ບັນດາບໍລິສັດ ແລະ ຜູ້ປະກອບການ ນຳເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ນຳຜະລິດຕະພັນ ເຂົ້າຮ່ວມວາງສະແດງ

          ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງພັກ, ລັດຖະບານ ກໍ່ຄືຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສເເພາະແມ່ນນະໂຍບາຍສົ່ງເສີມການຊົມໃຊ້ລົດໄຟຟ້າຢູ່ ສປປລາວ.
ບັນດາບໍລິສັດ ແລະ ຜູ້ປະກອບການ ນຳເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ຈຳນວນ 10 ບໍລິສັດ ໄດ້ນຳເອົາລົດຍີ່ຫໍ້ຕ່າງໆ ທັງລົດຈັກ ແລະ ລົດໃຫຍ່ ນຳມາວາງສະແດງຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ເນື່ອງໃນໂອກາດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2022 ທີ່ຈັດຂຶ້ນລະຫວ່າງວັນທີ 2-3 ກຸມພາ 2023 ນີ້.
ໂດຍ: ຄຳແສງ ແກ້ວປະເສີດ