ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດການຈັດຕັ້ງ​ ຂັ້ນກົມ.

     ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ທັນວາ 2021 ຢູ່ຫ້ອງປະຊຸມໃຫຍ່ຊັ້ນ 5 ກະຊວງ ພະລັງງານ ແລະ ບໍ່ແຮ່ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາຄະນະຫ້ອງການ, ຄະນະກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ທອງຂັນ ພິມວິໄລ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 1577/ພບ ແລະ 1578/ພບ ລົງວັນທີ 7 ທັນວາ 2021 ວ່າດ້ວຍການແຕ່ງຕັ້ງຜູ່ວ່າການຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ຜູ່ວ່າການຫົວໜ້າກົມ ຄຸ້ມຄອງບໍ່ແຮ່ ໃນນີ້ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຕົກລົງແຕ່ງຕັ້ງ ທ່ານ ສຸຂັນສັກ ສີສຸກ ຄະນະພັກກະຊວງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ຍ້າຍໄປເປັນຜູ່ວ່າການຫົວໜ້າກົມ ທໍລະນີສາດ ແລະ ແຮ່ທາດ. ພ້ອມກັນນີ້, ກໍ່ໄດ້ແຕ່ງຕັ້ງ ທ່ານ ຈັນທະລາ ແກ້ວຫາວົງ ຄະນະພັກກະຊວງ, ຜູ່ວ່າການຫົວໜ້າກົມ ທໍລະນີສາດ ແລະ ແຮ່ທາດ ໄປຮັບໜ້າທີ່ໃໝ່ເປັນຜູ່ວ່າການຫົວໜ້າກົມ ຄຸ້ມຄອງບໍ່ແຮ່ ຜູ້ໃໝ່. ຫຼັງຈາກນັ້ນ ກໍ່ມີພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ໂດຍຊ່ອງໜ້າການເຂົ້າຮ່ວມ ແລະ ເປັນສັກຂີ່ພິຍານຂອງ ທ່ານ ທອງພັດ ອິນທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີບັນດາຄະນະຫ້ອງການ, ຄະນະກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງເຂົ້າຮ່ວມ.

     ຕອນທ້າຍຂອງພິທີ ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊິ່ງກ່ອນອື່ນໝົດ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາຂອງທັງສອງ ທ່ານ ທີ່ໄດ້ຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ພ້ອມກັນນີ້, ທ່ານ ກໍ່ໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳກະຊວງທຸກຂັ້ນ ໂດຍສະເພາະສອງ ທ່ານ ທີ່ໄດ້ຮັບການຊັບຊ້ອນແຕ່ງຕັ້ງໜ້າທີ່ໃໝ່ ສືບຕໍ່ຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ກໍ່ຄື ວຽກງານວິຊາສະເພາະໃຫ້ພະນັກງານ-ລັດຖະກອນ ພາຍໃນກົມກອງຂອງຕົນໃຫ້ໜັກແໜ້ນ, ແຂງແຮງ ກວ່າເກົ່າ ໂດຍສະເພາະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າສູ່ພຶດຕິກຳຕົວຈິງໃຫ້ເລິກເຊິ່ງ; ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ຕິດພັນກັບຂະແໜງການພະລັງງານ ແລະ ບໍ່ແຮ່ ໃຫ້ມີລັກສະນະບຸກທະລຸກວ່າເກົ່າ.

ໂດຍ: ພະແນກ ປະຊາສຳພັນ ແລະ ໄອທີ