ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ມອບເງິນຊ່ວຍເຫຼືອພະນັກງານ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

          ໃນຕອນແລງຂອງວັນທີ 16 ກັນຍາ 2024 ພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ໄດ້ຈັດພິທີມອບເງິນ ຈໍານວນ 20ລ້ານ ກີບ, ເພື່ອຊ່ວຍເຫຼືອຄອບຄົວພະນັກງານ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງນໍ້າທາທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດທາງທໍາມະຊາດ(ນໍ້າຖ້ວມ) ເລີ່ມແຕ່ວັນທີ 9 ກັນຍາ 2024 ຜ່ານມາ. ປັດໄຈດັ່ງກ່າວແມ່ນໄດ້ຈາກການປະກອບສ່ວນຂອງ ພະນັກງານ-ລັດຖະກອນ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ, ຫ້ອງການ ພະລັງງານ ແລະ ບໍ່ແຮ່ເມືອງ 5 ເມືອງ ແລະ ບັນດາຫົວໜ່ວຍ ທຸລະກິດຈໍານວນໜຶ່ງ;
ໃນໂອກາດດັ່ງກ່າວ, ທ່ານ ບຸນທຽມ ໄຊສົມຄາມ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ສະພາບໄພພິບັດອັນຮ້າຍແຮງໃນຄັ້ງນີ້ ເຊິ່ງໄດ້ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ຊິວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ. ນອກຈາກນັ້ນ ຍັງໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ສົ່ງກໍາລັງໃຈຜ່ານສື່ອອນລາຍໄປເຖິງພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງນໍ້າທາ ຈົ່ງພ້ອມພາກັນເຂັ້ມແຂງສູ້ຊົນຜ່ານຜ່າອຸປະສັກດັ່ງກ່າວໄປດ້ວຍດີ.
ພາບ ແລະ ຂ່າວ: ພບ ແຂວງໄຊສົມບູນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506