ໂຄງການເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ ສະໜອງງົບປະມານກໍ່ສ້າງຕາຂ່າຍໄຟຟ້າເຂົ້າ 2 ບ້ານຂອງເມືອງ ໄຊຍະບູລີ

          ພິທີເຊັນສັນຍາກໍ່ສ້າງຕາຂ່າຍແຮງດັນກາງ 22kv ກິໂລໂວນ ແລະ ແຮງດັນຕໍ່າ 0,4kv ແລະ ຕິດຕັ້ງໝໍ້ແປງເຂົ້າຫາ 2 ບ້ານຄື: ບ້ານນາຂອນແກ່ນ ແລະ ບ້ານໂພນສີດາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2024 ນີ້ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ລະຫວ່າງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນນາມຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ໄຊເສດຖາ ໂພທິລາດ ອໍານວຍການບໍລິສັດໄລອອນຄິງພາວເວີຈໍາກັດ ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ. ໂດຍຊ່ອງໜ້າການເຂົ້າຮ່ວມຂອງ ທ່ານ ຄຳເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

          ທ່ານ ປອ ໄຊພອນ ບຸນຊູ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເປີດເຜີຍວ່າ: ບ້ານໂພນສີດາ ແລະ ບ້ານນາຂອນແກ່ນ ເປັນບ້ານເປົ້າໝາຍຂອງໂຄງການ ເຊິ່ງຕັ້ງຢູ່ຫ່າງໄກສອກຫຼີກ ລຽບແຄມນໍ້າຂອງ ຫ່າງຈາກເທດສະບານເມືອງໄຊຍະບູລີໄປທາງທິດຕາເວັນອອກສຽງໃຕ້ ທັງສອງບ້ານມີ 116 ຄອບຄົວ, ມີພົນລະເມືອງທັງໝົດ 630 ກວ່າຄົນ ໃນໄລຍະຜ່ານມາສອງບ້ານດັ່ງກ່າວ ແມ່ນຢູ່ໃນໂຄງການແຜນສ້າງລະບົບຕາຂ່າຍໄຟຟ້າເຂົ້າຫາບ້ານໃນຈໍານວນ 5 ບ້ານເປົ້າໝາຍລຽບແຄມຂອງ ຂອງເມືອງໄຊຍະບູລີ. ໄລຍະນັ້ນ ແມ່ນເມືອງໄຊຍະບູລີ ເປັນເຈົ້າຂອງໂຄງການ ແມ່ນບໍ່ສາມາດຈັດຕັ້ງປະຕິບັດສໍາເລັດເຫຼືອ 2 ບ້ານດັ່ງກ່າວ ຍ້ອນບໍລິສັດຮັບເໝົາໂຄງການຂາດສະພາບຄ່ອງຕົວດ້ານການເງິນ, ງົບປະມານການລົງທຶນມີຈໍາກັດ ແລະ ເງື່ອນໄຂເສັ້ນທາງເຂົ້າຫາສອງບ້ານບໍ່ເອື້ອອໍານວຍ ດັ່ງນັ້ນບໍລິສັດດັ່ງກ່າວຈຶ່ງໄດ້ຢຸດຕິການປະຕິບັດໂຄງການລົງ ແລະ ໃຫ້ບໍລິສັດໄລອອນຄິງພາວເວີຈໍາກັດເປັນຜູ້ຮັບເໝົາກໍ່ສ້າງຕໍ່. ໂຄງການກໍ່ສ້າງຕາຂ່າຍໄຟຟ້າແຮງດັນກາງ 22kv, ແຮງດັນຕໍ່າ 0,4kv ແລະ ຕິດຕັ້ງໝໍ້ແປງໄຟຟ້າເຂົ້າຫາບ້ານໂພນສີດາ ແລະ ບ້ານນາຂອນແກ່ນ ເມືອງໄຊຍະບູລີ ເປັນໂຄງການບູລິມະສິດໜຶ່ງ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ໂດນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2021-2025) ໂດຍເປົ້າໝາຍເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າເຂົ້າໃນຊີວິດປະຈໍາວັນ ຮັບໃຊ້ການຜະລິດ, ການຄ້າ ແລະ ບໍລິການໃນຊົນນະບົດດີຂຶ້ນເທື່ອລະກ້າວ ທັງເປັນການສ້າງເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກ ບັນລຸມາດຖານຄອບຄົວ ແລະ ບ້ານພົ້ນທຸກຕາມດໍາລັດ 348/ລບ.

         ທ່ານ ກ່າວຕື່ມວ່າ: ໂຄງການກໍ່ສ້າງຕາຂ່າຍແຮງກາງ ແລະ ແຮງຕໍ່າ ເຂົ້າຫາ 2 ບ້ານດັ່ງກ່າວ ປະກອບມີໜ້າວຽກຄື: ກໍ່ສ້າງຕາຂ່າຍແຮງດັນກາງ 22kv ມີຄວາມຍາວທັງໝົດ 16 ກິໂລແມັດ, ກໍ່ສ້າງຕາຂ່າຍໄຟຟ້າແຮງດັນຕໍ່າ 0,4kv ຍາວມທັງໝົດ 2,12 ກິໂລແມັດ ແລະ ຕິດຕັ້ງໝໍ້ແປງຂະໜາດ 50 ກິໂລໂວນອໍາແປ ຈໍານວນ 1 ຊຸດ ຢູ່ບ້ານໂພນສີດາ ແລະ ຕິດຕັ້ງໝໍ້ແປງຂະໜາດ 100 ກິໂລໂວນອໍາແປ ຈໍານວນ 1 ຊຸດ ຢູ່ບ້ານນາຂອນແກ່ນ, ບຸກເບີກແລວກໍ່ສ້າງຕາຂ່າຍໄຟຟ້າແຮງດັນກາງ 22 ກິໂລໂວນ ຈາກບ້ານຄົກຟາກ ຫາບ້ານນາຂອນແກ່ນ ຍາວ 16 ກິໂລແມັດ ໂດຍແມ່ນບໍລິສັດໄລອອນຄິງພາວເວີຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງໝົດເກືອບ 12 ຕື້ກີບ ແມ່ນນໍາໃຊ້ທຶນພົດທະນາຊຸມຊົນໂຄງການໄຟຟ້າເຂື່ອນນໍ້າຂອງໄຊຍະບູລີ, ການຊໍາລະ ແມ່ນກໍານົດ 5 ປີ ແຕ່ປີ 2024-2028, ຈະໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນເດືອນກຸມພາ ແລະ ຈະໃຫ້ສໍາເລັດໃນເດືອນ ມິຖຸນາ 2025. ຈາກນັ້ນໃນພິທີ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໃນນາມຕາງໜ້າເຈົ້າຂອງໂຄງການ, ທ່ານ ໄຊເສດຖາ ໂພທິລາດ ອໍານວຍການບໍລິສັດໄລອອນຄິງພາວເວີຈໍາກັດ ຕາງໜ້າບໍລິສັດຜູ້ຮັບເໝົາກໍ່ສ້າງ ໄດ້ຮ່ວມກັນເຊັນບົດບັນທຶກການກໍ່ສ້າງຕາຂ່າຍໄຟຟ້າແຮງການ ແລະ ແຮງຕໍ່າ ໂດຍຊ່ອງໜ້າບັນດາແຂກທີ່ເຂົ້າຮ່ວມ.

ພາບ ແລະ ແຫຼ່ງຂ່າວ: NEWS.XBL
ຮຽບຮຽງ: ຄຳແສງ ແກ້ວປະເສີດ
Website: mem.gov.la
ສາຍດ່ວນ: 1506