ບໍລິສັດ ໄຟຟ້ານໍ້າງຽບ1 ຈຳກັດ ສືບຕໍ່ມອບໂຮງຮຽນ ໃຫ້ບັນດາບ້ານທີ່ນອນໃນເປົ້າໝາຍພັດທະນາຂອງໂຄງການ ຢູ່ເມືອງທ່າໂທມ ແຂວງ ໄຊສົມບູນ

          ພິທີໄດ້ຈັດຂຶ້ນໃນວັນທີ 6 ກັນຍາ 2022 ທີ່ຜ່ານມານີ້ ຢູ່ກຸ່ມບ້ານປາກຍອງ, ເມືອງທ່າໂທມ, ແຂວງ ໄຊສົມບູນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສຸກສະຫວາດ ວົງພຸມເຫຼັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ໄຊສົມບູນ, ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ; ທ່ານ ບຸນທຽມ ໄຊສົງຄາມ ກໍາມະການພັກແຂວງ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ, ທ່ານ ຄີ່ນທອງ ຊາວແຫວນຄໍາ ຮອງເລຂາພັກເມືອງ, ນອກຈາກນີ້ຍັງມີ ບໍລິສັດຜູ້ຮັບເໝົາກໍ່ສ້າງ, ຜູ້ຕາງໜ້າບໍລິສັດເຂື່ອນໄຟຟ້ານໍ້າງຽບ1 ເຊິ່ງເປັນຜູ້ໃຫ້ທືນ, ພ້ອມດ້ວຍອຳນາດການປົກຄອງຂັ້ນເມືອງ, ບ້ານ ແລະ ພໍ່ແມ່ຜູ້ປົກຄອງ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າມາຮ່ວມຢ່າງພ້ອມພຽງ.

          ໃນພິທີດັ່ງກ່າວ ໄດ້ຮັງຟັງການລາຍງານໂດຍຫຍໍ້ກ່ຽວກັບໂຄງການກໍ່ສ້າງໂຮງຮຽນປະຖົມ 6 ຫ້ອງ ຈາກ ທ່ານ ບຸນໄທ ມາລາວົງ ຮອງຫົວໜ້າຫ້ອງການ ພະລັງງານ ແລະ ບໍ່ແຮ່ ເມືອງທ່າໂທມ ແລະ ໄດ້ຮັບຟັງການລາຍງານເພີ່ມເຕີມຈາກ ທ່ານ ນາງ ຄໍາຫຼ້າ ພຸນສະຫວັດ ຮອງອໍານວຍການບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ທັງເປັນຜູ້ຮັບຜິຊອບວຽກງານສົ່ງເສີມສີ່ງແວດລ້ອມ ແລະ ສັງຄົມ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ-ລັດຖະບານ ກໍ່ຄືອຳນາດການປົກຄອງແຂວງ ທີ່ຍາມໃດກໍ່ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຂອງໂຄງການ, ພ້ອມກັນນີ້ ທ່ານ ຍັງກ່າວຕື່ມວ່າ: ທືນການກໍ່ສ້າງທັງໝົດ ແມ່ນນໍາໃຊ້ທືນພັດທະນາຊຸມຊົນຂອງໂຄງການເຂື່ອນໄຟຟ້ານໍ້າງຽບ 1 ໂດຍຜ່ານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໃນນາມເປັນເຈົ້າຂອງໂຄງການ ສົກປີ 2019-2022 ມາຮອດປັດຈຸບັນໄດ້ສໍາເລັດແລ້ວ 100%.

           ເພື່ອເຮັດໃຫ້ການນຳໃຊ້ ແລະ ປົກປັກຮັກສາມີປະສິດທິຜົນສູງສຸດ ທັງຮັບປະກັນໃຫ້ລູກຫຼານໄດ້ນຳໃຊ້ເປັນບ່ອນຮໍ່າຮຽນທັນໃນມື້ໄຂສົກຮຽນໃໝ່ ສົກປີ 2022-2023, ບໍລິສັດ ໄຟຟ້ານໍ້າງຽບ1 ຈໍາກັດ ຮ່ວມກັບອໍານາດການປົກຄອງແຂວງ, ເມືອງ ແລະ ບ້ານ ຈຶ່ງໄດ້ຈັດພິທີມອບ-ຮັບຢ່າງເປັນທາງການຂື້ນ ໂດຍການກ່າວມອບຂອງ ທ່ານ ນາງ ຄໍາຫຼ້າ ພຸນສະຫວັດ ຮອງອໍານວຍການບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດ ແລະ ກ່າວຮັບຂອງຂອງ ທ່ານ ສຸກສະຫວາດ ວົງພຸມເຫຼັກ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ໄຊສົມບູນ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພີຍານ.

          ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນພິທີ ຍັງໄດ້ມອບເຄື່ອງ ກິລາ, ປື້ມນິທານ ແລະ ຕົ້ນໄມ້ປະດັບ ຈໍານວນໜຶ່ງໃຫ້ແກ່ໂຮງຮຽນດັ່ງກ່າວ ຈາກ ທ່ານ ນາງຄໍາຫ້າ ພຸນສະຫວັດ ຮອງອໍານວຍການບໍລິສັດໂຄງການ ເຂື່ອນໄຟຟ້ານໍ້າງຽບ 1 ໂດຍແມ່ນທືນສ່ວນຕົວຈໍານວນໜຶ່ງ ແລະ ພ້ອມກັນປູກຕົ້ນໄມ້ປະດັບຈໍານວນໜຶ່ງໃສ່ເດີ່ນຂອງໂຮງຮຽນແຫ່ງນີ້ຕື່ມອີກ.

          ຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ຮອງເຈົ້າເເຂວງ ກ່ອນອື່ນ ທ່ານ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດຮັບເໝົາກໍ່ສ້າງ ແລະ ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ທີ່ໄດ້ຕິດຕາມຢ່າງໃກ້ຊິດເຮັດໃຫ້ໂຄງການນີ້ສໍາເລັດຢ່າງຈົບງາມ ພ້ອມກັນນີ້ ທ່ານ ໄດ້ມອບໃຫ້ ຫ້ອງການສຶກສາທິການ ແລະ ກິລາເມືອງ, ນາຍບ້ານ ແລະ ອໍານວຍການໂຮງຮຽນປະຖົມໂຮງຮຽນ ດັ່ງກ່າວ ຈົ່ງພ້ອມກັນປົກປັກຮັກສາ ແລະ ນໍາໃຊ້ໂຮງຮຽນແຫ່ງນີ້ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ແລະ ນໍາໃຊ້ໄດ້ຢ່າງຍາວນານ. ໃນວັນດຽວກັນນີ້ ທ່ານ ສຸກສະຫວາດ ວົງພຸມເຫຼັກ ຍັງໄດ້ນໍາເຄື່ອງຄອມພີວເຕີຈໍານວນ 2 ຊຸດ ພ້ອມເຄື່ອງພີມສີ ຈໍານວນ 2 ຊຸດ, ລວມມູນຄ່າທັງໝົດ 21 ລ້ານ ກ່ວາກີບມາມອບໃຫ້ຫ້ອງວ່າການປົກຄອງເມືອງທ່າໂທມ ເພື່ອຮັບໃຊ້ວຽກງານຂອງເມືອງຕື່ມອີກ.

ພາບ ແລະ ແຫຼ່ງຂ່າວ: ຈົດໝາຍຂ່າວໄຊສົມບູນ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ