ປະຕິບັດຕາມແຜນລົງກວດກາ, ຕິດຕາມຄວາມປອດໄພຂອງເຂື່ອນ ປະຈຳປີ 2023, ລະຫວ່າງວັນທີ 28 ເດືອນ ມີນາ ຫາ 2 ກໍລະກົດ 2023 ນີ້, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ນຳພາທີມງານໂດຍ ທ່ານ ປອ. ພູໂຂງ ແສງວິໄລ ຮອງ ຫົວໜ້າກົມຄຸ້ມຄອງຄວາມປອດໄພ ອຸດສາຫະກໍາພະລັງງານ (ກປພ) ລົງຕິດຕາມກວດກາຄວາມປອດໄພໂຄງການເຂື່ອນໄຟຟ້າ ໃນໄລຍະດໍາເນີນງານ ຕາມແຜນກວດກາໂຄງການປະຈໍາປີ ຂອງໂຄງການເຂື່ອນໄຟຟ້າ ນໍ້າທາ 1, ແຂວງ ບໍ່ແກ້ວ ແລະ ເຂື່ອນໄຟຟ້ານໍ້າຂອງ ໄຊຍະບູລີ, ແຂວງໄຊຍະບູລີ.