ເຈົ້າໜ້າທີ່ອາວຸໂສພະລັງງານ ອາຊຽນ ປຶກສາຫາລືກັນຫຼາຍບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 Post author:mem admin Post published:09/10/2024 Post category:ການເຄື່ອນໄຫວຂອງບັນດາກົມ ແລະ ສະຖາບັນ / ກົມແຜນການ ແລະ ການຮ່ວມມື ກອງປະຊຸມລະດັບເຈົ້າໜ້າທີ່ ອາວຸໂສພະລັງງານ ອາຊຽນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2024 ນີ້ ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ສປປລາວ ພາຍໃຕ້ການເປັນປະທານຂອງ ທ່ານ ປອ.ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີອາວຸໂສພ້ອມດ້ວຍຄະນະຜູ້ແທນຈາກ 10 ປະເທດອາຊຽນ ແລະ ຕີມໍ ເລດເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ, ກອງເລຂາ HAPUA ແລະ ASCCOP ເຂົ້າຮ່ວມ. ກອງປະຊຸມລະດັບເຈົ້າໜ້າທີ່ ອາວຸໂສພະລັງງານ ອາຊຽນ ຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ແລະ ກະກຽມບົດສະຫຼຸບລາຍງານຂອງທຸກໆບັນດາກິດຈະກຳພາຍໃຕ້ແຜນງານການຮ່ວມມືດ້ານພະລັງງານອາຊຽນ APAEC ທັງໝົດ 7 ໜ້າວຽກຍ່ອຍລວມເຖິງການກະກຽມຮັບຮອງເອົາບັນດາ 8 ແຜນວຽກບູລິມະສິດ (Annual Priority on Energy) ພາຍໃຕ້ການເປັນປະທານຂອງ ສປປ ລາວ. ກອງປະຊຸມສະຫຼຸບໄດ້ຫລາຍບັນຫາໂດຍສະເພາະຕິດພັນກັບສັນຍາຕະຂ່າຍໄຟຟ້າອາຊຽນ (APG); ສັນຍາວ່າດ້ວຍຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟອາຊຽນ (APSA); ບົດສຶກສາການຄາດຄະເນແນວໂນ້ມດ້ານພະລັງງານອາຊຽນ ສະບັບທີ 8 ເພື່ອເປັນພື້ນຖານໃນການລາຍງານແກ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນທີ່ຈະຈັດຂຶ້ນໃນວັນທີ 26-27 ກັນຍາ 2024. ສປປ ລາວ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນຄັ້ງທີ 42 ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີພະລັງງານອາຊຽນ (SOME Preparatory for the 42nd AMEM) ຈັດຂຶ້ນໃນລະຫວ່າງວັນທີ 24-25 ກັນຍາ 2024 ແລະ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ເຊິ່ງຈະຈັດຂຶ້ນ ລະຫວ່າງວັນທີ 26-27 ກັນຍາ 2024 ທີ່ຈະມາເຖິງນີ້.ພາບ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມືຂ່າວ: ຄຳແສງ ແກ້ວປະເສີດWebsite: www.mem.gov.laສາຍດ່ວນ: 1506 You Might Also Like ພຶດສະພາ 2024 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບ່ແຮ່ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ ຂະແໜງການຍ່ອຍ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານພະລັງງານອາຊຽນ ຄັ້ງທີ 2828th Energy Efficiency and Conservation Sub-Sector Network ( EE&C-SSN) Meeting of the ASEAN Energy Cooperation 27/05/2024 ເຜີຍແຜ່ສັນຍາສຳປະທານພັດທະນາ ແລະ ສົ່ງອອກບໍ່ແຮ່ (ແຮ່ເຫຼັກ) ຢຸ່ແຂວງ ຄຳມ່ວນ 24/02/2022 ທ່ານ ສຸກສາຄອນ ບົວທອງ ໄດ້ຮັບການແຕ່ງຕັ້ງ ເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄໍາໄຊ 13/03/2024
ພຶດສະພາ 2024 ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບ່ແຮ່ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ ຂະແໜງການຍ່ອຍ ກ່ຽວກັບການປະຢັດ ແລະ ອະນຸລັກພະລັງງານພະລັງງານອາຊຽນ ຄັ້ງທີ 2828th Energy Efficiency and Conservation Sub-Sector Network ( EE&C-SSN) Meeting of the ASEAN Energy Cooperation 27/05/2024