ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ແລະ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຖອດຖອນບົດຮຽນທາງດ້ານວິຊາການ

         ພິທີພົບປະດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2023 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຝ່າຍກະຊວງພະລັງງານ ແລະ ບໍ່ແຮ່ ນໍາພາຄະນະໂດຍ ທ່ານ ປອ ພູໂຂງ ແສງວິໄລ ຮອງຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ແລະ ທ່ານ ນ. ອຸທອນ ເພັດຫຼວງສີ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ຕາງໜ້າໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
          ຈຸດປະສົງ ເພື່ອສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມກອງປະຊຸມກາງສະໄໝຂອງຕົນ ດ້ວຍຮູບການຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການສະເພາະດ້ານຮ່ວມກັນ ໃນການຄຸ້ມຄອງລັດຕາມພາລະບົດບາດຂອງຕົນໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ. ກອງປະຊຸມ ໄດ້ສະເໜີກອບການຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານໃຫ້ໄດ້ຮັບຜົນດີ, ທັນການ, ວ່ອງໄວ ແລະ ຊັດເຈນ ເພື່ອຮັບໃຊ້ເຂົ້າໃນວຽກງານຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

          ໃນໂອກາດດັ່ງກ່າວ, ທ່ານ ປອ ພູໂຂງ ແສງວິໄລ ໄດ້ນຳສະເໜີ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານວິຊາສະເພາະຂອງກົມໃນໄລຍະຜ່ານມາ ເວົ້າລວມກໍຄືວຽກງານການຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ເວົ້າສະເພາະກໍຄື ວຽກງານການບໍລິຫານຈັດການນ້ຳເພື່ອຄວາມປອດໄພຂອງເຂື່ອນໃນຊ່ວງໄລຍະລະດູຝົນ. ພ້ອມນັ້ນ, ທ່ານ ປອ ພູໂຂງ ແສງວິໄລ ຍັງໄດ້ສະເໜີທິດທາງແຜນການ ແລະ ຄວາມເປັນໄປໄດ້ໃນການສ້າງກອບການຮ່ວມມືຮ່ວມກັນທັງສອງຝ່າຍໃນຕໍ່ໜ້າ ເຊັ່ນ:  ສະເໜີໃຫ້ພະນັກງານວິຊາການຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ເຖິງກຸ່ມຂ່າວຂໍ້ມູນຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອໃຫ້ສາມາດຮັບຮູ້ໄດ້ເຖິງຂໍ້ມູນທີ່ສໍາຄັນ ຊ່ວຍໃນການແຈ້ງເຕືອນລ່ວງໜ້າໄດ້ຢ່າງທັນການ ເພື່ອກຽມພ້ອມຮັບມືໄພອັນຕະລາຍທີ່ອາດເກີດຂຶ້ນໃຫ້ທັນກັບສະພາບການ ແລະ ເຝົ້າລະວັງດ້ານຄວາມປອດໄພຂອງເຂື່ອນ;  ການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ເພື່ອຊ່ວຍໃນການຄຸ້ມຄອງ ແລະ ເກັບກໍາບັນດາສະຖິຕິຖານຂໍ້ມູນ ເປັນຕົ້ນແມ່ນ: ຂໍ້ມູນນ້ໍ້າຝົນ, ຂໍ້ມູນນໍ້າໄຫຼ, ການພະຍາກອນອາກາດ, ແຜ່ນດິນໄຫວ ແລະ ອື່ນໆ…;  ສ້າງກອບການຮ່ວມມືສະເພາະລະຫວ່າງສອງກົມ ທັງນີ້ກໍເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການເຮັດວຽກຮ່ວມກັນໃນຕໍ່ໜ້າ ບໍ່ວ່າຈະເປັນການຮ່ວມມືລະຫວ່າງສອງຂະແໜງການພາຍໃນ ແລະ ການຮ່ວມມືຮ່ວມກັບສາກົນ.

          ທ່ານ ນ. ອຸທອນ ເພັດຫຼວງສີ ກໍ່ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ກັບການມາເຄື່ອນໄຫວເຮັດວຽກຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານໃນຄັ້ງນີ້. ພ້ອມນັ້ນ ທ່ານກໍ່ເຫັນດີຕໍ່ການສະເໜີຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ສຳລັບທິດທາງໃນການສ້າງກອບການຮ່ວມມື ເພື່ອເປັນບ່ອນອີງໃນການປະສານສົມທົບ ແລະ ເຮັດວຽກຮ່ວມກັນໃນຕໍ່ໜ້າໃຫ້ນັບມື້ໄດ້ຮັບຜົນດີເປັນກ້າວໆຢ່າງບໍ່ຢຸດຢັ້ງ.

          ພາຍຫຼັງການປຶກສາຫາລື, ຄະນະນຳຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ນຳພາຄະນະຂອງກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄປຢ້ຽມຊົມ ແລະ ຖອດຖອນບົດຮຽນຕົວຈິງນຳບັນດາພະແນກການທີ່ກ່ຽວຂ້ອງພາຍໃນກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນຕົ້ນແມ່ນ ສູນວິເຄາະຂໍ້ມູນທາງດ້ານອຸຕຸນິຍົມ-ອຸທົກກະສາດ, ສູນເຕືອນໄພລ່ວງໜ້າແຫ່ງຊາດ ແລະ ບັນດາພະແນກການຕ່າງໆ ເພື່ອເປັນການແລກປ່ຽນທັດສະນະທາງດ້ານວິຊາການ, ທັງເປັນການເພີ່ມທະວີຍົກສູງການເຄື່ອນໄຫວວຽກງານວິຊາສະເພາະເຊິ່ງກັນແລະກັນ, ແລກປ່ຽນແບບແຜນວິທີການເຮັດວຽກ ແລະ ຮູບແບບການປະສານສົມທົບເຮັດວຽກຮ່ວມກັນ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອເຮັດໃຫ້ຫຼຸດຜ່ອນຂັ້ນຕອນໃນການຈັດຕັ້ງປະຕິບັດ, ມີຄວາມວ່ອງໄວ, ທັນສະໄໝ ແລະ ສາມາດປັບຕົວທັນກັບການປ່ຽນແປງຂອງສະພາບດິນຟ້າອາກາດຂອງໂລກ ໃນປະຈຸບັນ ແລະ ອະນາຄົດ.

ພາບ ແລະ ຂ່າວ: ສົມສະໜຸກ ທອງສະຫງວນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ