ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ແລກປ່ຽນບົດຮຽນດ້ານຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ

          ພິທີພົບປະ, ແລກປ່ຽນບົດຮຽນດັ່ງກ່າວໄດ້ຈັດຂຶ້ນລະຫວ່າງ ວັນທີ 13-16 ສິງຫາ 2024 ຢູ່ເຂື່ອນສີນະຄະຣິນ, ແຂວງ ການຈະນະບຸຣີ, ຣາຊະອານາຈັກໄທ. ຄະນະຜູ້ແທນຝ່າຍກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ນໍາພາໂດຍ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ) ພ້ອມດ້ວຍຄະນະທີ່ມາຈາກພາກຂະແໜງການຕ່າງໆເຊັ່ນ: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລຄຳໄຊ, ເມືອງປາກກະດິງ, ເມືອງວຽງທອງ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ບໍລິສັດໄຟຟ້ານ້ຳເທີນ 1 ແລະ ຄະນະຜູ້ແທນການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ນໍາໂດຍ ທ່ານທ່ານ ສຸພາໃຈ ຄຸບສາດ ຜູ້ອຳນວຍການຝ່າຍຈັກການທຸລະກິດ, ທ່ານ ກຳຣິດ ໃບແຍ້ມ ຜູ້ອຳນວຍການບຳລຸງຮັກສາດ້ານໂຍທາ, ທ່ານ ດາໃນ ຜູ້ຊ່ວຍຜູ້ອຳນວຍການ, ພ້ອມດ້ວຍຄະນະຜູ້ອໍານວຍການບໍາລຸງຮັກສາດ້ານໂຍທາຂອງເຂື່ອນສີນະຄະຣິນ ແລະ ຕາງໜ້າຈາກກົມຊົນລະປະທານ ພ້ອມດ້ວຍທີມງານວິຊາການເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ ຄະນະທີມງານວິຊາການຈາກກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກໍ່ໄດ້ແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ ສະພາບຕົວຈິງໃນການຈັັດຕັ້ງປະຕິບັດວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ຂອງໂຄງການເຂື່ອນຢູ່ພາຍໃຕ້ການຄຸ້ມຄອງຂອງ ກຟຜ ແລະ ກົມຊົນລະປະທານ ທີ່ມີຫຼາຍກວ່າ 1,369 ແຫ່ງ, ຊຶ່ງໃນກອງປະຊຸມແມ່ນໄດ້ຮັບຟັງໄດ້ຮັບພັງການນໍາສະເໜີ ຄື: 1. ສະພາບລວມຂອງການບໍລິຫານຈັດການ ແລະ ຄຸ້ມຄອງໂຄງການຂອງເຂື່ອນສີນະຄະຣິນ ແລະ ການນໍາໃຊ້ນໍ້າເຂົ້າໃນການຜະລິດໄຟຟ້າ ແລະ ກະສິກໍາ; 2. ຂັ້ນຕອນ ແລະ ວິທີການຄຸ້ມຄອງ ວຽກງານຄວາມປອດໄພຂອງເຂື່ອນ, ການເຮັດບົດສືກສາເຂື່ອນແຕກ ແລະ ຂັ້ນຕອນ ແລະ ວິທີການແຜນຮັບມືສຸກເສີນ ຂອງໂຄງການເຂື່ອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ EGAT; 3. ຂັ້ນຕອນ ແລະ ວິທີການຄຸ້ມຄອງ ວຽກງານຄວາມປອດໄພຂອງເຂື່ອນ, ການເຮັດບົດສຶກສາກໍລະນີເຂື່ອນແຕກ ແລະ ຂັ້ນຕອນວິທີການປະຕິບັດແຜນຮັບມືສຸກເສີນ ຂອງໂຄງການເຂື່ອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກົມຊົນລະປະທານ ແລະ 4. ສະພາບໃນການພັດທະນາພະລັງງານແສງຕາເວັນທີ່ຕິດຕັ້ງຢູ່ເທິງອ່າງກັກເກັບນໍ້າ (Floating Solar) ແລະ ໂຄງການເຂື່ອນໄຟຟ້າແບບສູບກັບ (Pumped Storage Hydropower).

          ກອງປະຊຸມດັ່ງກ່າວ ແມ່ນດໍາເນີນໄປດ້ວຍບັນຍາກາດທີ່ພົດພື້ນ ແລະ ຜູ້ເຂົ້າຮ່ວມກໍໄດ້ມີການຊັກຖາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ກົນໄກ ແລະ ເຄື່ອງມືທີ່ນໍາໃຊ້ເຂົ້າໃນການຕິດຕາມຄຸ້ມຄອງ, ບຸກຄະລາກອນ, ຈຸດດີ, ຈຸດອ່ອນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຈຸດພິເສດຂອງແຕ່ລະໂຄງການ ແລະ ໜ້າວຽກ ໃນໄລຍະຜ່ານມາ ທີ່ຕິດພັນ ເປັນຕົ້ນແມ່ນ: ອົງການທີ່ຮັບຜິດຊອບ, ງົບປະມານ, ວຽກງານຄວາມປອດໄພຂອງເຂື່ອນ, ການກະກຽມຄວາມພ້ອມຮັບມືເຫດການສຸກເສີນ, ກົນໄກຊ່ອງທາງ ແລະ ເຄື່ອງມືທີ່ນໍາໃຊ້ເຂົ້າໃນການໂຄສະນາ ຫຼື ແຈ້ງເຕືອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກເນື່ອງແຫຼ່ງທ່ອງທ່ຽວເພີ້ມຂຶ້ນຢູ່ບໍລິເວນເຂດໂຄງການ ແລະ ທ້າຍເຂື່ອນ, ການໂຄສະນາປະຊາສໍາພັນສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນຮັບຊາບ ແລະ ຢູ່ຮ່ວມກັນກັບການພັດທະນາ, ການເຜີຍແຜ່, ການຝືກຊ້ອມ ແລະ ການຈໍາລອງເຫດການເພື່ອຝືກຊ້ອມອົບພະພະຍົກ.

ພາບ ແລະ ແຫຼ່ງຂໍ້ມູນ: ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ
ຮຽບຮຽງ: ຄໍາແສງ ແກ້ວປະເສີດ
ສາຍດ່ວນ: 1506