ລະຫວ່າງ ວັນທີ 2-3 ກັນຍາ 2024 ນີ້, ຄະນະນຳຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ນຳພາໂດຍ ທ່ານ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ພ້ອມຄະນະພັກ, ຄະນະພະແນກ ແລະ ພະນັກງານພາຍໃນພະແນກ ໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງນອງ.
ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ໄດ້ລົງພົບປະ, ຢ້ຽມຢາມ ແລະ ມອບເຄື່ອງນຸ່ງຮົ່ມ ພ້ອມດ້ວຍອຸປະກອນການຮຽນຈຳນວນໜຶ່ງ ໃຫ້ໂຮງຮຽນເຂດຫ່າງໄກສອກຫຼີກ ຈຳນວນ 5 ໂຮງຮຽນຄື: ໂຮງຮຽນມັດທະຍົມຕົ້ນແກ້ງລີ້ນ, ໂຮງຮຽນປະຖົມຜູ້ໄທ, ໂຮງຮຽນປະຖົມສະແລງ, ໂຮງຮຽນປະຖົມໂພນຫນາກມີ້ ແລະ ໂຮງຮຽນປະຖົມອາເລົາ ລວມມູນຄ່າທັງໝົດ 6 ລ້ານກີບ.