ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ລົງເຜີຍແຜ່ນິຕິກຳກ່ຽວກັບການລົງທຶນດ້ານບໍ່ແຮ່ ຢູ່ເມືອງຫຼາ

          ໃນວັນທີ 10 ພຶດສະພາ 2023 ຜ່ານມານີ້, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຮ່ວມກັບຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງຫຼາ ໄດ້ຈັດກອງປະຊຸມເຜີຍແຜ່ສັນຍາສຳປະທານ ວ່າດ້ວຍການຂຸດຄົ້ນແຮ່ຄໍາຕົກຂ້ອນ (ແບບທົດລອງ) ຢູ່ບ້ານວັງວັນ, ເມືອງຫຼາ, ແຂວງອຸດົມໄຊ ຂອງບໍລິສັດ ຫົງຊິນແຮ່ທາດ ຈໍາກັດ, ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຫຸມພັນ ບຸບຜາຄຳ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າມືອງ-ເມືອງຫຼາ ແລະ ທ່ານ ທອງເພັດ ເພັດສຸພາພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ເຂົ້າຮວ່ມມີພະແນກການ, ຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ເລຂາພັກບ້ານ-ນາຍບ້ານ ເຂດການຂຸດຄົ້ນ ແລະ ພາກສ່ວນບໍລິສັດເຂົ້າຮວ່ມ.
          ທ່ານ ພູວັງ ພູມີພອນ ຮັກສາການຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຂຸດຄົ້ນແຮ່ຄໍາຕົກຂ້ອນໃນໄລຍະທົດລອງ, ສະບັບເລກທີ 495/ພບ, ລົງວັນທີ 21 ມີນາ 2023; ຄຳແນະນໍາວ່າດ້ວຍການຄຸ້ມຄອງການຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນໄລຍະທົດລອງ, ສະບັບເລກທີ 2122/ພບ,ລົງວັນທີ 20/10/2022; ເຜີຍແຜ່ເນື້ອໃນສັນຍາສໍາປະທານຂຸດຄົ້ນແຮ່ຄໍາຕົກຂ້ອນ ຢູ່ບ້ານວັງວັນ ກັບບໍລິສັດ ຫົງຊິນແຮ່ທາດ ຈໍາກັດ ຜູ້ສໍາປະທານ ເຊິ່ງເນື້ອໃນສັນຍາດັ່ງກ່າວປະກອບມີ 32 ມາດຕາ ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ຄົ້ນຄົ້ວາປະກອບຄໍາຄິດຄໍາເຫັນໃສ່ສັນຍາດັ່ງກ່າວ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບລະບຽບການກົດໝາຍຂອງການລົງທຶນ ແລະ ມີຄວາມເປັນເອກະພາບກັນໃນການຕິດຕາມກວດກາ ຄຸ້ມຄອງຂອງອົງການປົກຄອງແຕ່ລະຂັ້ນ,

          ຂັ້ນສູນກາງຮອດທ້ອງຖິ່ນ ແລະ ບໍລິສັດຜູ້ສໍາປະທານ ເພື່ອຫຼີກເວັ້ນບັນຫາຜົນກະທົບຈາກໂຄງການໃຫ້ໜ້ອຍທີ່ສຸດ ໂດຍສະເພາະແມ່ນເຂດທຳມາຫາກິນຂອງພໍ່ແມ່ປະຊາຊົນ ແລະຕາມສາຍນ້ຳພາກທີ່ຕິດພັນກັບການຜະລິດສິນຄ້າໂອດ໋ອບຂອງເມືອງ ນັ້ນກໍຄືຜະລິດຕະພັນໄຄແຜ່ນ ແລະ ທັງນີ້ກໍ່ເພື່ອຮັບກັນເຮັດໃຫ້ການຂຸດຄົ້ນບໍ່ແຮ່ ໄດ້ຮັບຜົນປະໂຫຍດທັງສາມດ້ານຄື: ປະຊາຊົນຢູ່ໃນເຂດໂຄງການຕ້ອງໄດ້ຮັບການພັດທະນາ, ລັດຕ້ອງໄດ້ຮັບຜົນປະໂຫຍດ ແລະ ບໍລິສັດຕ້ອງມີຜົນກໍາໄລ. ສໍາລັບເຂດສໍາປະທານຂຸດຄົ້ນແຮ່ຄໍາຕົກຂ້ອນ (ແບບທົດລອງ ) ຢູ່ບ້ານວັງວັນ, ເມືອງຫຼາ ຂອງບໍລິສັດ ຫົງຊິນແຮ່ທາດ ຈໍາກັດ ມີເນື້ອທີ່ສໍາປະທານ 3,72 ເຮັກຕາ ຢູ່ເຂດນໍ້າພາກ ໄລຍະສໍາປະທານ 3 ປີ.
          ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງຄະນະປະທານ ເຊິ່ງໄດ້ເນັ້ນໜັກໃຫ້ຄະນນະຮັບຜິດຊອບແຕ່ລະຂັ້ນລະຫວ່າງລັດກັບບໍລິສັດຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມສັນຍາດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ.

ພາບ ແລະ ແຫຼ່ງຂ່າວ: ພບ ແຂວງອຸດົມໄຊ
ຮຽບຮຽງຂ່າວ: ຄຳແສງ ແກ້ວປະເສີດ