ແຂວງ ໄຊຍະລີ ສຳເລັດກອງປະຊຸມເປີດກວ້າງການບໍລິຫານຈັດການນໍ້າ ຂອງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ

          ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2022 ຢູ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ຈັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຮອງເຈົ້າເມືອງໄຊຍະບູລີ, ມີຜູ້ຊ່ວຍຈັດການໂຮງໄຟຟ້າ ພ້ອມດ້ວຍທີມງານບໍລິສັດໄຟຟ້ານໍ້າຂອງໄຊຍະບູລີ ຈຳກັດ ແລະ ນາຍບ້ານໃນ 5 ບ້ານທີ່ຢູ່ໃຕ້ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີເຂົ້າຮ່ວມ.

          ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຈາກຜູ້ຕາງໜ້າຂອງບໍລິສັດໂຄງການເຂື່ອນໄຟຟ້າ ກ່ຽວກັບສະພາບລວມຂອງໂຄງການເຂື່ອນໄຟຟ້າພະລັງງານນໍ້າຂອງໄຊຍະບູລີ, ແຜນຮັບມືສຸກເສີນ, ລະບຽບການວ່າດ້ວຍຄວາມປອດໄພ, ຂອດປະສານງານເຂົ້າຢ້ຽມຊົມເຂື່ອນ, ລະບຽບການບໍລິການເຮືອນ້ອຍຂຶ້ນ-ລົງຜ່ານເຂື່ອນ, ການກໍານົດເຂດຄຸ້ມຄອງຂອງໂຄງການ ແລະ ຂອບເຂດນອກສໍາປະທານທີ່ສາມາດໃຫ້ແຂກເຂົ້າຢ້ຽມຊົມໄດ້. ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ຕິດຕາມກວດກາ ແລະ ປະສານງານກັບທຸກໆພາກສ່ວນທັງພາກລັດ ແລະ ພາກເອກະຊົນ ເພື່ອອໍານວຍຄວາມສະດວກໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈເຂົ້າຢ້ຽມຊົມເຂື່ອນໄຟຟ້າພະລັງນໍ້າຂອງໄຊຍະບູລີ ພ້ອມນີ້ການດໍາເນີນງານຂອງເຂື່ອນໄຟຟ້າພະລັງນໍ້າຂອງໄຊຍະບູລີເຊັ່ນ: ການບໍລິຫານຈັດການນໍ້າຂອງເຂື່ອນ, ການບໍລິການເຮືອຂຶ້ນ-ລົງຜ່ານເຂື່ອນ ຂອດປະສານງານກັບພາກລັດ ແລະ ອື່ນໆ ກໍ່ໄດ້ປະຕິບັດດີສົມຄວນຕາມພັນທະສັນຍາສໍາປະທານໂຄງການ.
          ຢ່າງໃດກໍ່ຕາມ ໄລຍະຜ່ານມາ ຍັງມີຄວາມຫຍຸ້ງຍາກບາງບັນຫາ ເຊັ່ນ: ການສະເໜີຜ່ານສະພາປະຊາຊົນແຂວງຂອງຊາວບ້ານທີ່ຕັ້ງຖິ່ນຖານຢູ່ທາງໃຕ້ເຂື່ອນໄຟຟ້າພະລັງນໍ້າຂອງ ຍັງພົບບັນຫາຕໍ່ການທໍາມາຫາກິນ ແລະ ຊັບສິນເສຍຫາຍເນື່ອງຈາກການປ່ອຍນໍ້າອອກຈາກທ້າຍເຂື່ອນຜ່ານປະຕູທາງນໍ້າລົ້ນ, ບັນຫາເກີດອຸປະຕິເຫດຄື້ນນໍ້າສູງຈາກການປ່ອຍນໍ້າອອກຈາກເຂື່ອນ ເຮັດໃຫ້ພັດເຮືອຂອງປະຊາຊົນຈົມຢູ່ທ້າຍເຂື່ອນ. ນອກຈາກນີ້, ຂອດການປະສານງານລະຫວ່າງ ອົງການປົກຄອງແຂວງໄຊຍະບູລີ ໂດຍສະເພາະພະແນກພະລັງງານ ແລະ ບໍ່ແຮ່ ກັບບໍລິສັດໂຄງການເຂື່ອນໄຟຟ້າໃນການດໍາເນີນງານຍັງມີຄວາມຫຍຸ້ງຍາກ, ການກໍານົດຂອບເຂດນອກສໍາປະທານໃຫ້ແຂກທົ່ວໄປ ຫຼືປະຊາຊົນທີ່ສາມາດເຂົ້າຢ້ຽມຊົມໄດ້ຍັງບໍ່ທັນຈະແຈ້ງ, ຊັດເຈນ ແລະ ການປະຊາສໍາພັນ-ໂຄສະນາເຜີຍແຜ່ກ່ຽວກັບລະບຽບການຄືແຜນຮັບມືສຸກເສີນ, ລະບຽບການວ່າດ້ວຍຄວາມປອດໄພ, ລະບຽບການວ່າດ້ວຍບໍລິການເຮືອນ້ອຍຂື້ນ-ລົງຜ່ານເຂື່ອນຂອບເຂດພື້ນທີ່ສໍາປະທານ ແລະ ອື່ນໆ ລວມທັງການກໍານົດຂອບເຂດແຈ້ງເຕືອນ ແລະ ລະບົບແຈ້ງເຕືອນກ່ອນການປ່ອຍນໍ້າອອກຈາກທ້າຍເຂື່ອນຜ່ານປະຕູນໍ້າລົ້ນຍັງບໍ່ທັນເປັນລະບົບ ແລະ ທົ່ວເຖິງເປົ້າໝາຍ.

          ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານການບໍລິຫານຈັດການນໍ້າຂອງເຂື່ອນ, ບໍລິການເຮືອນ້ອຍຂຶ້ນ-ລົງຜ່ານເຂື່ອນ ແລະ ຂອດການປະສານງານ ລະຫວ່າງ ອົງການປົກຄອງແຂວງ ກັບບໍລິສັດໂຄງການ ໃຫ້ມີປະສິດທິພາບດີຂຶ້ນ ທັງມີຄວາມສອດຄ່ອງກັບສະພາບປະຈຸບັນ, ມີຄວາມເປັນເອກະພາບກັບຫຼາຍພາກສ່ວນໃນທາງປະຕິບັດຕົວຈິງ ແລະ ບໍ່ໃຫ້ເກີດມີຜົນກະທົບຈາກການດໍາເນີນງານຂອງເຂື່ອນ ຫຼື ໃຫ້ມີນ້ອຍທີ່ສຸດ.

ພາບ ແລະ ແຫຼ່ງຂ່າວ: NEWS.XBL
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ