ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນຄັ້ງທີ 40 (40th SOME)

           ໃນລະຫວ່າງວັນທີ 28 ມິຖຸນາ ຫາ ວັນທີ 01 ກໍລະກົດ 2022 ກະຊວງ ພະລັງງານ ແລະ ບໍ່ແຮ່ ນໍາໂດຍ ທ່ານ ປອ. ອາຄົມເດດ ວົງໄຊ Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ ທ່ານ ນ. ສັນຕິສຸກ ພິມພະຈັນ (Alternate SOE), ຄະນະກົມ ແລະ ບັນດາຜູ້ປະສານງານທີ່ຮັບຜິດຊອບຫຼັກໃນແຕ່ລະໜ້າວຽກທີ່ຕິດພັນຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ໃນ 7 (Sub-Sector Network) ແລະ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມ Senior Officials Meeting (ກອງປະຊຸມເຈົ້່າໜ້າທີ່ອາວຸໂສພະລັງງານອາຊຽນແລະ ກອງປະຊຸມທີ່ກ່ຽວຂ້ອງປະຈຳປີ 2022 ເຊິ່ງປີນີ້ ປະເທດກຳປູເຈຍ ເປັນເຈົ້າພາບຈັດກອງປະຊຸມຜ່ານຮູບແບບ Video Conference ທີ່ຫ້ອງປະຊຸມກົມແຜນການ ແລະ ການຮ່ວມມື.

           ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບ ແລະ ລາຍງານຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນປີ 2021 ແລະ ແຜນວຽກທີ່ຈະສືບຕໍ່ຈັດຕັ້ງປະຕີບັດໃນສົກປີ 2022-2023 ພ້ອມກັນນີ້ ສປປ ລາວ ໃນນາມຈະເປັນປະທານກອງປະຊຸມໃນໜ້າວຽກກ່ຽວກັບ ASEAN Energy Regulators’ Network (AERN) ກໍ່ໄດ້ມີການລາຍງານຕໍ່ກັບແຜນວຽກທີ່ຈະຈັດຕັ້ງປະຕິບັດໃນໄລຍະ 2 ປີ (2022-2023) ໃນການຊຸກຍູ້ໃຫ້ແກ່ການຊື້ໄຟຫຼາຍຝ່າຍໃນຂົງເຂດອາຊຽນ. ນອກນີ້ ໃນກອງປະຊຸມໄດ້ມີການສະເໜີຂະຫຍາຍໃນການຈັດຕັ້ງປະຕິບັດຂອບ MOU ໃນໜ້າວຽກ ASEAN Power Grid ຫຼື (APG) ທີ່ຈັດຕັ້ງປະຕິບັດມາແຕ່ປີ 2009 ໂດຍມີ HAPUA ເປັນຫຼັກໃນການປະຕິບັດສັນຍາ MOU. ລວມທັງຂໍ້ສະເໜີຂອງ ສປ.ຈີນ ໃນການຮ່ວມມືກັບອາຊຽນກ່ຽວກັບ China-ASEAN Energy Cooperation Centre ພາຍໃຕ້ຂອບວຽກ Renewable Energy Programme Area.

          ໃນໂອກາດດັ່ງກ່າວນີ້ ໂດຍທ່ານ ປອ ອາຄົມເດດ ວົງໄຊ ໄດ້ລາຍງານຕໍ່ກອງປະຊຸມເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດ ໂຄງການສະໜອງພະລັງງານໄຟຟ້າຈາກລາວໄປຫາສິງກະໂປ ໂດຍຜ່ານລະບົບສາຍສົ່ງທີ່ມີຢູ່ແລ້ວ ຈາກປະເທດໄທ ແລະ ປະເທດມາເລເຊຍ ຂາຍໄປສູ່ປະເທດສິງກະໂປ ໃນວັນທີ 23 ມິຖຸນາ 2022 (Lao PDR – Thailand – Malaysia – Singapore Power Integration Project (LTMS-PIP)) ເຊິ່ງຖືວ່າເປັນໜຶ່ງຂອງໂຄງການຮ່ວມມືຕົວແບບໃນການຊື້ຂາຍໄຟແບບຫຼາຍຝ່າຍ ສົ່ງເສີມໃຫ້ແກ່ ASEAN POWER GRID.
ພາບ: ວິລະຊາດ ສາຍອັດຕະປື
ແຫຼ່ງຂໍ້ມູນ: ກົມແຜນການ ແລະ ການຮ່ວມມື