ສະຫາຍ ບຸນລ້ວນ ລີໄຊຍະລາດ ໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງສະຫວັນນະເຂດ ອີກສະໄໝໜຶ່ງ

          ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ ໄດຈັດຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 26 ກໍລະກົດ 2022 ນີ້ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍສະມາຊິພັກສົມບູນຈໍານວນ 100 ສະຫາຍ ຍິງ16 ສະຫາຍ,ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

           ໃນພິທີອັນສະຫງ່າລາສີນີ້, ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ກ່າວໄຂພິທີ ພ້ອມທັງຜ່ານບົດລາຍງານການເມືອງການຊີ້ນຳ-ນຳພາຂອງຄະນະພັກໃນໄລຍະ 5ປີຜ່ານມາ ແລະ ສະເໜີທິດທາງແຜນການໃນ 5 ປີຕໍ່ໜ້າວ່າ: ຮາກຖານພັກພະແນກພະລັງງານ ແລະ ບໍ່ແຮ່ປະກອບມີ 3 ໜ່ວຍພັກຄື ຫນ່ວຍພັກຫ້ອງການພະແນກພະລັງງານ ແລະ ບໍ່ແຮ່,ຫນ່ວຍພັກລັດວິສາຫະກິດໄຟຟ້າ ແຂວງສະຫວັນນະເຂດ ແລະ ໜ່ວຍພັກຄຸ້ມຄອງລະບົບສົ່ງໄຟຟ້າປະຈຳແຂວງ,ການຊີ້ນຳໆພາ ໄດ້ຖືເອົາວຽກງານການເມືອງເປັນກົກ ເຮັດໃຫ້ສະມາຊິກພັກ-ພະນັກງງານ ລັດຖະກອນເຊື່ອມຊືມບັນດາແນວທາງນະໂຍບາຍ,ລະບຽບກົດໝາຍ,ມະຕິຄຳສັ່ງ ແລະ ເອກະສານຕ່າງໆທີ່ຂັ້ນເທິງວາງອອກແຕ່ລະໄລຍະ, ຮອດປະຈຸບັນ ມີຫົວໜ່ວຍກິດຈະການ ທີ່ຂຶ້ນກັບການຄຸ້ມຄອງທັງໝົດ 85 ຫົວຫນ່ວຍ,ໃນນີ້ດ້ານພະລັງງານ 40 ຫົວໜ່ວຍ,ດ້ານບໍ່ແຮ່ມີ 39 ຫົວໜ່ວຍ,ດ້ານທໍລະນີສາດ ແຮ່ທາດ ມີ 6 ບໍລິສັດ ທີ່ສູນກາງອອກອະນຸຍາດ. ທົ່ວແຂວງໄດ້ຊົມໃຊ້ໄຟຟ້າຖາວອນຄົບ14 ເມືອງແລະ1ນະຄອນ, 976 ບ້ານຂອງບ້ານທັງໝົດ 1.052 ບ້ານເທົ່າກັບ 95,22%. ພ້ອມນີ້ໃນກອງປະຊຸມກໍໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນໃຫ້ 3 ໜ່ວຍພັກ ຢ່າງສົມກຽດ.

          ກອງປະຊຸມຄັ້ງນີ້ ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາຄະນະພັກຮາກຖານຊຸດໃໝ່ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 7 ສະຫາຍ ຍິງ1 ສະຫາຍ ເລືອກໄດ້ 5 ສະຫາຍ. ຜ່ານການປ່ອນບັດລົງຄະແນນສຽງ ແລະຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ມີຄວາມເປັນເອກະພາບເລືອກເອົາ ສະຫາຍ ບຸນລ້ວນ ລີໄຊຍະລາດ ເປັນເລຂາຄະນະພັກຮາກຖານອີກ1ສະໄໝ, ສະຫາຍ ປອ ເພັດສະໝອນ ພອນວິໄລສັກ ເປັນຮອງເລຂາ, ສະຫາຍ ພົມມາ ຈັນທະວົງ ເປັນກໍາມະການ ທັງເປັນປະທານກວດກາ, ສະຫາຍ ສອນປະສິດ ມາລາວົງ ແລະ ສະຫາຍ ສົມປະດິດ ພະວົງສາ ເປັນກໍາມະການ. ພ້ອມດຽວກັນນີ້ກໍຍັງເລືອກເອົາ ສະຫາຍນາງ ສຸກສະເຫວີຍ ແກ້ວປະເສີດ ແລະ ສະຫາຍ ແກ້ວບຸນທະວີ ພູມສະຫວັນ ເປັນຮອງປະທານກວດກາ.

          ຕອນທ້າຍຂອງກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ຄຳວິໄສ ຜຸຍຍະວົງ ບາງຕອນສະຫາຍກ່າວວ່າ: ການດໍາເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ກໍແມ່ນການຕິດຕາມກວດກາ ຕີລາຄາຄືນການຈັດຕັ້ງຊີ້ນໍາໆພາ, ການຈັດຕັ້ງຜັນຂະຫຍາຍ, ການຈັດຕັ້ງປະຕິບັດກົດລະບຽບ, ແຜນພັດທະນາເສດຖະກິດໃນປີຜ່ານໆມາ ນອກນັ້ນກໍເພື່ອເປັນການກໍານົດທິດທາງ ຄາດໝາຍສູ້ຊົນໃນແຕ່ລະດ້ານໃນ 5 ປີຕໍ່ໜ້າ, ນອກນີ້ການດໍາເນີນກອງປະຊຸມໃຫຍ່ ຍັງເປັນເວທີໃນການປັບປຸງຄະນະພັກໃຫ້ມີຄວາມໜັກແໜ້ນ,ໃຫ້ມີຄວາມເຂັ້ມແຂງ, ແນ່ໃສ່ຍົກສູງຄວາມສາມາດຂອງຄະນະພັກໃຫ້ສົມກັບໜ້າທີ່ການເມືອງທີ່ພັກມອບໝາຍໃຫ້, ເພື່ອເປັນການສືບຕໍ່ຜັນຂະຫຍາຍມູນເຊື້ອທີ່ດີງາມ ແລະ ຜົນງານທີ່ໂດດເດັ່ນ , ເດັດດ່ຽວປັບປຸງຂໍ້ຄົງຄ້າງ , ຍົກສູງບົດບາດຄວາມສາມາດຂອງພັກ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງ ສະຫາຍສະມາຊິກພັກ ຄະນະພະແນກພະລັງງານ ແລະ ບໍ່ແຮ່ ,ຈາກນັ້ນຈົ່ງສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ເພີ່ມທະວີການສຶກສາ ອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິພັກ ໃຫ້ເລິກເຊິ່ງ ເປັນປົກກະຕິ ແລະ ຕໍ່ເນື່ອງ.

ພາບ ແລະ ແຫຼ່ງຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ