ພະແນກ ພະລັງງານ ແລະ ບໍ່ແຮ່ ສະຫລຸບ ການເຄື່ອນໄຫວວຽກງານ ປະຈຳປີ 2023

ກອງປະຊຸມ ສະຫລຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ 2024 ຂອງ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່, ມີຕາງຫນ້າການນຳເມືອງ, ພະແນກການຂັ້ນແຂວງ, ຫົວຫນ້າຫ້ອງການພະລັງງານ ແລະ ບໍ່ແຮ່ 7 ເມືອງ, ລັດວິສາຫະກິດ ໄຟຟ້າ ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫລຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ພະລັງງານ ແລະ ບໍ່ແຮ່ ໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນເຖິງດ້ານດີ,ຜົນງານ,ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຈຳນວນຫນຶ່ງ. ເປັນຕົ້ນແມ່ນ ວຽກງານ ພະລັງງານ ເຊິ່ງທົ່ວແຂວງມີແຫລ່ງຜະລິດໄຟຟ້າ ທັງຫມົດ 4 ແຫ່ງ ສາມາດຜະລິດຜະລັງງານໄດ້ 122.098.663 ກິໂລວັດໂມງ ທຽບໃສ່ປີຜ່ານມາ ເກີນແຜນ 52.62%, ສາມາດຮັບພະລັງງານໄດ້ 148.017.407 ກິໂລວັດໂມງ ແລະ ຈໍາຫນ່າຍພະລັງງານໄດ້ 131.563.376 ກິໂລວັດໂມງ ທຽບໃສ່ແຜນປີ ບັນລຸ 101,20%, ມີປະຊາຊົນ ທີ່ຊົມໃຊ້ໄຟຟ້າ ທັງຫມົດ 60.635 ຄົວເຮືອນ ເທົ່າກັບ 94,89%, ວຽກງານຄຸ້ມຄອງບໍ່ແຮ່ ກໍໄດ້ມີການຂຸດຄົ້ນ ແລະ ປຸງແຕ່ງ ຈຳນວນ 9 ບໍລິສັດ ມີ 13 ກິດຈະການ ທີ່ຂັ້ນສູນກາງເປັນຜູ້ອະນຸຍາດ ໃນເນື້ອທີ່ 9.626 ເຮັດຕາ ໃນນີ້ ບໍລິສັດ ພາຍໃນ ມີ 3 ບໍລິສັດ ແລະ ຕ່າງປະເທດ 6 ບໍລິສັດ. ສ່ວນໂຄງການທີ່ຂັ້ນທ້ອງຖິ່ນອະນຸຍາດ ມີ 33 ຫົວຫນ່ວຍທຸລະກິດ ໃນນີ້ ແຮ່ຫີນອຸດສາຫະກຳ ຄື: ແຮ່ບາຣິດ ຈຳນວນ 3 ກິດຈະການ, ອັງຕີມອນ 1 ກິດຈະການ ແລະ ແຮ່ທາດອະໂລຫະ ສຳລັບ ການກໍ່ສ້າງ ຈຳນວນ 27 ກິດຈະການ ແລະ ການຜະລິດ ແຮ່ທາດ ປະເພດ ຫີນປູນ ຜະລິດໄດ້ 30 ພັນກວ່າແມັດກ້ອນ, ແຮ່ບາຣິດ 39 ພັນກວ່າໂຕນ, ແຮ່ເຫລັກ 3 ແສນກວ່າໂຕນ, ແຮ່ຄຳ 7 ແສນກວ່າໂຕນ ແລະ ແຮ່ຊືນ – ສັງກະສີ 250 ໂຕນ.

ພ້ອມນີ້ ກອງປະຊຸມ ຍັງໄດ້ສະຫລຸບຜົນການເຄື່ອນໄຫວ ການຈັດຕັ້ງປະຕິບັດ ແຜນພັດທະນາ ຂະແຫນງການ ທ້າຍສະໄຫມ ຄັ້ງທີ IX ( 2021 – 2025 ) ລວມທັງ ທິດທາງແຜນການ ເຄື່ອນໄຫວວຽກງານ ພະລັງງານ ແລະ ບໍ່ແຮ່ ປະຈຳປີ 2024 ແລະ ທິດທາງແຜນການ ຈັດຕັ້ງປະຕິບັດ ແຜນພັດທະນາຂະແຫນງການ ຮອດປີ 2025, ສະພາບການບໍລິການ, ການສະຫນອງໄຟຟ້າທົ່ວແຂວງ, ການຄຸ້ມຄອງພະລັງງານ ແລະ ການຂະຫຍາຍຕາຂ່າຍໄຟຟ້າ, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ການບໍລິການ, ການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພາຍໃນແຂວງ, ການຄຸ້ມຄອງໂຄງການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ຈຳຫນ່າຍແຮ່ທາດ. ໂອກາດດັ່ງກ່າວ ຍັງໄດ້ມີການປະກອບ ຄຳຄິດ ຄໍາເຫັນ ຕໍ່ກັບບາງວຽກງານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ ມີປະສິດທິພາບ ແລະ ມີຜົນສຳເລັດຕາມແຜນການທີ່ກຳນົດໄວ້.
ແຫຼ່ງຂໍ້ມູນ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ