
ຊຸດຝຶກອົບຮົມດັ່ງກ່າວ ໃຊ້ເວລາຈັດຂື້ນ 2 ວັນ ຄືແຕ່ວັນທີ 19-20 ມິຖຸນາ 2024 ທີ່ຜ່ານມາ ທີ່ໂຮງແຮມ Amari, ເມືອງວັງວຽງ ແຂວງວຽງຈັນ, ມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ຈາກບັນດາກົມທີ່ກ່ຽວຂ້ອງຂອງກະຊວງພະລັງງານ ແລະ ບໍ່ແຮ່ 16 ທ່ານ, ຈາກ ລຮລ 22 ທ່ານ ແລະ ຟຟລ 2 ທ່ານ ໂດຍມີທີມງານຊ່ຽວຊານຈາກບໍລິສັດ EY Singapore ແລະ ທີມງານຊ່ຽວຊານຈາກບໍລິສັດ Mott Macdonald ທີ່ມີປະສົບການຈາກປະເທດສິງກະໂປ ແລະ ມາເລເຊຍ ມາໃຫ້ການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ.

ໃນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບບົດຮຽນ ແລະ ຄວາມຮູ້ດ້ານວິຊາການໃໝ່ໆຫຼາຍຂຶ້ນ ກ່ຽວກັບໂຄງການພະລັງງານແບບສູບກັບ ແລະ ຜົນປະໂຫຍດຂອງໂຄງການດັ່ງກ່າວໃນການດູ່ນດ່ຽງພະລັງງານໄຟຟ້າ, ແນວໂນ້ມຂອງສາກົນ ແລະ ປັດໄຈສໍາຄັນໃນການພິຈາລະນາ/ສິ່ງທ້າທາຍ ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດໂຄງການດັ່ງກາວ ລວມທັງວຽກງານດ້ານເຕັກໂນໂລຊີ, ດ້ານການອອກແບບ, ດ້ານສິ່ງແວດລ້ອມ-ສັງຄົມ, ຮັບຮູ້ເຖິງແຫຼ່ງລາຍຮັບຈາກໂຄງການພະລັງງານແບບສູບກັບ, ບັນດາສັນຍາທີ່ກ່ຽວຂ້ອງ ແລະ ການລະດົມທຶນເພື່ອກໍ່ສ້າງໂຄງການ, ເພີ່ມທະວີຄວາມເຂົ້າໃຈກ່ຽວກັບຄວາມເປັນໄປໄດ້ໃນການບໍລິຫານຈັດການ ການຊື້-ຂາຍພະລັງງານ ໃນ ສປປ ລາວ, ມີການແລກປ່ຽນທັດສະນະ ແລະ ແບ່ງປັນປະສົບການໃນບັນດາຫົວຂໍ້ທີ່ກ່າວມາຂ້າງເທິງນີ້ ເພື່ອນໍາເອົາບົດຮຽນ ແລະ ຄວາມຮູ້ດ້ານວິຊາການໃໝ່ໆເຫຼົ່ານັ້ນ ໄປຜັນຂະຫຍາຍໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

ການຝຶກອົບຮົມຄັ້ງນີ້ແມ່ນ ລັດວິສາຫະກິດຖືຮຸ້ນລາວ ໄດ້ເຊັນໜັງສືຮັບຮອງເອົາການສະໜັບສະໜູນທຶນຊ່ວຍເຫຼືອລ້າດ້ານວິຊາການ (Technical Assistance/TA) ຮ່ວມກັບສະຖານທູດອັງກິດ ແລະ ສະຖານທູດອົດສະຕາລີ ປະຈໍາ ສປປ ລາວ ໃນວັນທີ 07/07/2023 ທີ່ຜ່ານມາ ຊຶ່ງເປັນໂຄງການຝຶກອົບຮົມດ້ານວິຊາການ ສ້າງຂີດຄວາມສາມາດໃຫ້ພະນັກງານລັດວິສາຫະກິດຖືຮຸ້ນລາວ ແລະ ພະນັກງານໃນຂະແໜງພະລັງງານ ເພື່ອຫັນໄປສູ່ການນໍາໃຊ້ພະລັງງານສະອາດ ແລະ ລຸດຜ່ອນບັນຫາກາກບອນ ໃນ ສປປ ລາວ ໂດຍສະເພາະການຮຽນຮູ້ວິຊາການ ກ່ຽວກັບ ພະລັງງານແບບສູບກັບ (Pumped Storage), ພະລັງງານແສງຕາເວັນ (Solar Power), ພະລັງງານລົມ (Wind Power) ແລະ ດ້ານນະໂຍບາຍອື່ນໆທີ່ກ່ຽວຂ້ອງ, ຊຶ່ງໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດສໍາເລັດກິດຈະກໍາຈໍານວນນຶ່ງມາແລ້ວ, ຄື:

ສໍາເລັດການທັດສະນະສຶກສາເຂື່ອນໄຟຟ້າພູມິພົນ ແລະ ຢ້ຽມຢາມໂຄງການໄຟຟ້າພະລັງງານແສງຕາເວັນ (Solar Farm) ຢູ່ທີ່ຈັງຫວັດຕາກ ປະເທດໄທ.
ສໍາເລັດການຈັດຝຶກອົບຮົມ ໃນຫົວຂໍ້ “Renewable Energy Financing and Floating Solar Engineering’’ ຢູ່ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນຈາກສະຖານທູດອັງກິດ (UK Government).

ສໍາເລັດການນໍາພາ ທ່ານນາງ ມາເລນີ ບາລໍ, ເອກອັກຄະລາຊາທູດ ຂອງສະຖານທູດອັງກິດ ປະຈໍາ ສປປ ລາວ ໄປທັດສະນະສຶກສາໂຄງການໄຟຟ້ານ້ຳເທີນ 2 ຢູ່ທີ່ແຂວງຄໍາມ່ວນ ແລະ ຍັງມີແຜນການຈະນໍາພາທິມງານຂອງສະຖານທູດອົດສະຕາລີ ປະຈໍາ ສປປ ລາວ ໄປທັດສະນະສຶກສາໂຄງການດັ່ງກ່າວເຊັ່ນດຽວກັນ.

ພາບ ແລະ ຂ່າວ: ລັດວິສາຫະກິດຖືຮຸ້ນລາວ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506