ທ່ານ ລັດຖະມົນຕີ ເນັ້ນໃຫ້ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ (ກຕຟ) ເອົາໃຈໃສ່ຫຼາຍບັນຫາ ເພື່ອຮັບປະກັນໃນການບໍລິການຢ່າງຮອບດ້ານ

          ໃນວັນທີ 22 ມິຖຸນາ 2023 ທີ່ຜ່ານມາ, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງຊຸກຍູ້, ຢ້ຽມຢາມ ແລະ ພົບໂອ້ລົມຄະນະພັກ, ຄະນະນຳ ແລະ ພະນັກງານ-ກຳມະກອນ ຢູ່ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຊິນ ອິນທະວົງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພ້ອມດ້ວຍຄະນະ ແລະ ພະນັກງງານກຳມະກອນພາຍ ໃນ ລັດວິສາຫະກິດເຂົ້າຮ່ວມ.

          ທ່ານ ຊິນ ອິນທະວົງ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ກຕຟ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ກຕຟ ໃນໄລຍະຜ່ານມາວ່າ: ກຕຟ ແມ່ນຫົວໜ່ວຍທຸລະກິດຂອງລັດ ຈັດຕັ້ງ-ເຄື່ອນໄຫວດໍາເນີນທຸລະກິດພາຍໃຕ້ການຄຸ້ມຄອງຊັບສິນ – ການເງິນ ໂດຍກະຊວງການເງິນ ແລະ ດ້ານວຽກງານວິຊາສະເພາະພາຍໃຕ້ການຊີ້ນໍາ ນຳພາໂດຍກະຊວງພະລັງງານ ແລະ ບໍ່ແຮ່, ເຊິ່ງມີສະພາບໍລິຫານ ເຮັດໜ້າທີ່ນໍາພາຊີ້ນໍາດ້ານຍຸດທະສາດທິດທາງໃນການເຄື່ອນໄຫວດໍາເນີນທຸລະກິດຂອງບໍລິສັດ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ບັນຊີ ໂດຍສອດຄ່ອງກັບ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປລາວ. 

ເປັນຫົວໜ່ວຍຍຸດທະສາດດ້ານວຽກງານ ກໍ່ສ້າງຕິດຕັ້ງໄຟຟ້າ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຄືລັດຖະບານ ເປັນຫົວໜ່ວຍດັດສົມ ທາງດ້ານຄຸນນະພາບ ແລະ ມູນຄ່າ. ທຸລະກິດຕົ້ນຕໍ ແມ່ນການບໍລິການ ດ້ານພະລັງງານໄຟຟ້າ ທີ່ກ່ຽວຂ້ອງກັບການກໍ່ສ້າງ – ຕິດຕັ້ງໄຟຟ້າ, ສ້ອມແປງ ແລະ ບຳລຸງຮັກສາລະບົບໄຟຟ້າ (ທຸກລະດັບແຮງດັນໄຟຟ້າ), ບໍລິການສຳຫຼວດອອກແບບ, ໃຫ້ການບໍລິການ ດ້ານວິຊາການ, ພັດທະນາແຫຼ່ງພະລັງງານໄຟຟ້າ, ຜະລິດ ແລະ ຈໍາໜ່າຍພະລັງງານໄຟຟ້າ, ຜະລິດ ແລະ ຈຳໜ່າຍຜະລິດຕະພັນເບຕົງ, ຜະລິດ ແລະ ນຳເຂົ້າອຸປະກອນໄຟຟ້າເພື່ອຈຳໜ່າຍ ຮັບໃຊ້ສັງຄົມ. ນອກຈາກນີ້, ກຕຟ ຍັງເຄືອນໄຫວທຸລະກິດສຳຮອງຕື່ມອີກເປັນຕົ້ນແມ່ນ: ການຊື້-ຂາຍພະລັງງານໄຟຟ້າ, ຊື້-ຂາຍ ພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານອື່ນໆ,

ບໍລິການສະຖານີສາກລົດໄຟຟ້າ, ນຳເຂົ້າ ແລະ ເປັນຕົວແທນຈຳໜ່າຍລົດໄຟຟ້າ, ນຳເຂົ້າ ແລະ ຈຳໜ່າຍອຸປະກອນ solar rooftop ວຽກບໍລິການ ບຳລຸງຮັກສາສ້ອມແປງລົດໄຟຟ້າຄົບວົງຈອນ, ໃຫ້ການບໍລິການດ້ານສາທາລະນຸປະໂພກ, ຮ່ວມທຶນກັບບຸກຄົນ ແລະ ນິຕິບຸກຄົນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວຂ້ອງກັບຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ທຸລະກິດຕິດພັນອື່ນໆ.

ລັດວິສາຫະກິດກໍ່ສ້າງ ແລະຕິດຕັ້ງໄຟຟ້າ ປະກອບດ້ວຍ 02 ຂະແໜ່ງການໃຫຍ່ ຄື: ຂະແໜງບໍລິຫານ ແລະ ຂະແໜງເຕັກນິກ. ປະກອບມີ 7 ຫ້ອງການເສນາທິການ ແລະ 2 ຫ້ອງການກໍ່ສ້າງ ແລະ ຜະລິດ, ມີໂຮງງານຜະລິດເສົາ 2 ແຫ່ງ, ຢູ່ຈຳປາສັກ ແລະ ນະຄອນຫຼວງ. ມີພະນັກງານກຳມະກອນທັງໝົດ: 139 ຄົນ, ເປັນຍິງ: 21 ຄົນ. ປັດຈຸບັນ ກຕຟ ໄດ້ຮ່ວມມືພັດທະນາແຫຼ່ງຜະລິດ ພະລັງງານໄຟຟ້າ ຈໍານວນ: 5 ໂຄງການຄື: ໂຄງການເຂື່ອນໄຟຟ້າ ນໍ້າສິມ ຕັ້ງຢູ່ ເມືອງ ວຽງໄຊ, ແຂວງ ຫົວພັນ. ມີກຳລັງຕິດຕັ້ງ 9 MW, ສາມາດ ຜະລິດໄດ້ຕໍ່ປີ 32 GWh/year, ໂດຍໄດ້ກໍ່ສ້າງສໍາເລັດແລ້ວ 95%; ໂຄງການເຂື່ອນໄຟຟ້າ ນ້ຳອ່າງ-ຕາແບງ ຕັ້ງຢູ່ ເມືອງ ສານໄຊ, ແຂວງ ອັດຕະປື. ມີກຳລັງຕິດຕັ້ງ 55 MW ສາມາດຜະລິດໄດ້ຕໍ່ປີ 163 GWh/year; ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳພວນ ຕັ້ງຢູ່ ເມືອງ ຮົ່ມ, ແຂວງ ໄຊສົມບູນ, ມີກຳລັງຕິດຕັ້ງ 102 MW,ສາມາດ ຜະລິດໄດ້ຕໍ່ປີ 202.5 GWh/year; ໂຄງການເຂື່ອນໄຟຟ້າ ນ້ຳບານ ຕັ້ງຢູ່ ເມືອງ ໃໝ່, ແຂວງ ຜົ້ງສາລີ. ມີກຳລັງຕິດຕັ້ງ 14 MW,ສາມາດ ຜະລິດໄດ້ຕໍ່ປີ 65.01 GWh/year ແລະ ໂຄງການເຂື່ອນໄຟຟ້າ ນ້ຳເມິກ ຕັ້ງຢູ່ ເມືອງ ໃໝ່, ແຂວງ ຜົ້ງສາລີ. ມີກຳລັງຕິດຕັ້ງ 15 MW, ສາມາດ ຜະລິດໄດ້ຕໍ່ປີ 69.65 GWh/year. 

           ພາຍຫຼັງຮັບຟັງການລາຍງານສະພາບທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດວຽກງານຂອງລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໃນໄລຍະຜ່ານມາ, ທ່ານ ລັດຖະມົນຕີ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ຄະນະພັກ, ຄະນະອຳນວຍການ ແລະ ພະນັກງານກຳມະກອນພາຍໃນລັດວິສາຫະກິດ ໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ການຍົກສູງຄຸນນະພາບການຊີ້ນຳ-ນຳພາວຽກງານວິຊາສະເພາະ ໄປພ້ອມໆກັບການບຳລຸງ ແລະ ກໍ່ສ້າງພະນັກງານ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາ ວຽກງານຕາມພາລະບົດບາດ, ບັນດາອຸປະກອນ ກົນຈັກ-ໄຟຟ້າ ພາຍໃນໂຮງໄຟຟ້າ ແລະ ສົ່ງເສີມວຽກງານຕາມແຜນການ; ສຶກສາ, ຄົ້ນຄວ້າ, ສ້າງ, ປັບປຸງ, ປະຕິບັດຕາມກົດໝາຍ, ລະບຽບການ, ມາດຕະຖານເຕັກນິກ, ເຜີຍແຜ່, ຝຶກອົບຮົມ, ການຝຶກຊ້ອມ, ໃຫ້ຄໍາປຶກສາ, ຄຳແນະນຳ ອື່ນໆ; ຄຸ້ມຄອງ, ຕິດຕາມ, ກວດສອບ-ກວດກາ, ການສຳຫລວດ, ອອກແບບ, ກໍ່ສ້າງ, ການດໍາເນີນງານ, ກວດກາຄຸນນະພາບ ແລະ ມາດຕະຖານ ບັນດາອຸປະກອນ, ວັດສະດຸ ທີ່ຮັບໃຊ້ ການກໍ່ສ້າງ, ບໍາລຸງຮັກສາ; ປະສານສົມທົບ ແລະ ຮ່ວມມືກັບຂະແໜງການກ່ຽວຂ້ອງ ໃຫ້ໄດ້ຮັບການພັດທະນາຂື້ນເລື້ອຍໆ.

ຂ່າວ: ລັດວິສາຫະກິດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ພາບ: ສົມສະນຸກ