
ໃນວັນທີ່ 24 ເມສາ ຜ່ານມາ ທີ່ຫ້ອງປະຊຸມ ອານຄານ 50 ປີ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຈັງຫວັດນົນທະບູລີ ປະເທດໄທ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT), ບໍລິສັດ ຈີໂຢດາ (CYD) ແລະ ບໍລິສັດ ມິດຊູບິຊິ (ໄທ) ຈໍາກັດ (MCT) ໄດ້ເຊັນບົດບັນທຶກຄວາມຮ່ວມມື (MOC) ເພື່ອສຶກສາ ແລະ ພັດທະນາການນໍາໃຊ້ໃບຢັ້ງຢືນພະລັງງານທົດແທນ ເພື່ອຜະລິດໄຮໂດຣເຈນ ແລະ ອໍາໂມເນຍ ສີຂຽວ ເພື່ອເດີນໜ້າພະລັງງານສີຂຽວໄປສູ່ຄວາມເປັນ ກາກບອນ ແລະ Net Zero Emission. ຮ່ວມລົງນາມຄັ້ງນີ້ ປະກອບມີຄະນະຜູ້ບໍລິຫານທັງ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ລັດວິສາຫະກິດໄຟຟ້າລາວ, ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ , ບໍລິສັດ ຈີໂຢດາ ແລະ ບໍລິສັດ ມິດຊູບິຊິ (ໄທ) ຈໍາກັດ ການເຊັນບົດບັນທຶກໃນຄັ້ງນີ້ໂດຍມີ ກອບຂອງການຮ່ວມມືຄື: ສຶກສາ ແລະ ສົ່ງເສີມການນຳໃຊ້ໃບຢັ້ງຢືນພະລັງງານທົດແທນ (RECs) ຂ້າມພົມແດນທີ່ເປັນການນຳເຂົ້າໄຟຟ້າຈາກເຂື່ອນໄຟຟ້າຈາກ ສ ປ ປ ລາວ ເພື່ອຜະລິດໄຮໂດຣເຈນ ແລະ ອໍາໂມເນຍ ສີຂຽວສຶກສາໂອກາດທາງທຸລະກິດຂອງ ໄຮໂດຣເຈນ ແລະ ອໍາໂມເນຍ ສີຂຽວ ດ້ວຍການສ້າງໃບຢັ້ງຢືນ (RECs) ສຳລັບລູກຄ້າພາຍໃນ ແລະ ຕ່າງປະເທດ ໂດຍມີ ທ່ານ ນາງ ສັນຕິສຸກ ພິມພະຈັນ ຮັກສາການແທນຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ.

