ທ່ານ ປອ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພົບປະ, ໂອ້ລົມ ພະນັກງານຫຼັກແຫຼ່ງ ຂອງກົມແຜນການ ແລະ ການຮ່ວມມື

          ຕອນເຊົ້າວັນທີ 14 ມີນາ 2023 ນີ້, ຢູ່ຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື ໄດ້ມີພິທີຕ້ອນຮັບ ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງນຳໂດຍ ທ່ານ ປອ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ລົງມາພົບປະ, ຢ້ຽມຢາມ ແລະ ເຮັດວຽກຢູ່ກົມແຜນການ ແລະ ການຮ່ວມມື ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ປອ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.
          ທ່ານ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານລັດຖະກອນພາຍໃນກົມ ລາຍງານຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຂອງກົມແຜນການ ແລະ ການຮ່ວມມື ໃນໄລຍະຜ່ານມາ ພ້ອມທັງສະເໜີທິດທາງແຜນການ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ບາງຕອນ ທ່ານ ໄດ້ກ່າວ່າ: ກົມແຜນການ ແລະ ການຮ່ວມມື (ກຜຮ) ແມ່ນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ໄດ້ຮັບການສ້າງຕັ້ງຂື້ນໃນຕົ້ນປີ 2018; ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງພະລັງງານ ແລະ ບໍ່ແຮ່ ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງແບບລວມສູນ ເປັນຕົ້ນແມ່ນ ວຽກງານແຜນການ, ວຽກງານສະຖິຕິ-ສັງລວມ, ວຽກງານການລົງທຶນ, ວຽກງານການຮ່ວມມື ແລະ ວຽກງານການປະເມີນຜົນ ໃນຂອບເຂດຂະແໜງພະລັງງານ ແລະ ບໍ່ແຮ່. ນອກຈາກນັ້ນ, ກໍ່ຍັງໄດ້ຄົ້ນຄວ້າຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ-ລັດ ໄດ້ຜັນຂະຫຍາຍອອກເປັນນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການພັດທະນາ ຂະແໜງພະລັງງານ ແລະ ບໍ່ແຮ່ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອສະເໜີ ເຖີງລັດຖະມົນຕີ ນຳສະເໜີຕໍ່ລັດຖະບານ ພິຈາລະນາ; ເປັນໃຈກາງປະສານສົມທົບໃນການເກັບກໍາ, ສັງລວມຂໍ້ມູນ, ຄົ້ນຄວ້າ, ວິໄຈ, ສ້າງ, ພັດທະນາ ແລະ ຄຸ້ມຄອງລະບົບຖານຂໍ້ມູນ ທີ່ກວມເອົາຂໍ້ມູນແຜນງານ, ແຜນການ, ໂຄງການ ແລະ ຕົວເລກສະຖິຕິ ຂອງຂະແໜງພະລັງງານ ແລະ ບໍ່ແຮ່, ໄດ້ຕິດຕາມສະຫຼຸບສັງລວມ, ການຂຶ້ນແຜນລາຍຮັບ-ລາຍຈ່າຍ ເງິນລາຍຮັບວິຊາການ ແລະ ເງິນບໍລິຫານລວມພາຍໃນກະຊວງ ເພື່ອສ້າງເປັນແຜນງົບປະມານແຫ່ງລັດ ຂອງກະຊວງພະລັງງານ ແລະ ບໍ່ແຮ່; ປະສານສົມທົບ ຫຼື ເຂົ້າຮ່ວມກັບພາກສວ່ນທີ່ກ່ຽວຂ້ອງພາຍໃນຂະແໜງການພະລັງງານ ແລະ ບໍ່ແຮ່ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການລົງຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດວຽກແຜນການ, ໂຄງການພັດທະນາພະລັງງານ ແລະ ບໍ່ແຮ່ ເພື່ອປະກອບຄໍາເຫັນຕໍ່ບັນຫາຕ່າງໆ ກ່ຽວກັບ ວຽກງານແຜນການ, ສະຖິຕິ, ການຮ່ວມມື, ການລົງທຶນ ແລະ ການປະເມີນຜົນ ທັງພາກລັດ ແລະ ເອກະຊົນ. ພ້ອມດຽວກັນນັ້ນ, ກໍ່ໄດ້ເປັນຈຸດໃຈກາງໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມື ດ້ານວິຊາການ ຫຼື ພົບປະ, ເຈລະຈາ ກັບບັນດາປະເທດຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ວຽກງານອາຊຽນ ແລະ ບັນດາປະເທດໃນສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ເພື່ອຂົນຂວາຍເອົາການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຂົ້າໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່; ປະກອບມີ 5 ພະແນກ, ມີພະນັກງານທັງໝົດ ຈໍານວນ 42 ທ່ານ ໃນນີ້ ເປັນສະມາຊິກພັກ 15 ສະຫາຍ ຍິງ 08 ສະຫາຍ, ຄະນະໜ່ວຍພັກ 3 ສະຫາຍ, ຍິງສະຫາຍ.

          ຈາກນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເພື່ອເປັນແນວທາງການເຄື່ອນໄຫວຈັດຕັ້ງປະກຕິບັດວຽກງານຂອງກົມ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້. ທ່ານ ລັດຖະມົນຕີ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານລັດຖະກອນພາຍໃນກົມແຜນການ ແລະ ການຮ່ວມມື ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ຕິດພັນກັບການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ພາສາຕ່າງປະເທດ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ ທີ່ຂັ້ນເທິງໄດ້ມອບໝາຍມີຜົນສຳເລັດຢ່າງໜັກແໜ້ນ; ຖືເອົາການສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ ຂອງພະນັກງານລັດຖະກອນເປັນກົກ ເພື່ອໃຫ້ກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກຢ່າງເຂັ້ມງວດ ແລະ ລວມເຖິງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນແຕ່ລະໄລຍະ ຢ່າງເລິກເຊິ່ງ ທັງນີ້ກໍ່ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ນຳພາຂະແໜງການພະລັງງານ ແລະ ບໍ່ແຮ່ ກາຍເປັນຂະແໜງການທີ່ສຳຄັນ ແລະ ຕົ້ນຕໍ່ ໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄວາມທຸກຫຍາກຂອງປະຊາຊົນ ແລະ ການປົກປັກຮັກສາສິ່ງແວດລ້ອມແບຍືນຍົງ.

ພາບ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ