
ປະຕິບັດຕາມທິດຊີ້ນຳຂອງພັກ, ລັດຖະບານ ເວົ້າລວມ, ເວົ້າສະເພາະຂອງການນຳກະຊວງພະລັງງານ ແລະ ບໍ່ແຮ່, ຕອນບ່າຍວັນທີ 6 ມິຖູນາ 2024 ນີ້, ກົມທໍລະນີສາດ ແລະ ແຮ່ທາດ ແລະ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປືກສາຫາລື ກ່ຽວກັບການນໍາໃຊ້ເນື້ອທີ່ຮ່ວມກັນ ແລະ ແລກປ່ຽນຂໍ້ມູນຂອງໂຄງການດໍາເນີນ ກິດຈະການດ້ານແຮ່ທາດ ແລະ ໂຄງການພັດທະນາດ້ານພະລັງງານ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸຂັນສັກ ສິສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ໃນໂອກາດກ່າວມີຄຳເຫັນຕໍ່ກອງປະຊຸມ, ທ່ານ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ໄດ້ລາຍງານສະພາບການລົງທຶນດ້ານແຮ່ທາດ ໃນຂອບເຂດທົ່ວປະເທດ ແລະ ທ່ານ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກໍ່ໄດ້ລາຍງານສະພາບລວມຂອງວຽກງານຄວາມປອດໄພອຸດສາຫະກຳພະລັງງານ ແລະ ສະພາບການລົງທຶນດ້ານພະລັງງານຢູ່ໃນ ສປປລາວ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ແລະ ເປັນບ່ອນອີງໃນການຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂອງໂຄງການດຳເນີນກິດຈະການດ້ານແຮ່ທາດ ແລະ ໂຄງການພັດທະນາດ້ານພະລັງງານຮ່ວມກັນ.

ພາຍຫຼັງໄດ້ຮັບການສະເໜີ ຂໍ້ຕົກລົງວ່າດ້ວຍການດໍາເນີນກິດຈະການ ເນື້ອທີ່ຮ່ວມກັນ ແລະ ແລກປ່ຽນຂໍ້ມູນຂອງໂຄງການດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄວາມເຫັນຮ່ວມກັນ ເພື່ອເຮັດໃຫ້ເນື້ອໃນຮ່າງຂໍ້ຕົກລົງແຕ່ລະສະບັບສົມບູນ, ຊັດເຈນ, ຈະແຈ້ງ ແລະ ທັງຮັບປະກັນມີຄວາມສອດຄ່ອງກັບກົດໝາຍ, ແລະ ລະບຽບການຂອງລັດວາງອອກ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການພັດທະນາ, ການຄຸ້ມຄອງ ແລະ ການບໍລິຫານ ດ້ານພະລັງງານ ໃຫ້ມີປະສິດທິພາບ, ມີປະສິດທິຜົນ.
ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ຄຳແສງ ແກ້ວປະເສີດ
Website: www.mem.gov.la
ສາຍດ່ວນ: 1506