ເມືອງຊານໄຊ ຈັດພິທີ ມອບ-ຮັບວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ຂັ້ນບ້ານ

          ເພື່ອຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງຂອງພັກ ໂດຍສະເພາະໃນວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ. ຕອນເຊົ້າວັນທີ 16 ມີນາ 2023 ນີ້ ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບວຽກງານພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ພູນສຸກ ແກ້ວຄຳເພຍ ຮັກສາການຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ ແລະ ຄະນະພັກບ້ານຈາກ 39 ບ້ານອ້ອມຂ້າງເມືອງ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພິຍານຂອງ ທ່ານ ສຸວັນສີ ແກ້ວວີເສີດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຊານໄຊ. ມີການນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້ານຮ່ວມ.

         ທ່ານ ພູນສຸກ ແກ້ວຄຳເພຍ ຮັກສາການຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ ໄດ້ກ່າວວ່າ: ການມອບ-ຮັບ ແລະ ແບ່ງຂັ້ນຄຸ້ມຄອງວຽກງານພະລັງງານ ແລະ ບໍ່ແຮ່ ພາຍໃນເມືອງຊານໄຊຄັ້ງນີ້ ກໍ່ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ ແລະ ການຈັດຕັ້ງປະຕິບັດວຽກງານ ພະລັງງານ ແລະ ບໍ່ແຮ່ ຢູ່ເມືອງຊານໄຊ ນັບມື້ມີຄວາມເຂັ້ມແຂງ, ຍົກສູງບົດບາດການມີສ່ວນຮ່ວມຂອງ ອໍານາດການປົກຄອງບ້ານ ເພື່ອສ້າງຄວາມເປັນເອກະພາບໃນການຄຸ້ມຄອງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ນັບມື້ສູງຂື້ນເທື່ອລະກ້າວ ແລະ ທັງເປັນການຈັດຕັ້ງປະຕິບັດວຽກງານສາມສ້າງຂອງພັກເຮົາວາງອອກ.

ພາບ ແລະ ແຫຼ່ງຂ່າວ: ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຊານໄຊ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ