
ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 21 ມີນາ 2023 ຢູ່ອົງການໄອຍະການປະຊາຊົນສູງສຸດ ໂດຍ ໃຫ້ກຽດປະດັບຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງພະນັກງານທັງສອງຝ່າຍ.

ໃນພິທີ ທ່ານ ຈັນທະບູນ ເພັງຄຳໃສ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານ ໃບມອບສິດ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 7 ມີນາ 2023 ແລະ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 133/ນຍ, ລົງວັນທີ 7 ມີນາ 2023 ວ່າດ້ວຍການປະດັບຫຼຽນກາແຮງງານ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ຢ່າງສົມກຽດ ທີ່ມີຜົນງານດີເດັ່ນປະກອບສ່ວນຊ່ວຍເຫຼືອສະໜັບສະໜູນ ໃນການມອບລົດຈິບຍີ່ຫຍໍ້ໂຕໂຍຕ້າ ຟໍຈູນເນີ ຈຳນວນ 1 ຄັນ ລວມມູນຄ່າ 60.000 ໂດລາສະຫະລັດ (ຫົກສິບພັນໂດລາສະຫະລັດ) ໃຫ້ແກ່ ອົງການໄອຍະການປະຊາຊົນສູງສຸດ ເພື່ອນຳໃຊ້ເຄື່ອນໄຫວວຽກງານ ອົງການໄອຍະການປະຊາຊົນທັງຢູສູນກາງ ແລະ ທ້ອງຖິ່ນ
