
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2022 ຜ່ານລະບົບກອງປະຊຸມທາງໄກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໂຄຕະມີ ຈັນທະມາລິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ພະລັງງານ ແລະ ບໍ່ແຮ່. ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານ-ວິຊາການພາຍໃນກົມແຜນການ ແລະ ການຮ່ວມມື ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດຕົວເລກຂາດຕົວໃນປີ 2021. ພ້ອມກັນນີ້, ກໍ່ພ້ອມກັນວາງທິດທາງແຜນການປະຈຳປີ 2022 ແລະ ການສັງລວມລາຍງານສະຖິຕິຂອງບັນດາພະແນກ ພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ/ນະຄອນຫຼວງວຽງຈັນໃນຂອບເຂດທົ່ວປະເທດ.
ປະຈຸບັນຕົວຊີີ້ບອກທາງດ້ານສະຖິຕິ ໃນຂະແໜງການພະລັງງານ ແລະ ບໍ່ແຮ່ ແບ່ງ ອອກເປັນ 5 ປະເພດ, ມີ 29 ຕົວຊີີ້ບອກ; ເຊິີ່ງມີຕົວຊີີ້ບອກລະດັບລະດັບຊາດ 10 ຕົວ ແລະ ລະດັບ ຂະແໜງການ 19 ຕົວ ເພືີ່ອເປັນພືີ້ນຖານໃນການສະໜອງຂໍ້ມູນທີີ່ນອນຢ ູ່ໃນບັນດາຕົວຊີີ້ບອກ ລະດັບຕ່າງໆເຊັັ່ນ: ການຜະລິດ, ຈໍາໜ່າຍ, ສົ່ງອອກ, ນໍາເຂົ້າ, ການມອບພັນທະງົບປະມານ ແລະ ອືີ່ນໆ ເພືີ່ອເປັນຂໍ້ມູນປະກອບສ່ວນຕິດຕາມການຂະຫຍາຍຕົວ ໃນແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່, ທີີ່ສໍາຄັນແມ່ນການປະກອບສ່ວນຢ ູ່ໂຄງປະກອບເສດຖະກິດແຫ່ງຊາດ (GDP), ແລະ ປະກອບສ່ວນໃຫ້ແກ່ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ.
ພາບ ແລະ ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື
ຂ່າວ: ຄຳແສງ ແກ້ວປະເສີດ