ພິທີປະກາດໜ່ວຍງານພະລັງງານ ແລະ ບໍ່ແຮ່ ເມືອງງາ ເປັນຫ້ອງການພະລັງງານ ແລະ ບໍ່ແຮ່

           ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ດຳເນີນກອງປະຊຸມ ເຜີຍແຜ່ແຜນພັດທະນາພະລັງງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຂອງແຂວງອຸດົມໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສໍາລັບການກໍ່ສ້າງ ແລະ ອຸດສາຫະກໍາ ພາຍໃນແຂວງອຸດົມໄຊ ຕິດພັນກັບການປະກາດຍົກລະດັບໜ່ວຍງານພະລັງງານ ແລະ ບໍ່ແຮ່ ເມືອງງາ ຂື້ນເປັນຫ້ອງການ ມີຖານະເທົ່າກັບຫ້ອງການອື່ນຂັ້ນເມືອງ.

          ກອງປະຊຸມດັ່ງກ່າວໄດ້ດຳເນີນ ໃນວັນທີ 14 ກຸມພາ 2023 ທີ່ສະໂມສອນ ເມືອງງາ ໂດຍເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງງາ, ທ່ານ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ສີວອນ ຢູລີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ເມືອງງາ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ ຮອງຫົວໜ້າຫ້ອງການ ຂັ້ນເມືອງ, ຕາງໜ້າຈາກຄະນະປັບປຸງກົງຈັກຂັ້ນແຂວງ ແລະ ຂັ້ນເມືອງ, ລັດວິສາຫະກິດໄຟຟ້າລາວສາຂາແຂວງອຸດົມໄຊ ແລະ ສູນບໍລິການໄຟຟ້າເມືອງງາ ເຂົ້າຮ່ວມ.

          ທີ່ກອງປະຊຸມໄດ້ຮັບຟັງການຜ່ານແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຂອງແຂວງອຸດົມໄຊ, ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ພາຍໃນແຂວງອຸດົມໄຊ.

           ມາຮອດຕອນບ່າຍ ກອງປະຊຸມ ກ້າວເຂົ້າສູ່ວາລະການປະກາດຍົກລະດັບໜ່ວຍງານພະລັງງານ ແລະ ບໍ່ແຮ່ ເມືອງງາ ຂື້ນເປັນຫ້ອງການ ມີຖານະເທົ່າກັບຫ້ອງການອື່ນຂັ້ນເມືອງ ເຊີ່ງໃນວາລະດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຍົກລະດັບໜ່ວຍງານພະລັງງານ ແລະ ບໍ່ແຮ່ ຂື້ນເປັນຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງງາ, ຂ້ໍຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັັ້ງຫົວໜ້າ, ຮອງຫົວໜ້າ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງງາ.

          ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານກອງປະຊຸມ ໄດ້ພັດປ່ຽນກັນມີຄຳຄິດເຫັນໂອ້ລົມຕໍ່ກອງປະຊຸມ ຊີ້ນຳໃຫ້ທຸກພາກສ່ວນຈົ່ງໃຫ້ຄວາມຮ່ວມມື ແລະ ພ້ອມກັນຄົ້ນຄວ້າຜັນຂະຫຍາຍແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຂອງແຂວງເຂົ້າເປັນແຜນງານລະອຽດໃນການດຳເນີນວຽກງານຕົວຈິງ ແລະ ໄດ້ເນັ້ນໜັກ ໃຫ້ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງງາ ໂດຍສະເພາະແມ່ນ ຄະນະຫ້ອງການ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນຫ້ອງການ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ,

ປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດ-ໜ້າທີ່ ເຮັດໃຫ້ວຽກງານພະລັງງານ ແລະ ບໍ່ແຮ່ເມືອງງານັບມື້ນັບມີສິ່ງພົ້ນເດັ່ນຂື້ນໄປເລື້ອຍໆ.
ພາບ ແລະ ຂ່າວ: ພບ ແຂວງອຸດົມໄຊ
ຮຽບຮຽງ: ທີມງານສູນຂ່າວພະລັງງານ ແລະ ບໍ່ແຮ່