
ໃນຕອນເຊົ້າຂອງວັນທີ 4 ເມສາ 2025 ຜ່ານມານີ້ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີວຽກງານຂອງ ຂະແໜງພະລັງງານ ແລະ ບໍ່ແຮ່ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນທີ່ ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ສຸກສະຫວາດ ວົງພູມເຫຼັກ, ຮອງເຈົ້າແຂວງໄຊສົມບູນ, ທ່ານ ບຸນທຽມ ໄຊສົງຄາມ, ຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ມີບັນດາພະແນກການທີກ່ຽວຂ້ອງຂອງແຂວງ, ຄະນະນໍາເມືອງ 5 ເມືອງ ພ້ອມດ້ວຍຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ທັງ 5 ເມືອງ ຕະຫຼອດຮອດບັນດາກຸ່ມບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ບຸນທຽມ ໄຊສົງຄາມ ໄດ້ມີຄໍາເຫັນກ່າວ ແລະ ເປີດກອງປະຊຸມ ວ່າກອງປະຊຸມໃນຄັ້ງນີ້ແມ່ນເປັນການສະຫຼຼຸບ, ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ເພື່ອຍົກໃຫ້ເຫັນຜົນສໍາເລັດທີ່ພວກເຮົາສາມາດຍາດມາໄດ້, ຊອກໃຫ້ເຫັນບັນຫາຈຸດອ່ອນ ແລະ ບັນຫາຂໍ້ຄົງຄ້າງທີຍັງບໍ່ທັນບັນລຸຕາມແຜນການ ພ້ອມທັງຄົ້ນຄວ້າວິທີການ, ມາດຕະການແກ້ໄຂໃນຕໍ່ໜ້າໃຫ້ວຽກງານຂະແໜງພະລັງງານ ແລະ ບໍ່ແຮ່ ປະສົບຜົນສຳເລັດເທື່ອລະກ້າວ. ໃນໂອກາດດຽວກັນນີ້ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຈາກທ່ານ ຜາເງິນ ວົງພະຈັນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ຊຶ່ງໄລຍະ 1 ປີຜ່ານມາ ຄະນະພະແນກ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024 ຂອງອົງການປົກຄອງແຂວງ ກໍ່ຄືແຜນພັດທະນາວຽກງານຮອບດ້ານ ຂອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເຮັດໃຫ້ຫຼາຍຄາດໝາຍທີ່ກຳນົດໄວ້ໃນຊຸມປີຜ່ານມາ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ດ້ານວຽກງານພະລັງງານ ສາມາດຊຸກຍູ້ເຂື່ອນໄຟຟ້າທີຜະລິດໃໝ່ໄດ້ຈຳນວນ 1 ໂຄງການຄື: ເຂື່ອນໄຟຟ້ານ້ຳຕ່າຍ, ໂຄງການ PDA ໄດ້ຈຳນວນ 1 ໂຄງການ ແລະ ໂຄງການ MOU ຈຳນວນ 2 ໂຄງການ, ລາຍຮັບຈາກການຂາຍກະແສໄຟຟ້າໄດ້ທັງໝົດ 595 ຕື້ກວ່າກີບ, ໃນຂອບເຂດທົ່ວແຂວງ ໄຊສົມບູນ ແມ່ນສາມາດຕອບສະໜອງໄຟຟ້າໄດ້ຢ່າງທົ່ວເຖິງ(ໄດ້ຊົມໃຊ້ໄຟຟ້າ 100%) ທັງໝົດ 5 ເມືອງ, ຈໍານວນບ້ານໄດ້ທັງໝົດ 90 ບ້ານ, ຈໍານວນຄອບຄົວມີ 16,920 ຄອບຄົວ, ຍັງເຫຼືອ 203 ຄອບຄົວທີຍັງບໍ່ໄດ້ຊົມໃຊ້ໄຟຟ້າ ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນຈໍານວນ 1,668 ຄອບຄົວ. ດ້ານວຽກງານການຊອກຄົ້ນ-ສໍາຫຼວດ ມີທັງໝົດ 46 ກິດຈະການ ມີ 46 ບໍລິສັດ, ສູນກາງອອກອະນຸຍາດ 7 ກິດຈະການ ມີ 7 ບໍລິສັດ, ແຂວງອອກອະນຸຍາດ 39 ໂຄງການ ມີ 39 ບໍລິສັດ, ໃນ 1 ປີຜ່ານມາໄດ້ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ໄດ້ຮັບອະນຸຍາດ ລົງເກັບກໍາຂໍ້ມູນແຮ່ທາດ ພາກສະ ໜາມເບື້ອງຕົ້ນ ແລະ ສາມາດກ່າວເຂົ້າສູ່ການເຊັນບົດບັນທຶກຄວາມເຂົ້າໃຈ MOU ໄດ້ຈໍານວນ: 11 ບໍລິສັດ, ທຽບໃສ່ແຜນເທົ່າກັບ 550%(2 ບໍລິສັດ), ພ້ອມທັງຊຸກຍູ້ໃຫ້ບັນດາບໍລິສັດ ຊອກຄົ້ນ-ສໍາຫຼວດແຮ່ທາດ ທີສາມາດຈັດສັນເນື້ອທີ່ (ຕັດບ໋ອກ) ແລະ ສາມາດກ່າວເຂົ້າສູ່ຂັ້ນຕອນ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ຈໍານວນ: 9 ກິດຈະການ 9 ບໍລິສັດ ທຽບໃສ່ແຜນເທົ່າກັບ 300%(3 ບໍລິສັດ), ວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທາດ ທົ່ວແຂວງໄຊສົມບູນມີຫົວໜ່ວຍການລົງທຶນດ້ານບໍ່ແຮ່ທັງໝົດມີ 42 ໂຄງການ ມີ 36 ບໍລິສັດ ສູນກາງອອກອະນຸຍາດ 13 ໂຄງການ ມີ 11 ບໍລິສັດ, ຂັ້ນແຂວງອອກອະນຸຍາດທັງໝົດ 29 ໂຄງການ, ມີ 25 ບໍລິສັດໃນນີ້ ອອກອະນຸຍາດອີງຕາມດໍາລັດ 414/ລບ ໄດ້ທັງໝົດ 19 ໂຄງການ ມີ 16 ບໍລິສັດ ກວມເອົາ 64.82%ຂອງໂຄງການຂຸດຄົ້ນ-ປຸງແຕ່ງທີແຂວງອອກອະນຸຍາດທັງໝົດ ແລະ ວຽກງານດ້ານອື່ນໆ ກໍໄດ້ຈັດຕັ້ງປະຕິບັດສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນ ໃສ່ບົດສະຫຼຸບ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ກໍເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນ ແລະ ພ້ອມກັນແກ້ໄຂບັນຫາທີຍັງຄົງຄ້າງ ໃຫ້ດີຂຶ້ນເລື້ອຍໆ ຈາກນັ້ນ ຍັງໄດ້ມີພິທີມອບໃບຍ້ອງຍໍຂອງທ່ານ ເຈົ້າແຂວງໄຊສົມບູນ ໃຫ້ກັບຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ປະຈຳປີ 2024 ໂດຍເປັນກຽດມອບຂອງທ່ານ ສຸກສະຫວາດ ວົງພູມເຫຼັກ, ຮອງເຈົ້າແຂວງໄຊສົມບູນ ຕື່ມອີກ.

