
ຕອນເຊົ້າຂອງວັນທີ 17 ມີນາ 2025 ນີ້ ທີສະໂມສອນເມືອງງາ ໂດຍແມ່ນພະແນກພະລັງງານແລະບໍ່ແຮ່ແຂວງ ຮ່ວມກັບລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊ ໄດ້ຈັດກອງປະຊຸມເສວະນາກ່ຽວກັບການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ຕິດພັນກັບການປັບປຸງໂຄງສ້າງລາຄາໄຟຟ້າໃຫມ່ ປີ 2025-2029 ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງໄຊ ຄໍາພະຈັນ ຮອງເລຂາພັກເມືອງ, ທ່ານ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກພະລັງງານແລະບໍ່ແຮ່ແຂວງອຸດົມໄຊ, ທ່ານ ເຈື້ອສຸພັນ ສໍແສງວັນ ວ່າການຫົວໜ້າ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງອຸດົມໄຊ ມີຫົວໜ້າ ຄະນະຫ້ອງການ, ສອງກອງບັນຊາການ ປກຊ-ປກສ ລັດວິສາຫະກິດ, ຫົວໜ່ວຍທຸລະກິດ,ອົງການປົກຄອງບ້ານເທດສະບານເມືອງອ້ອມຂ້າງເມືອງເຂົ້າຮ່ວມ.

ສໍາລັບກອງປະຊຸມຄັ້ງນີ້ທ່ານ ເຈື້ອສຸພັນ ສໍແສງວັນ ວ່າການຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊ ໄດ້ຊີ້ໃຫ້ເຫັນທີ່ມາ, ພາລະບົດບາດ, ສິດໜ້າທີ ຂອງໄຟຟ້າລາວ ,ການບໍລິການ ແລະສະໜອງໄຟຟ້າໃຫ້ສັງຄົມໃຫ້ພຽງພໍ, ເຮັດໃຫ້ການດຳເນີນທຸລະກິດຂອງລັດມີປະສິດ ທິພາບ ປະສິດທິຜົນ ນອກຈາກນັ້ນໃນກອງປະຊຸມເສວະນາຄັ້ງນີ້ໄດ້ໃຫ້ຮູ້ວ່າ ບັນຫາຫາງສຽງສັງຄົມທີ່ມີຕໍ່ໄຟຟ້າລາວ, ຄວາມຈໍາເປັນໃນການປະຕິຮູບວຽກງານຮອບດ້ານຂອງລັດວິສາຫະກິດໄຟຟ້າລາວ, ຈຸດປະສົງເພື່ອຍົກສູງຄວາມຮັບຮູ້ເຂົ້າໃຈຂອງສັງຄົມໃຫ້ກວ້າງຂວາງຕໍ່ກັບການດໍາເນີນທຸລະກິດ ແລະ ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ໃນປີ 2025-2029 ໂດຍແນໃສ່ໃຫ້ລາຄາໄຟຟ້າມີຄວາມສອດຄ່ອງຕາມຄວາມເປັນຈິງໃນການພັດທະນາເສດຖະກິດສັງຄົມກໍ່ຄືການບໍລິຫານວຽກງານໄຟຟ້າໃນປະຈຸບັນ ເພື່ອຮັບປະ ກັນ ສ້າງຄວາມໝັ້ນຄົງດ້ານພະລັງງານ ຮັບປະກັນການຊົມໃຊ້ໄຟຟ້າຂອງປະຊາຊົນໃຫ້ມີຄວາມຍືນຍົງ ສໍາລັບການຈັດຕັ້ງປະຕິບັດແມ່ນຈະໄດ້ເລີ່ມຄິດໄລ່ແຕ່ເດືອນ ມີນາ 2025 ເປັນຕົ້ນໄປ;
