
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີທີ່ຈະໝູນວຽນອີກວາລະໜຶ່ງໃນວັນທີ 20 ມັງກອນ 2022. ມາໃນຕອນເຊົ້າວັນທີ 28 ທັນວາ 2021 ຜ່ານມານີ້, ບໍລິສັດ ຊີເຄພາວເວີ ຈຳກັດ ມະຫາຊົນ ຮ່ວມກັບ ບໍລິສັດ ໄຟຟ້າພະລັງງານນ້ຳງື່ມ 2 ຈຳກັດ, ໄດ້ ມອບລົດ AMBULANCE ໃຫ້ ໂຮງໝໍກອງພົນທີ 1 ຕາງໜ້າ ກ່າວມອບໂດຍ ທ່ານ ທົດສະພອນ ທິບວໍລະທຳ ຜູ້ອຳນວຍການ ບໍລິສັດ ໄຟຟ້າພະລັງງານນ້ຳງື່ມ 2 ພ້ອມດ້ວຍທີມງານ ແລະ ກ່າວຮັບ ຂອງ ທ່ານ ພັນເອກ ວົງຈັນ ພັນຈັນທະມານ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນ ທີ 1, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພະນັກງານຫຼັກແຫຼ່ງໂຮງໝໍ108 ເຂົ້າຮ່ວມ.
ພາຫະນະທີ່ນຳມອບຄັ້ງນີ້, ເປັນ ລົດຕູ້ 1 ຄັນ (AMBULANCE) ເພື່ອປະກອບສ່ວນຊຸກຍູ້ນ້ຳໃຈໃຫ້ແກ່ພະນັກງານວິຊາສະເພາະແພດໝໍ ທີ່ກຳລັງຕິບັດໜ້າທີ່ອັນສຳຄັນ ເປັນການຮັບໃຊ້ບໍລິການຄົນເຈັບໃຫ້ທ່ວງທັນເວລາ ແລະ ມີຄວາມປອດໄພ, ພ້ອມທັງເປັນການເພີ່ມທະວີບັນດາມາດຕະການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເພື່ອຮັບໃຊ້ເຂົ້າໃນ ໜ້າທີ່ການເມືອງ, ຕາມພາລະບົດບາດວິຊາສະເພາະການແພດ, ເຫັນໄດ້ຄວາມສຳຄັນຂອງວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ແນໃສ່ເຮັດວຽກງານມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ.
ໃນໂອກາດກ່າວຮັບ ທ່ານ ຫົວໜ້າການເມືອງ ກອງພົນທີ1 ໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ທາງ ບໍລິສັດ ທີ່ໄດ້ນຳເອົາລົດດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເຫັນໄດ້ ຄວາມໝາຍຄວາມສຳຄັນຂອງ ວຽກງານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ, ກໍຄືວຽກ ງານການແພດ ເພື່ອປະຕິບັດ ໜ້າທີ່ອັນສຳຄັນໃນການຄວບ ຄຸມຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19, ສະແດງໃຫ້ເຫັນເຖິງ ຄວາມຮັກແພງ ແລະ ສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະ ຫຼອດມາ ບໍ່ວ່າໃນຍາມໃດກໍຕາມ ຮັກສາໄດ້ມູນເຊື້ອອັນສະຫງ່າ ງາມຂອງກົມກອງ ກໍຄືກອງທັບ ກັບປະຊາຊົນລາວ ດັ່ງຄຳຂັວນທີ່ ວ່າ: ( ປາກັບນ້ຳ ), ພ້ອມດຽວ ກັນນີ້ ທ່ານ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ລົດເຂົ້າໃນ ວຽກງານວິຊາສະເພາະໃຫ້ມີປະ ສິດທິຜົນສູງ.
ແຫຼ່ງຂໍ້ມູນ: Lao people’s Army News
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ