ລັດວິສາຫະກິດໄຟຟ້າລາວ ສຳເລັດກອງປະຊຸມສຳມມະນາ ການດຳເນີນທຸລະກິດຂອງຕົນ

           ວັນທີ 10 ສິງຫາ 2022 ນີ້ຢູ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຈັດກອງປະຊຸມສຳມມະນາກ່ຽວກັບ ການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຕິດພັນກັບການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າ ພາຍໃນປະເທດ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທອງພັດ ອີນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ເເລະ ບໍ່ເເຮ່, ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອ ເເຫ່ງຊາດລາວ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ. ນອກຈາກນີ້ ຍັງມີພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມເປັນຕົ້ນ: ຫ້ອງການກະຊວງ, ບັນດາກົມ, ສະຖາບັນ ແລະ ລັດວິສາຫະກິດ ຂຶ້ນກັບກະຊວງ ພະລັງງານ ແລະ ບໍ່ແຮ່; ສະພາແຫ່ງຊາດ; ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງີນ, ກະຊວງຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ; ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ, ບໍລິສັດ PowerChina, ບໍລິສັດ China Southern Power Gird, ທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາານພັດທະນາລາວ (LDB), ທະນາຄານຮ່ວມພັດທະນາ (JDB).

           ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການສ້າງຄວາມເຂົ້າໃຈເພິ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ລັດວິສາຫະກິດໄຟຟ້າລາວ, ໂດຍສະເພາະການເຕີບໃຫຍ່ຂະຫຍາຍຕົວ ຂອງລະບົບໄຟຟ້າ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ, ລວມທັງອົງປະກອບການສະໜອງໄຟຟ້າ ໃຫ້ຜູ້ປະກອບການທົວປະເທດ ຕິດພັນກັບການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າພາຍໃນປະເທດ ໃຫ້ແກ່ພາກລັດ ແລະ ເອກະຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ກັບມາດຕະການ ແລະ ວິທີທາງແກ້ໄຂ ເພືີ່ອປະກອບສ່ວນເຂົ້າໃນການຍົກລະດັບການບໍລິການ, ກໍຄືແນວທາງການດໍາເນີນທູລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ ໃນຕໍ່ໜ້າໃຫ້ມີຄຸນນະພາບດີຂຶ້ນ ທັງເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ. 

          ລັດວິສາຫະກິດໄຟຟ້າລາວ ແມ່ນຫົວໜ່ວຍທຸລະກິດຂອງລັດ ໂດຍແມ່ນກະຊວງການເງິນ ຕາງໜ້າລັດຖະບານຖືຮຸ້ນ 100% ມີພາລະບົດບາດດ້ານການດໍາເນີນທຸລະກິດ ດ້ານການຜະລິດ, ການຄຸ້ມຄອງ, ການນໍາສົ່ງ, ການຈໍາໜ່າຍ, ການບໍລິການ ແລະ ການພັດທະນາພະລັງງານໄຟຟ້າ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ຕາມກົນໄກຕະຫລາດ ເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ປະຊາຊົນ ແລະ ຜູ້ຊົມໃຊ້ອື່ນ ພາຍໃນປະເທດ ແລະ ຕ່າງປະເທດ ດ້ວຍຄວາມວ່ອງໄວ, ພຽງພໍ-ໝັ້ນຄົງ ແລະ ທົ່ວເຖິງ. 

          ລະຫວ່າງປີ 1961-1980 ທົ່ວປະເທດມີເຂື່ອນໄຟຟ້າ ນໍ້າຕົກທັງໝົດ 4 ແຫ່ງ ລວມກໍາລັງຕິດຕັ້ງ 33,4 MW. ນອກຈາກນີ້, ຍັງມີໂຮງຈັກຜະລິດໄຟຟ້າດ້ວຍນໍ້າມັນ ທີ່ມີລະບົບຕາຂ່າຍສະໜອງໄຟຟ້າຢູ່ 5 ຕົວເມືອງໃຫຍ່ ລວມກຳລັງຕິດຕັ້ງ 18.500 KW, ສາມາດສະໜອງໄຟຟ້າໄດ້ 20.000 ຄົວເຮືອນ ຫຼືກວມເອົາພຽງແຕ່ 3% ຂອງ ຈໍານວນຄົວເຮືອນທົ່ວປະເທດ. ມາຮອດ ປີ 2000 ທົ່ວປະເທດມີເຂື່ອນໄຟຟ້ານໍ້າຕົກ ທັງໝົດ 7 ແຫ່ງ ທີ່ສະໜອງໄຟຟ້າໃຫ້ ຟຟລ ລວມກຳລັງຕິດຕັ້ງ ທັງໝົດ 267,5 MW, ສາມາດສະໜອງໄຟຟ້າໄດ້ 36% ຂອງ ຈຳນວນ ຄົວເຮືອນທົ່ວປະເທດ. ມາຮອດປັດຈຸບັນທົ່ວປະເທດ ມີແຫຼ່ງຜະລິດໄຟຟ້າ ທັງໝົດ 89 ແຫ່ງ ທີ່ສະໜອງໄຟຟ້າໃຫ້ ຟຟລ ລວມ ກໍາລັງຕິດຕັ້ງ ທັງໝົດ 4.537 MW, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ລະບົບສາຍສົ່ງ ໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວປະມານ 9.974 Km ວົງຈອນ, ມີກຳລັງຕິດຕັ້ງໝໍ້ແປງຫຼາຍກວ່າ 6.000 MVA, ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ແຮງດັນກາງ ແລະ ແຮງດັນຕໍ່າ ຍາວປະມານ 55.600 Km ວົງຈອນ, ມີໝໍ້ແປງຢູ່ ລະບົບຈຳໜ່າຍ 33,898 ໜ່ວຍ, ລວມ ກໍາລັງຕິດຕັ້ງ ຫຼາຍກວ່າ 5.600 MVA, ສາມາດສະໜອງກະແສໄຟຟ້າໄດ້ 100% ຂອງເທດສະບານແຂວງ/ນະຄອນຫຼວງ, 100% ຂອງເທດສະບານເມືອງ, ນະຄອນ; 93% ຂອງຈໍານວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95%. 

ພາບ: ວິລະຊາດ ສາຍອັດຕະປື
ຂ່າວ: ຄໍາແສງ ແກ້ວປະເສີດ