
ໃນລະຫວ່າງ ວັນທີ 05 – 08 ກຸມພາ 2024, ຢູ່ທີ່ ເມືອງວັງວຽງ, ແຂວງ ວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ (ກປພ) ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດຝຶກອົບຮົມ ວຽກງານຄວາມປອດໄພຂອງເຂື່ອນ (ຄວາມຮູ້ພື້ນຖານດ້ານອຸທົກກະສາດ), ໂດຍການເປັນປະທານຂອງ ທ່ານ ບົວເທບ ມາໄລຄໍາ, ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ເຂົ້າຮ່ວມຈາກ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງວຽງຈັນ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ລວມທັງໝົດ 28 ທ່ານ, ຍິງ 3 ທ່ານ.

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ເພື່ອ ຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ ນັກສຳມະນາກອນ ດ້ານເຕັກນິກ, ລະບຽບການ ແລະ ພັດທະນາຄວາມສາມາດ ຂອງພະນັກງານລັດລະດັບສູນກາງ ແລະ ທ້ອງຖິ່ນ ໄດ້ຮັບການເສີມສ້າງຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການ ດ້ານຄວາມປອດໄພຂອງເຂື່ອນ ແລະ ບົດຮຽນຄວາມຮູ້ທີ່ເປັນປະໂຫຍດ ຈາກຊ່ຽວຊານໂຄງການ ແລະ ສາກົນ.

ຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນກິດຈະກຳໜື່ງ ທີ່ນອນຢູ່ໃນບັນດາກິດຈະກຳ ຂອງໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບຫຫຼັກການດ້ານຄວາມປອດໄພຂອງເຂື່ອນ, ເຊີ່ງເປັນໂຄງການຮ່ວມມື ລະຫວ່າງ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ອົງການເຮວວີຕັດ ປະຈຳ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ Swiss Agency for Development and Cooperation (SDC) ແລະ ເປັນການຜັນຂະຫຍາຍ ແຜນການເຄື່ອນໄຫວ ຂອງ ກປພ ແຕ່ປີ 2023 ເຖີງ 2025 ໃນວຽກງານສ້າງຄວາມແຂ້ມແຂງດ້ານວິຊາການ, ແລະ ໄດ້ເຊີນຊ່ຽວຊານທີ່ມີປະສົບການດ້ານຄວາມປອດໄພຂອງເຂື່ອນລະດັບສາກົນຈາກ ປະເທດ ສະວິດເຊີແລນ ໂດຍທ່ານ ດຣ ເບີນາດ ຈູສ ຊ່ຽວຊານດ້ານເຂື່ອນ ແລະ ອຸທົກກະສາດ “ໂຄງການສ້າງຄວາມເຂັ້ມແຂງທາງດ້ານ ເຕັກນິກວິຊາການ ແລະ ລະບຽບການດ້ານຄວາມປອດໄພຂອງເຂື່ອນ (DSTIA)”, ທີ່ມາຖ່າຍທອດຄວາມຮູ້, ປະສົບການ (ຄວາມຮູ້ພື້ນຖານດ້ານອຸທົກກະສາດ) ໃຫ້ນັກສຳມະນາກອນ ກ່ຽວກັບການຄິດໄລ່ຄ່າປະລິມານນ້ຳຝົນ, ນ້ຳນອງ, ການຄິດໄລ່ຄວາມບໍ່ແນ່ນອນທາງດ້ານ ສະຖິຕິ, ທິດສະດີກ່ຽວກັບນ້ຳນອງ, ອຸປະກອນຕິດຕາມຄວາມປອດໄພເຂື່ອນ, ຄູ່ມືໃນການດຳເນີນງານ, ການບຳລຸງຮັກສາປະຕູລະບາຍນ້ຳລົ້ນ, ປະຕູລະບາຍຕະກອນ ແລະ ການບຳລຸງຮັກສາໃນໄລຍະດຳເນີນງານ.



