ວັນທີ 14 ກໍລະກົດ 2022 ຜ່ານມາ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມວິຊາການ ຮ່ວມກັບ ສູນບໍລິຫານລັດດ້ວຍດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອປຶກສາຫາລືກ່ຽວກັບການພັດທະນາ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ ພາຍໃນປະເທດ (GDX) ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີຄະນະວິຊາການຈາກສອງພາກສ່ວນເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການພັດທະນາລະບົບສູນກາງແລກປ່ຽນຂໍ້ມູນພາກລັດ ພາຍໃນປະເທດ (GDX) ດ້ວຍລະບົບເຕັກໂນໂລຊີດິຈິຕອນ ທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ການຄຸ້ມຄອງ, ການບໍລິຫານ ແລະ ການບໍລິການລັດແບບດິຈິຕອນ (Digital Government Platform). ກອງປະຊຸມໄດ້ຮັບຟັງການນໍາສະເໜີບົດກ່ຽວກັບແນວຄວາມຄິດ ແລະ ວິທີການດ້ານເຕັກນິກ ໃນການພັດທະນາ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ ພາຍໃນປະເທດ (GDX) ຈາກວິຊາການ ຂອງສູນບໍລິຫານລັດດ້ວຍດິຈິຕອນ ເຊິ່ງເຫັນໄດ້ວ່າ ເປັນແນວຄວາມຄິດທີ່ດີຫລາຍ ເນື່ອງຈາກວ່າ ລະບົບດັ່ງກ່າວແມ່ນເພື່ອການຄຸ້ມຄອງ, ການແບ່ງປັນ ແລະ ການຮ່ວມກັນນໍາໃຊ້ຂໍ້ມູນຂອງແຕ່ລະພາກສ່ວນທີ່ມີຢູ່ແລ້ວໃນຮູບແບບດິຈິຕອນ; ລະບົບ GDX ຈະຊ່ວຍໃຫ້ພາກລັດສາມາດນໍາໃຊ້ຂໍ້ມູນທີ່ມີຢູ່ແລ້ວເກີດປະໂຫຍດ ແລະ ຫລີິກລ້ຽງການເກັບກໍາຂໍ້ມູນແບບຊ້ຳຊ້ອນກັນ ທັງປະຢັດງົບປະມານໃນການສຶກສາຂໍ້ມູນທີ່ຄ້າຍຄືກັນ.
ຜ່ານການຮັບຟັງ ແລະ ປຶກສາຫາລືກັນແລ້ວ ທ່ານປະທານກອງປະຊຸມ ກໍໄດ້ຊົມເຊີຍຕໍ່ການລາຍງານແຜນການພັດທະນາ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ ພາຍໃນປະເທດ (GDX) ເຊິ່ງເປັນລະບົບທີ່ມີຄວາມສະດວກໃນການແລກປ່ຽນຂໍ້ມູນ ແລະ ປອດໄພສູງ; ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນໃຫ້ຄວາມສໍາຄັນຫລາຍຕໍ່ການນໍາໃຊ້ ແລະ ການພັດທະນາລະບົບ ໄອທີ ເຂົ້າໃນການຍົກປະສິດທິພາບຂອງການປະຕິບັດວຽກງານ ໃນຂະແໜງພະລັງງານ ແລະ ບໍ່ແຮ່. ສະນັ້ນ, ໃນນາມຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນມີຄວາມຍິນດີໃຫ້ຄວາມຮ່ວມມື ແລະ ຮ່ວມເຮັດວຽກກັບພາກສ່ວນກ່ຽວຂ້ອງເພື່ອຊຸກຍູ້-ສົ່ງເສີມໃຫ້ການພັດທະນາ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ ພາຍໃນປະເທດ (GDX) ມີຜົນສໍາເລັດໃນຕໍ່ໜ້າ.
ພາບ ແລະ ຂ່າວ: ພະແນກ ປະຊາສຳພັນ ແລະ ໄອທີ