ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ເປີດຂະບວນການ ຮັກຊາດ ແລະພັດທະນາ 5ປີ 2021-2025

          ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2024 ທີ່ຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳແສນ ພະສະແຫວງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ວຸດທິ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກພະນັກງານ. ມີບັນດາ ທ່ານ ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

           ທ່ານ ຄຳແສນ ພະສະແຫວງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ລາຍງານການຈັດຕັ້ງປະຕິບັດ ບັ້ນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ “ ຮັກຊາດ-ພັດທະນາ ” ຂອງພະແນກ ພບ ແຂວງ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ບາງຕອນ ທ່ານ ໄດ້ກ່າວ່າ: ໂດຍປະຕິບັດຕາມ ລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 011/ປປທ, ລົງວັນທີ 20 ມັງກອນ 2010 ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ທົ່ວປະເທດໃນໄລຍະໃໝ່; ເພື່ອຊຸກຍູ້ຂະບວນການແຂ່ງ ຂັນ“ຮັກຊາດ ແລະ ພັດທະນາ”ໃຫ້ແຂງແຮງເລິກເຊິ່ງ, ບົນພື້ນຖານຈຸດໝາຍລວມຂອງພັກ, ຂອງຊາດ ແລະ ບົນຈິດໃຈບຸກບືນ ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍໃນການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່. ຄະນະພັກ-ຄະນະພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໄດ້ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ເປັນວຽກງານໜຶ່ງທີ່ສໍາຄັນໃນການປະຕິບັດນະໂຍບາຍຂອງພັກຕໍ່ພະນັກງານ-ລັດຖະກອນພາຍໃນພະແນກ, ທັງເປັນສິ່ງກະຕຸກຊຸກຍູ້ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໃນແຕ່ລະໄລຍະ ຕາມ 8 ແຜນງານບຸລິມະສິດໃນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງເຊກອງ ໃຫ້ມີຜົນສໍາເລັດ, ຄະນະພັກຖືເອົາການຍ້ອງຍໍສັນລະເສີນເປັນຂີດໝາຍໃນການຮັບຮູ້ຜົນງານ, ຄຸນງາມຄວາມດີຂອງບຸກຄົນ ແລະ ກົມກອງລວມໝູ່ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ . ຕະຫຼອດໄລຍະຜ່ານມາ ຄະນະພັກ, ຄະນະພະແນກ,ຄະນະກໍາມະການແຂ່ງຂັນ-ຍ້ອງຍໍຂອງພະແນກກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາໂດຍກົງຕໍ່ກັບວຽກງານແຂ່ງຂັນ-ຍ້ອງຍໍ ໂດຍຕິດພັນກັບຄໍາຂວັນຂອງກອງປະຊຸມໄຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງທີ່ວ່າ (ພັດທະນາພະລັງງານ-ບໍ່ແຮ່ຕາມທິດຫັນເປັນອຸດສະພະກໍາ ແລະ ທັນສະໄໝ,ຂຸດຄົ້ນ ແລະ ນໍາໄຊ້ທ່າແຮງຊັບພະຍາກອນ ແລະ ທໍາມະຊາດໄຫ້ເຂັ້ມແຂງ,ຍູ້ແຮງການສະໜອງໄຟຟ້າຮັບໄຊ້ພາຍໃນໄຫ້ພຽງພໍ ແລະ ໝັ້ນຄົງ,ເຊື່ອມໂຍງ ແລະ ແລກປຽ່ນພະລັງງານກັບປະເທດເພື່ອນບ້ານ ແລະ ພາກພື້ນ,ພັດທະນາພະລັງງານ ແລະ ບໍ່ແຮ່ໄຫ້ໄປຕາມທິດຍືນຍົງ) ,ຍຸດທະສາດການພັດທະນາແຮ່ທາດຮອດປີ 2030 ຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຂະບວນການຕ່າງໆ ທີ່ ໄດ້ວາງກໍານົດແຜນສູ້ຊົນຂອງພະແນກ, ແລະ ອົງການຈັດຕັ້ງມະຫາຊົນ ກໍານົດອອກແຕ່ລະໄລຍະ.

           ຜ່ານມາໄດ້ຄົ້ນຄວ້າ-ພິຈາລະນາ ແລະປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ, ສາມາດໄດ້ຮັບຜົນງານ ໄລຍະ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ, ໄດ້ຜົນງານດັ່ງນີ້: ໄດ້ຮັບຫຼຽນໄຊແຮງງານຊັ້ນ I ,ມີ 1 ທ່ານ.ຫຼຽນໄຊແຮງງານຊັ້ນ III ,ມີ 3 ທ່ານ,ຫຼຽນກາແຮງງານ 13 ທ່ານ,ໃບຍ້ອງຍໍລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ 11 ທ່ານ,ໃບຊົມເຊີຍລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ 09 ທ່ານ. ຫຼັງຈາກນັ້ນ, ທ່ານ ຫົວໜ້າພະແນກ ກໍ່ໄດ້ສະເໜີຄາດໝາຍສູ້ຊົນໃນໄລຍະ 5 ປີ 2021-2025 ຕື່ມອີກ. ພາຍຫຼັງສໍາເລັດການລາຍງານຜົນການຕີລາຄາການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະພັດທະນາ ຈາກ ທ່ານ ຫົວໜ້າພະແນກແລ້ວ ຄະນະພັກ, ຄະນະນຳພະແນກ ກໍ່ໄດ້ພ້ອມກັນຈັບມື ແຂ່ງຂັນ ຢ່າງເປັນທາງການ.
           ຕອນທ້າຍຂອງກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ທ່ານ ປະທານກອງປະຊຸມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ ຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນພະແນກພະລັງງານ ແລະ ບໍ່ແຮ່ ແຂວງຍາດມາໄດ້ຕະຫຼອດໄລຍະ 5 ປີທີ່ຜ່ານມາ. ພ້ອມກັນນີ້, ທ່ານ ກໍ່ໄດ້ເນັ້ນນັກໃຫ້ສືບຕໍ່ຮັກສາມູນເຊື້ອທີ່ດີ ພ້ອມທັງແກ້ໄຂຂໍ້ຄົງຄ້າງໃຫ້ດີຂຶ້ນກວ່າເກົ່າ, ສ້າງ ແລະ ຍົກສູງບົດບາດການນຳພາຂອງວຽກງານພະລັງງານ ແລະບໍ່ແຮ່ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢູຸດຢັ້ງ.
ພາບ ແລະ ຂ່າວ: ພບ ແຂວງເຊກອງ
ຮຽບຮຽງ: ຄຳແສງ ແກ້ວປະເສີດ
ສາຍດ່ວນ: 1506