
ໃນມື້ທີ 2 ຂອງການດຳເນີນກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ໃນວັນທີ 25 ກັນຍາ 2024 ນີ້, ໄດ້ຈັດຂຶ້ນ 02 ກອງປະຊຸມຄື: ກອງປະຊຸມຂັ້ນເຈົ້າໜ້າທີອາວຸໂສພະລັງງານອາຊຽນ + 3 (ສປ. ຈີນ, ຢີປຸ່ນ ແລະ ສ. ກົາຫຼີ) ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້້ນລັດຖະມົນຕີພະລັງງານອາຊຽນ + 3 (ສປ. ຈີນ, ຢີປຸ່ນ, ກົາຫຼີ) ຄັ້ງທີ 21 ຫຼື SOME+3 (CHINA, JAPAN, KOREA) PREPARATORY MEETING FORTHE TWENTY FIRST ASEAN+3 MINISTERS ON ENERGY MEETING (SOME+3 Prep for the 21st AMEM+3) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊີຕາເວັນອອກ (EAS) ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນລັດຖະມົນຕີອາຊີຕາເວັນອອກ ຄັງທີ 18 ຫຼື EAS ECTF PREPARATORY MEETING FOR THE EIGHTEENTH EAST ASIA SUMMIT ENERGY MINISTERS MEETING (EAS ECTF PREP FOR 18TH EAS EMM) ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ.ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ. ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສພ້ອມດ້ວຍຄະນະຜູ້ແທນຈາກ 10 ປະເທດອາຊຽນ, ປະເທດ ຕີມໍ ເລດເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ, ກອງເລຂາ HAPUA , ASCOP ແລະ ບັນດາປະເທດ + 8 (ອົດສະຕາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫຼີ, ລັດເຊຍ ແລະ ອາເມລິກາ) ເຂົ້າຮ່ວມ ລາຍລະອຽດໂດຍຫຍໍ້ມີຄື:

