ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດພິທີປະກາດປຶ້ມແຜນປະຕິບັດງານເປົ້າໝາຍການພັດທະນາແບບຍືນຍົງ (ເປົ້າໝາຍທີ 7) ຂອງ ສປປ ລາວ

          ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 29-30 ສິງຫາ 2022 ຢູ່ໂຮງແຮມແລນມາກແມ່ຂອງ ຣີເວີໄຊ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໂຄຕາມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່. ມີຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງອ້ອມຂ້າງສູນກາງ; ຫ້ອງການ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ພິເສດມີຜູ້ຕາງໜ້າຈາກອົງການຄະນະກຳມາທິການເສດຖະກິດ ແລະ ສັງຄົມສໍາລັບເອເຊຍປາຊິຟິກ (The United Nations Economic and Social Commission for Asia and the Pacific ( UNESCAP).

         ໂຄງການດັ່ງກ່າວນີ້, ຈັດຂຶ້ນເພື່ອສ້າງແຜນງານຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 7 (Roadmap for SDG7) ຂອງ ສປປລາວ ທີໄດ້ເນັ້ນໃສ່ການຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົນ, ເຊື່ອຖືໄດ້ ແລະ ລາຄ່າບໍ່ແພງ ສໍາລັບໝົດທຸກຄົນ ເຊິ່ງປະກອບມີ 3 ເປົ້າໝາຍຄື: 

7.1 ຮັບປະກັນການເຂົ້າເຖິງພະລັງງານທີ່ມີລາຄ່າຖືກ, ໜ້າເຊື່ອຖື ແລະທັນສະໄໝ; 7.2 ພາຍໃນປີ 2030 ເພີ່ມທະວີອັດຕາສ່ວນຂອງການນໍາໃຊ້ພະລັງງານທົດແທນໃນພະລັງງານທັງໝົດໃນທົ່ວໂລກໃຫ້ຫຼາຍຂຶ້ນ ແລະ 7.3 ພາຍໃນປີ 2030 ເພີ່ມອັດຕາການປັບປຸງປະສິດທິພາບຂອງພະລັງງານໃນທົ່ວໂລກໃຫ້ໄດ້ສອງເທົ່າ. 

          ໂດຍຊ່ຽວຊານຈາກ UNESCAP ຈຶ່ງໄດ້ນໍາໃຊ້ໂປຣແກມ National Expert SDG Tool for Energy Planning (NEXSTEP) ເຂົ້າໃນການວິເຄາະແບບຈໍາລອງພະລັງງານ, ໂປຣແກຼມດັ່ງກ່າວຈະເປັນເຄື່ອງມືໜຶ່ງທີ່ຊ່ວຍໃນການຄາດຄະເນປະລິມານ/ສັດສ່ວນຂອງພະລັງງານທີ່ແຕກຕ່າງກັນ, ການກໍານົດອັດຕາສ່ວນທາງເຕັກໂນໂລຊີທີ່ຈຳເປັນເພື່ອທີ່ສາມາດບັນລຸສັດສ່ວນເຫຼົ່ານັ້ນ,ການວິເຄາະທາງດ້ານເສດຖະກິດເພື່ອກຳນົດຕົວເລືອກທີ່ເປັນໄປໄດ້ ແລະ ການວິເຄາະທາງດ້ານນະໂຍບາຍ ເພື່ອກໍານົດນະໂຍບາຍທີ່ເປັນໄປໄດ້ໃນການຈັດຕັ້ງປະຕິບັດເພື່ອສາມາດບັນລຸໄດ້ SDG7 ແລະ NDC ຂອງ ສປປ ລາວ. 

          ແຫຼ່ງຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນພິທີນອກຈາກປະກາດປຶ້ມແຜນປະຕິບັດງານເປົ້າໝາຍການພັດທະນາແບບຍືນຍົງ (ເປົ້າໝາຍທີ 7) ຂອງ ສປປ ລາວ ແລ້ວ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບອົງການ ຄະນະກຳມາທິການເສດຖະກິດ ແລະ ສັງຄົມສໍາລັບເອເຊຍປາຊິຟິກ (The United Nations Economic and Social Commission for Asia and the Pacific ( UNESCAP) ຍັງໄດ້ຈັດຊຸດຝຶກອົບຮົມການພັດທະນາແຜນງານ SDG 7 ໂດຍການນໍາໃຊ້ໂປຣແກຼມ NEXTSTEP (Launching Ceremony of the SDG 7 Road Map for Lao PDR and Training on developing SDG 7 Road Map using the NEXSTEP framework) ທີ່ໄດ້ຮັບການຊ່ວຍເຫຼືອຈາກ ອົງການ ຄະນະກຳມາທິການເສດຖະກິດ ແລະ ສັງຄົມສໍາລັບເອເຊຍປາຊິຟິກ (The United Nations Economic and Social Commission for Asia and the Pacific ( UNESCAP) ຕື່ມອີກ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ