
ພິທີປະຖະກະຖາເລົ່າມູນເຊື້ອວັນແມ່ຍິງກົນ ວັນທີ 8 ມີນາ 1910 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 4 ມີນາ 2025 ຢູ່ທີ່ຫ້ອງປະຊຸມນ້ອຍ ພະແນກພະລັງງານແລະບໍ່ແຮ່ ແຂວງ ໂດຍໃຫ້ກຽດຂຶ້ນປາຖາກະຖາ ແລະ ເລົ່າມູນເຊື້ອວັນດັ່ງກ່າວຂອງ ສະຫາຍ ນາງ ສຸກສະເຫວີຍ ແກ້ວປະເສີດ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮອງຫົວໜ້າພະແນກ, ປະທານສະຫະພັນແມ່ຍິງຮາກຖານພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ. ໃຫ້ກຽດເຂົ້າຮ່ວມຮັບຟັງຂອງ ສະຫາຍ ບຸນຕາ ຈິມມາລາ ເລຂາຫນ່ວຍພັກ, ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ມີຄະນະສະຫະພັນແມ່ຍິງຮາກຖານ, ອົງການຈັດຕັ້ງກຳມະບານ, ຊາວຫນຸ່ມ ແລະ ສະມາຊີກແມ່ຍີງພາຍໃນພະແນກເຂົ້າຮ່ວມຮັບຟັງທັງໝົດ 14 ທ່ານ, ຍິງ 11 ທ່ານ , ຊາຍ 3 ທ່ານ.

ສະຫາຍ ນາງ ສຸກສະເຫວີຍ ແກ້ວປະເສີດ ໄດ້ກ່າວວ່າ: ວັນແມ່ຍິງສາກົນ ວັນທີ 8 ມີນາ 1910 ມີນາ 2025 ຄົບຮອບ 115 ປີ ແມ່ນເຫດການ-ການເມືອງ ທີ່ສຳຄັນ, ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທ່ວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ” ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ ” ນັບແຕ່ນັ້ນມາ ວັນທີ 8 ມີນາຈຶ່ງເປັນ ” ວັນແມ່ຍິງສາກົນ, ລວມໄປເຖິງບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ.
