ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ສະໜັບສະໜູນງົບປະມານສ້ອມແປງເສັ້ນທາງປູຢາງ ເຂື່ອນໄຟຟ້ານໍ້າຄານ 3

           ຄຽງຄູ່ກັບການຜະລິດພະລັງງານໄຟຟ້າຂອງ ຜ-ຟຟລ, ການພັດທະນາ ພື້ນຖານໂຄງລ່າງຂອງຊຸມຊົນອ້ອມຂ້າງເຂື່ອນ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປັບປຸງ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ອ້ອມຂ້າງບັນດາເຂື່ອນຂອງ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ).

           ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ເປົ້າໝາຍດັ່ງກ່າວ, ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໜຶ່ງໃນໂຄງການທີ່ພົ້ນເດັ່ນແມ່ນການປະກອບສ່ວນທຶນກໍ່ສ້າງເສັ້ນທາງປູຢາງ 02 ຊັ້ນ ແຕ່ຫ້ອງການເຂື່ອນໄຟຟ້ານໍ້າຄານ3 ໄປຫາທ່າເຮືອຂອງເຂື່ອນໄຟຟ້ານໍ້າຄານ3, ເພື່ອເປັນການອໍານວຍຄວາມສະດວກໃນການນໍາ ໃຊ້ເສັ້ນທາງສັນຈອນໃຫ້ກັບ ປະຊາຊົນ ໂດຍສະເພາະຊາວບ້ານ ບ້ານສາມັກຄີໄຊ ເຊິ່ງ ເປັນບ້ານຈັດສັນ ຂອງໂຄງການເຂື່ອນໄຟຟ້ານໍ້າຄານ3 ໄດ້ນໍາໃຊ້ເພື່ອເດີນທາງເຂົ້າຫາແຫຼ່ງທຳມາຫາກິນ ແລະ ຊ່ວຍໃນການສັນຈອນພາຍໃນເຂື່ອນອີກດ້ວຍ. ໂດຍໂຄງການດັ່ງກ່າວແມ່ນໄດ້ເລີ່ມຕົ້ນກໍ່ສ້າງ ນັບຕັ້ງແຕ່ເດືອນ ທັນວາ 2022 ແລະ ສໍາເລັດຕາມແຜນກໍານົດການກໍ່ສ້າງໃນທ້າຍເດືອນ ມີນາ ປີ 2023 ມີຄວາມກ້ວາງ 6 ແມັດ ຍາວ 5,45 ກິໂລແມັດ ແລະ ໃນວັນທີີ 21 ເມສາ 2023 ຜ່ານມາ ການນໍາຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ລົງກວດກາໜ້າວຽກ ເຊິ່ງໂດຍລວມແມ່ນສຳເລັດແລ້ວ 100% ພ້ອມທັງມີພິທີມອບ-ຮັບວຽກຊົ່ວຄາວ ຂອງໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ທີ່ເຂື່ອນໄຟຟ້ານໍ້າຄານ 3.

          ໂຄງການເຂື່ອນໄຟຟ້ານໍ້າຄານ3 ເປັນໜຶ່ງໃນໂຄງການ ທີ່ຕັ້ງຢູ່ສາຍນໍ້າຄານ ຢູ່ລະຫ່ວາງບ້ານ ດອນໂມ ແລະ ບ້ານ ສາມັກຄີໄຊ, ເມືອງ ຊຽງເງີນ, ແຂວງ ຫຼວງພຣະບາງ, ຫ່າງຈາກຕົວເມືອງ ຫຼວງພຣະບາງ ໄປທາງທິດຕາເວັນອອກສຽງໃຕ້ຕາມ ເສັ້ນທາງເລກທີ 13 ເໜືອ ປະມານ 24 ກິໂລແມັດ
ພາບ ແລະ ຂ່າວ: ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ
ກວດແກ້ ແລະ ຮຽບຮຽງ: ຄຳແສງ ແກ້ວປະເສີດ