ກອງປະຊຸມປຶກສາຫາລື ແລກປ່ຽນການຮ່ວມມືທາງດ້ານພະລັງງານລະຫວ່າງ ສປປ ລາວ – ອົດສະຕາລີ.

           ໃ​ນວັນທີ 18 ກໍລະກົດ 2022 , ທີ່ໂຮງແຮມເດີແກນຮ ເທີມີນໍ 21 ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນການຮ່ວມມືທາງດ້ານພະລັງງານລະຫວ່າງ ສປປ ລາວ – ອົດສະຕາລີ ໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ນ. ສັນຕິສຸກ ພິມພະຈັນ, ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ທ່ານ john dore ເອກະລັດຖະທູດອົດສະຕາລີ ປະຈໍາ ບາງກອກ ພ້ອມດ້ວຍບັນດາແຂກຈາກ ຂະແໜງການທີ່ກ່ຽວຂ້ອງ ແລະ ທີມງານສ່ຽວຊານມາຈາກ ອົດສະຕາລີ ເຂົ້າຮ່ວມຈໍານວນ 20 ກວ່າຄົນ.

          ກອງປະຊຸມແລກປ່ຽນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງຂອບເຂດພະລັງງານຂອງອົດສະຕຣາລີ ປະຈໍາ ສປປ ລາວ ທີ່ຜ່ານມາ ເພື່ອປຶກສາຫາລືກ່ຽວກັບບູລິມະສິດຂະແໜງພະລັງງານກັບກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ແລະ ຄົ້ນຄວ້າວິທີການທີ່ອົດສະຕຣາລີສາມາດສະໜັບສະໜູນເຂົ້າໃນຂົງເຂດພະລັງງານສະອາດ ແລະ ພະລັງງານທົດແທນ. ປະເທດ ອົດ​ສະ​ຕາ​ລີ ພວມ​ຜັນ​ຂະຫຍາຍ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ທີ່​ຈະ​ສະ​ເໜີ​ໂຄງການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ພະລັງງານ. ແຜນງານການຮ່ວມມືທີ່ສະເໜີມາແມ່ນຈະເນັ້ນໃສ່ບັນດາການເຄື່ອນໄຫວທີ່ມີຜົນກະທົບດ້ານຍຸດທະສາດຕໍ່ ສປປ ລາວ, ການຕອບສະໜອງຕໍ່ບຸລິມະສິດຂອງ ສປປ ລາວ ແລະ ສອດຄ່ອງກັບຄວາມຊ່ຽວຊານຂອງອົດສະຕາລີ ແລະ ມູນຄ່າເພີ່ມ. ພາກສ່ວນໜຶ່ງທີ່ສຳຄັນຂອງກິດຈະກຳທີ່ສະເໜີແມ່ນຈະເປັນການແລກປ່ຽນຄວາມຮູ້ ໂດຍເນັ້ນໃສ່ການດຶງດູດເອົາທຶນຈາກລັດຖະບານອົດສະຕຣາລີ ແລະ ສະຖາບັນການສຶກສາ ຄົ້ນຄວ້າ ທີ່ໄດ້ມີຄວາມສຳຄັນໃນການເຮັດໃຫ້ການຫັນປ່ຽນພະລັງງານຢູ່ໃນອົດສະຕາລີມາຊ່ວຍວຽກງານທາງດ້ານພະລັງງານສະອາດ ແລະ ພະລັງງານທົດແທນຢູ່ໃນ ສປປ ລາວ ໃນຕໍ່ໜ້າ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການຮ່ວມມື