້ວກວ່າ 660.000 ຕົ້ນ ຈຸດປະສົງ ເພື່ອຟື້ນຟູລະບົບນິເວດ, ສົ່ງເສີມໃຫ້ພະນັກງານທຸກຄົນພາຍໃນໂຄງການ ໃຫ້ມີສ່ວນຮ່ວມໃນການອະນຸລັກສິ່ງແວດລ້ອມ ແລະ ຊັບພະຍາກອນປ່າໄມ້ ຕະຫຼອດເຖິງການພັດທະນາພື້ນທີ່ອ້ອມຂ້າງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃຫ້ເປັນພື້ນທີ່ສີຂຽວ, ເປັນໂຮງໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ ແລະ ຊຸມຊົນ ຕາມມາດຕະຖານການຈັດການສິ່ງແວດລ້ອມລະດັບສາກົນ ISO 14001: 2015
ພາບ ແລະ ຂ່າວ: ບໍລິສັດ ໄຟຟ້າຫົງສາ ຈຳກັດ
ຮຽບຮຽງ: ຄຳແສງ ແກ້ວປະເສີດ