ກອງປະຊຸມປຶກສາຫາລືກ່ຽວກັບການປະມູນໂຄງການກໍ່ສ້າງໂຮງຮຽນ ແລະ ກຳແພງອ້ອມໂຮງຮຽນບ້ານນໍ້າພາງ, ເມືອງທ່າໂທມ, ແຂວງໄຊສົມບູນ

           ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ເປີດກອງປະຊຸມປະມູນທາບທາມລາຄາມູນຄ່າໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ກຳແພງອ້ອມໂຮງຮຽນ ບ້ານນ້ຳພາງ, ເມືອງທ່າໂທມ, ແຂວງໄຊສົມບູນ ຂອງທືນພັດທະນາຊຸມຊົນເຂື່ອນໄຟຟ້ານ້ຳຊັນ 3ບີ ຈຳກັດ ໃນຕອນເຊົ້າ ວັນທີ 29 ຕຸລາ 2024 ຢູ່ທີ່ ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໂດຍການເປັນປະທານຂອງທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ມີ ທ່ານ ເຈົ້າເມືອງໆທ່າໂທມ, ຕາງໜ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ຕາງໜ້າບໍລິສັດຜູ້ພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນໂອກາດນີ້ ທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວຈຸດປະສົງ ແລະ ພ້ອມທັງກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການຮັບປະກັນໃຫ້ໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ກຳແພງອ້ອມໂຮງຮຽນ ບ້ານນ້ໍາພາງ ເມືອງທ່າໂທມ ແຂວງໄຊສົມບູນ ຂອງທືນພັດທະນາຊຸມຊົນ IPP ເຂື່ອນໄຟຟ້ານ້ຳຊັນ 3ບີ ຈຳກັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທີພາບປະສິດທີຜົນທ່ວງທັນຕາມກຳນົດເວລາ, ຖືກຕ້ອງຕາມລໍາດັບຂັ້ນຕອນ, ມະຕິຄໍາສັ່ງ ແລະ ລະບຽບຄຸ້ມຄອງການລົງທືນຢ່າງເຂັ້ມງວດ ພ້ອມກັນນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊສົມບູນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ການປະມູນໂຄງການ ແລະ ຄຸ້ມຄອງ, ຕີດຕາມກວດກາ ໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ກຳແພງອ້ອມໂຮງຮຽນ ບ້ານນ້ໍາພາງ ເມືອງທ່າໂທມ ແຂວງໄຊສົມບູນ ຂອງທືນພັດທະນາຊຸມຊົນເຂື່ອນໄຟຟ້ານ້ຳຊັນ 3ບີ ຈຳກັດ ສະບັບເລກທີ 1323/ຈຂ.ຊບ, ລົງວັນທີ 8 ຕຸລາ 2024 ພ້ອມດ້ວຍຜ່ານບົດແນະນຳກ່ຽວກັບການປະມູນທາບທາມລາຄາມູນຄ່າໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ກຳແພງອ້ອມໂຮງຮຽນ ບ້ານນ້ຳພາງ ເມືອງທ່າໂທມ ແຂວງໄຊສົມບູນ ຂອງທືນພັດທະນາຊຸມຊົນ IPPເຂື່ອນໄຟຟ້ານ້ຳຊັນ 3ບີ ຈຳກັດ ຕໍ່ກອງປະຊຸມຮັບຊາບ.

          ຫຼັງຈາກນັ້ນຄະນະກຳມະການ, ກອງເລຂາກໍໄດ້ພ້ອມກັນດຳເນີນການປະມູນ(ເປີດຊ່ອງປະມູນ)ໂຄງການດັ່ງກ່າວ ແລະ ສາມາດຄັດເລືອກ-ເລືອກເຟັ້ນໄດ້ບໍລິສັດທີມີມາດຖານເງື່ອນໄຂໃນການປະມູນທາບທາມຄົບຖ້ວນຄື: ບໍລິສັດ ແສງວົງຈິດ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໂຄງການດັ່ງກ່າວໃນມູນຄ່າທີຕົກລົງເຫັນດີເປັນເອກະພາບຂອງຄະນະກຳມະການເປັນມູນຄ່າໂຄງການ(ລາຄາກາງ) 5,459,760,575 ກີບ (ຫ້າຕຶສີ່ຮ້ອຍຫ້າສີບເກົ້າລ້ານເຈັດແສນຫົກສີບພັນຫ້າຮ້ອຍເຈັດສີບຫ້າກີບ).
          ໃນຕອນທ້າຍຂອງກອງປະຊຸມທ່ານ ບຸນທຽມ ໄຊສົງຄາມ ກຳມະການພັກແຂວງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ກັບບັນດາບໍລິສັດທີມີຄວາມສົນໃຈເຂົ້າຮ່ວມໃນການປະມູນໃນຄັ້ງນີ້ທີມີຄວາມສົນໃຈໃນການປະກອບສ່ວນໃນການສ້າງສາ-ພັດທະນາບ້ານ, ເມືອງ ກໍຄືແຂວງໄຊສົມບູນ ແລະ ບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງເມືອງ, ແຂວງທັງໝົດ ທັງນີ້ທ່ານກໍມີຄໍາເຫັນໂອ້ລົມວ່າ: ໃຫ້ບໍລິສັດທີຊະນະການປະມູນ ຕ້ອງກຳນົດເວລາຂອງການປະຕິບັດໂຄງການ ຕ້ອງປະຕິບັດໃຫ້ສໍາເລັດຕາມທີກໍານົດໄວ້ໃນສັນຍາພາຍໃນ 1 ປີໃຫ້ສຳເລັດ; ສົ່ງແຜນດຳເນີນງານຂອງໂຄງການໂດຍມີການກຳນົດວັນ, ເດືອນ, ປີ ແລະ ໜ້າວຽກທີຈະຕ້ອງປະຕິບັດ ເພື່ອສະດວກໃນການຕີດຕາມ ຂອງເຈົ້າຂອງໂຄງການ, ຄະນະກຳມະການ ແລະ ວິຊາການພາກສະໜາມ; ການກໍ່ສ້າງຕ້ອງປະຕິບັດຕາມທີກຳນົດໄວ້ໃນລາຍການຂອງໃບຄີດໄລ່ລາຄາຕາມ BOQ ໃຫ້ຄົບຖ້ວນ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.
ພາບ ແລະ ຂ່າວ: ພບ ໄຊສົມບູນ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506