ບໍລິສັດ ພູເບ້ຍ ມາຍນິງ ສ້າງສະຖິຕິໃໝ່ ໂດຍໄດ້ຮັບການປະເມີນຈາກ Chevron ດ້ວຍຄະແນນດີທີ່ສຸດໃນຂະແໜງດຽວກັນ

           ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະປະກາດໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍຂອງບໍລິສັດ ໄດ້ຮັບການປະເມີນຜົນດີເດັ່ນ ຈາກບໍລິສັດ Chevron ເຊີ່ງເປັນການສ້າງສະຖິຕິໃໝ່ດ້ານຄວາມເປັນເລີດສໍາລັບວິທີການປະຕິບັດດ້ານການຫລໍ່ລື່ນທີ່ມີພື້ນຖານຄວາມເຊື່ອຖືໄດ້ (RBL). ລະຫວ່າງເດືອນກຸມພາ ແລະ ເດືອນມີນາ ທີ່ຜ່ານມາ, ທີມງານ Chevron ຈາກ ປະເທດໄທ ປະຈໍາຢູ່ສະໜາມເພື່ອປະເມີນວິທີການປະຕິບັດດ້ານການຫລໍ່ລື່ນທີ່ມີພື້ນຖານຢູ່ທີ່ຄວາມເຊື່ອຖືໄດ້ (RBL) ຢູ່ໂຮງສ້ອມແປງ ແລະ ບໍາລຸງຮັກສາໂຮງງານປຸງແຕ່ງຂອງໂຄງການພູຄໍາ ແລະ ໂຄງການບ້ານຫ້ວຍຊາຍ. ໃນການປະເມີນຄັ້ງລ້າສຸດ, ທີມງານບໍາລຸງຮັກສາ-ສ້ອມແປງໂຮງງານ ບັນລຸ 98 ສ່ວນຮ້ອຍຢູ່ທັງສອງໂຄງການ. ເມື່ອສົມທຽບກັບບໍລິສັດໃນຂະແໜງດຽວກັັນຢູ່ປະເທດອາເມລິກາ ເຊິ່ງມີຄະແນນ 68%, ແລະ ຢູ່ອາຊີກາງ ແມ່ນມີຄະແນນ 92%, ບໍລິສັດ ພູເບ້ຍ ມາຍນິງ ແມ່ນໄດ້ຄະແນນສູງສຸດໃນຂະແຫນງດຽວກັນ. 

          ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນການກວດສອບການຫລໍ່ລື່ນຂອງ Chevron ນັບຕັ້ງແຕ່ປີ 2015. ໃນປີ 2019, ໂຄງການພູຄໍາ ແລະ ໂຄງການບ້ານຫ້ວຍຊາຍ ທັງສອງບັນລຸລະດັບ 5 ດາວ ໂດຍໄດ້ຄະແນນ 95 ສ່ວນຮ້ອຍ ແລະ 97.6 ສ່ວນຮ້ອຍຕາມລໍາດັບ. ໃນລະຫວ່າງປີ 2020 ຫາ ປີ 2022, ການປະເມີນບໍ່ສາມາດເຮັດສໍາເລັດເນື່ອງຈາກຂໍ້ຈໍາກັດໃນການເດີນທາງໄລຍະການລະບາດຂອງພະຍາດໂຄວິດ-19. ໂດຍເປັນສ່ວນໜຶ່ງຂອງການຮັບປະກັນຄຸນນະທໍາຂອງລູກຄ້າ (CVG), ຄວາມມຸ້ງໝັ້ນ, ບໍລິສັດ ພູເບ້ຍ ມາຍນິງ ເຂົ້າຮ່ວມການປະເມີນເປັນປະຈໍາ ເພື່ອປັບປຸງວິທີການປະຕິບັດດ້ານການບໍາລຸງຮັກສາສານຫລໍ່ລື່ນຂອງບໍລິສັດ. ເບື້ອງຕົ້ນ, ການກວດສອບແມ່ນຮັບປະກັນວ່າສານຫລໍ່ລື່ນບໍ່ມີແນວປົນເປື້ອນ. ເຊີ່ງຊ່ວຍເຮັດໃຫ້ອຸປະກອນມີອາຍຸຍາວນານສູງສຸດ, ປັບປຸງຄວາມພ້ອມໃນການໃຊ້ງານຂອງອຸປະກອນ, ແລະ ປະຢັດຄ່າໃຊ້ຈ່າຍການບໍາລຸງຮັກສາອຸປະກອນໃນໄລຍະຍາວ. ການປະເມີນທີ່ດີທີ່ສຸດໃນຂະແໜງດຽວກັນ (BiC) ສຸມໃສ່ການປະຕິບັດໃນປັດຈຸບັນເປັນແນວໃດ ເມື່ອສົມທຽບກັບການປະຕິບັດໃນການບໍາລຸງຮັກສາສານຫລໍ່ລື່ນທີ່ດີທີ່ສຸດໃນຂະແໜງດຽວກັນ. ຂົງເຂດສໍາຄັນທີ່ໄດ້ຮັບການປະເມີນຢູ່ທັງສອງເຂດດໍາເນີນງານແມ່ນລວມມີສາງນໍ້າມັນຫລໍ່ລື່ນຢູ່ໂຮງສ້ອມແປງ, ເຄື່ອງຂົບແຮ່, ສາຍພານ, ເຄື່ອງໂມ້ບົດ ແລະ ເຄື່ອງຈັກປັ່ນເພື່ອປະສົມແຮ່ ແລະ ປໍ້ານໍ້າ.
             ທ່ານ ດາລິງ ເຊັງ, ຜູ້ຈັດການໃຫຍ່ ແລະ ປະທານບໍລິຫານຂອງແພນອອສ໌, ສະແດງຄວາມຍິນດີນໍາບັນດາພະນັກງານທີ່ບັນລຸຜົນການປະເມີນທີ່ດີທີ່ສຸດໃນຂະແໜງດຽວກັນປະຈໍາປີ 2023 ຂອງ Chevron ເຊິ່ງເປັນສະຖິຕິໃໝ່. ທ່ານ ດາລິງ ເຊັງ ກ່າວວ່າ “ຂ້າພະເຈົ້າຂໍຂອບໃຈພະນັກງານຂອງພວກເຮົາສໍາລັບຄວາມພະຍາຍາມໃນການຈັດຕັ້ງປະຕິບັດແຜນງານຕ່າງໆນັບແຕ່ການເກັບຮັກສາໄປຈົນເຖິງການກໍາຈັດສິ່ງເສດເຫຼືອ ທົ່ວໂຄງການຂອງພວກເຮົາໃນລາວ.“ຜົນທີ່ເປັນສະຖິຕິໃໝ່ນີ້ ສະແດງເຖິງຂີດໝາຍສໍາຄັນທີ່ພວກເຮົາສືບຕໍ່ປະຕິບັດໄດ້ຢ່າງດີເລີດ ພ້ອມກັບການສຸມໃສ່ຂອງພວກເຮົາໃນການຕໍ່ອາຍຸໃຫ້ອຸປະກອນ, ຫຼຸດຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຫຼຸດຜ່ອນຜົນກະທົບຂອງພວກເຮົາຕໍ່ສິ່ງແວດລ້ອມອ້ອມຂ້າງ.”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ໃຫ້ຮູ້ຕື່ມອີກວ່າ ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍກັບພະນັກງານຂອງພວກເຮົາ ທີ່ໄດ້ສືບຕໍ່ຄວາມພະຍາຍາມປະຕິບັດຕາມວິທີການທີ່ດີທີ່ສຸດແບບ lean, ຄວາມປອດໄພ ແລະ ແຜນງານອື່ນໆ ທົ່ວໂຄງການຂອງພວກເຮົາ. ນີ້ແມ່ນໜຶ່ງໃນໝາກຜົນທີ່ດີເລີດ ສໍາລັບແຜນງານທີ່ມີການປະຕິບັດທີ່ດີທີ່ສຸດໃນລະດັບສາກົນຂອງພວກເຮົາ ຢູ່ລາວ.”

ພາບ ແລະ ແຫຼ່ງຂໍ້ມູນ: ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ
ກວດແກ້ ແລະ ຮຽບຮຽງ: ຄຳແສງ ແກ້ວປະເສີດ