ທ່ານ ພົມມາ ຈັນທະວົງ ໄດ້ຮັບການແຕ່ງຕັ້ງເປັນຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ

          ຕອນບ່າຍວັນທີ 28 ມີນາ 2025 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ໄດ້ມີພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂອງພະແນກອ້ອມຂ້າງແຂວງ ໃນນີ້ລວມທັງພະແນກພະລັງງານ ແລະ ບໍ່ແຮ່ແຂວງ
          ພາຍໃຕ້ການເປັນປະທານຂອງທ່ານ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນຳຂອງແນກການ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນະເຂດ ວ່າດ້ວຍການແຕ່ງຕັ້ງພະນັກງານ, ເຈົ້າແຂວງສະຫວັນນະເຂດ ຕົກລົງແຕ່ງຕັ້ງທ່ານ ພົມມາ ຈັນທະວົງ ເປັນຮັກສາການພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໂດຍແມ່ນ ທ່ານ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ເປັນກຽດມອບຂໍ້ຕົກລົງຂອງທ່ານເຈົ້າແຂວງວສະຫວັນນະເຂດ ຜູ້ທີ່ຖືກແຕ່ງຕັ້ງໃໝ່.
          ໃນໂອກາດນີ້, ທ່ານ ບົວສອນ ມະຫາວົງ ກໍ່ໄດ້ມີຄຳເຫັນໂອ້ລົມ ຕໍ່ຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ການປັບປຸງການຈັດຕັ້ງ ສັບຊ້ອນໜ້າທີ່ວຽກງານ ກໍແມ່ນການສືບຕໍ່ປັບປຸງວຽກ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມສະດວກສະບາຍ ແລະ ເປັນໄປຕາມລະບຽບຫຼັກການ, ສິ່ງສຳຄັນຕ້ອງເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມປອດໃສ, ຍຸຕິທຳ, ບໍ່ບັງຄັບນາບຂູ່ປະຕິບັດສິດໜ້າທີ່ເກີນຂອບເຂດ ແລະພ້ອມກັນເຮັດໜ້າທີ່ຂອງຕົນທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ລະບົບກົງຈັກລັດມີຄວາມໜັກແໜ້ນ ແລະປອດໃສ ເຮັດແບບລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນມີຄວາມຮັບຜິດຊອບ, ມີການແບ່ງວຽກງານການຊີ້ນຳ-ນຳພາຕາມໜ້າວຽກວິຊາສະເພາະໃຫ້ລະອຽດ.
ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ
ສາຍດ່ວນ: 1506