ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຈັດກອງປະຊຸມສະຫຼຸບຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນ

          ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນຢູ່ຫ້ອງວ່າການແຂວງ ໄຊສົມບູນ, ໂດຍໄດ້ຮັບກຽດເປັນເຂົ້າຮ່ວມປະທານຂອງທ່ານ ສຸກສະຫວາດ ວົງພູມເຫຼັກ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ທ່ານ ບຸນທຽມ ໄຊສົງຄາມ, ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ, ໃນນັ້ນມີຜູ້ເຂົ້າຮ່ວມຈາກຫ້ອງການ, ບັນດາກົມ, ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ ຈຳນວນ 50 ກວ່າທ່ານ.

          ກອງປະຊຸມໄດ້ຮັບຟັງການອ່ານຜ່ານບົດລາຍງານ ບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງພະແນກ ພະລັງງານ ແລະ ບໍ່ແຮ່, ໂດຍທ່ານ ພອນໄຊ ຕາໂນວັນ, ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ຕື່ມວ່າ:

          ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ແມ່ນພະແນກໜຶ່ງໃນລະບົບການຈັດຕັ້ງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ຊຶ່ງມີບົດບາດເປັນເສນາທິການຊ່ວຍວຽກງານໃຫ້ລັດຖະມົນຕີ ກະຊວງ, ເຈົ້າແຂວງໄຊສົມບູນ, ໃນການຄົ້ນຄວ້າ, ຕິດຕາມ, ກວດກາ, ວາງແຜນ ແລະ ຄຸ້ຄອງ ໂດຍເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 1 ຂອງຄະນະບໍລິຫານງານພັກແຂວງ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II 2020-2025 ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງພະແນກ ພະລັງງານ ແລະ ບໍ່ແຮ່ ເວົ້າລວມ, ເວົ້າສະເພາະ ແມ່ນສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ພະລັງງານ ແລະ ບໍ່ແຮ່ ທີ່ມະຕິສະພາປະຊາຊົນແຂວງຮັບຮອງປະຈຳປີ 2021 ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ຫຼາຍຄາດໝາຍທີ່ກຳນົດໄວ້ໄດ້ຮັບການຈັດຕັ້ງປະຕິບັດ, ພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງໄຊສົມບູນ ກໍ່ຄືກະຊວງ ພະລັງງານ ແລະ ບໍ່ແຮ່.

           ວຽກງານແນວຄິດການເມືອງ: ຄະນະພັກ-ຄະນະພະແນກ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ດ້ວຍການຈັດຕັ້ງ ເຜີຍແຜ່, ເຊື່ອມຊຶມ, ຮ່ຳຮຽນມະຕິຕ່າງໆ, ຂໍ້ກຳນົດ ແລະ ນະໂຍບາຍຕ່າງໆຂອງພັກ ແລະ ລັດຖະບານວາງອອກ ເຮັດໃຫ້ສະມາຊິກພັກ-ພະນັກງານ ມີຄວາມອຸ່ນອ່ຽງ-ທຸ່ນທ່ຽງ ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດຂັ້ນເທິ່ງວາງອອກ ຊຶ່ງມັນສະແດງອອກໃນຄວາມກະຕືລືລົ້ນ ຕໍ່ການເຄົາລົບການຈັດຕັ້ງ, ການປະຕິບັດວິຊາສະເພາະ ແລະ ສູ້ຊົນປະຕິບັດໜ້າທີ່ການເມືອງຂອງພະນັກງານລັດຖະກອນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດເປັນກ້າວໆ.

 ວຽກງານບໍລິຫານ, ຈັດຕັ້ງ ແລະ ກວດກາ:
 ສຳເລັດການປັບປຸງດ້ານກົງຈັກ ແລະ ດ້ານບຸກຄະລາກອນ ໂດບປັບປຸງຈາກ 6 ຂະແໜງ ມາເປັນ 5 ຂະແໜງ;
 ພະແນກ ພະລັງງານ ແລະ ບໍ່ແຮ່ ປະກອບດ້ວຍກົງຈັກການຈັດຕັ້ງມີ ຫົວໜ້າພະແນກ 1 ທ່ານ, ຮອງພະແນກ 2 ທ່ານ, ຫົວໜ້າຂະແໜງ 3 ທ່ານ, ຍິງ 1 ທ່ານ, ຮັກສາການຫົວໜ້າຂະແໜງ 1 ທ່ານ, ຮອຂະແໜງ 7 ທ່ານ, ພະແນກມີພະນັກງານລັດຖະກອນທັງໝົດ 35 ທ່ານ, ຍິງ 6 ທ່ານ ແລະ ຂັ້ນເມືອງມີ 32 ທ່ານ, ຍິງ 3 ທ່ານ.

 ດ້ານວິຊາສະເພາະ: ໄດ້ຕິດຕາມ ແລະ ຊຸກຍູ້ ໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ ທີ່ໄດ້ຜະລິດຢ່າງເປັນທາງການ ຢູ່ພາຍໃນແຂວງ ລວມມີ 8 ໂຄງການຄື້: ເຂື່ອນໄຟຟ້ານ້ຳເລິກ, ນ້ຳໄຜ່, ນ້ຳຊັນ 3B, ນ້ຳງື່ມ 2, ນ້ຳຈຽນ(ນ້ຳແຈ), ນ້ຳຜາໃຫຍ່, ນ້ຳກາບ ແລະ ນ້ຳແຈ 1;
 ໂຄງການທີ່ເຊັນສັນຍາສຳປະທານ CA ມີ 8 ໂຄງການຄື: ນ້ຳງື່ມ 3, ນ້ຳທອງ 1, ນ້ຳທອງ 2, ນ້ຳເມືອຍ 1, ນ້ຳເມືອຍ 2, ນ້ຳງຽບ 2A, ນໍ້າຕ່າຍ ແລະ ນໍ້າເຜືອກ;
 ໂຄງການທີ່ກຳລັງສຶກສາ ແລະ ສະຫຼວດ PDA ແລະ MOU ມີ 6 ໂຄງການຄື: ນໍ້າບາກ 1, ນໍ້າບາກ 2, ນໍ້າພວນ, ນໍ້າຄູນ, ນໍ້າເຜືອກຕອນເທິງ ແລະ ພະລັງງານໄຟຟ້າແສງຕາເວັນ;

 ວຽກງານຄຸມຄອງ, ສົ່ງເສີມ-ປະຢັດພະລັງງານ ແລະ ຄວາມປອໄພອຸສາຫະກຳພະລັງງານ:
 ໂຄງການກໍ່ສ້າງແລວຕາຂ່າຍໄຟຟ້າແຮງການ 22 kV ແລະ ແຮງຕໍ່າ 0,4 kV ແລະ ຕິດຕັ້ງໝໍ້ແປງແຕ່ສະຖານີທົ່ງຄູນ ຫາ ເທດສະບານ ເມືອງ ອານຸວົງ; ຄວາມຄືບໜ້າ 66,67%;
 ໂຄງການກໍ່ສ້າງຕາຂ່າຍໄຟຟ້າແຮງການ 22 kV ແລະ ແຮງຕໍ່າ 0,4 kV ແລະ ຕິດຕັ້ງໝໍ້ແປງ ຈາກບ້ານຜາສະຫງົບ ຫາ ບ້ານວຽງທອງ ເມືອງ ທ່າໂທມ, ຄວາມຄືບໜ້າ 36,69%;
 ໄດ້ຕໍ່ອານຸຍາດ ໃຫ້ບັນດາບໍລິສັດທີ່ມາເຄື່ອນໄຫວດຳເນີນກິດຈະການໄຟຟ້າ ຈຳນວນ 8 ບໍລິສັດ;
 ສຳເລັດການຍົກຍ້າຍຕາຂ່າຍໄຟຟ້າທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງ 5B ແຕ່ສາມແຍກຂົວນ້ຳຍອນ ຫາ ຂົວນ້ຳງື່ມ 3;
 ສຳເລັດການຍົກຍ້າຍຕາຂ່າຍໄຟຟ້າທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງ 5B ແຕ່ບ້ານນາໄຊສະຫວ່າງ ຫາ ເຂື່ອນໄຟຟ້ານ້ຳໄຜ່, ເມືອງລ້ອງແຈ້ງ;
 ຢູ່ໃນແຂວງມີສະຖານີທັງໝົດ 2 ແຫ່ງຄື: ສະຖານີ 230 ກວ/115 ກວ/22 ກວ ແລະ ສະຖານີ 115 ກວ/22 ກວ

ທົ່ວແຂວງໄຊສົມບູນປະກອບມີ 5 ເມືອງໄດ້ຊົມໃຊ້ໄຟຟ້າແລ້ວ 5 ເມືອງ ເທົ່າກັບ 100%, ມີຈຳນວນບ້ານ 89 ບ້ານໄດ້ຊົມໃຊ້ໄຟຟ້າແລ້ວ 89 ບ້ານ ເທົ່າກັບ 100%, ມີຄອບຄົວຈໍານວນ 15.423 ຄອບຄົວ ໄດ້ຊົມໃຊ້ໄຟຟ້າ 15.203 ຄອບຄົວ ເທົ່າກັບ 98,57%(ທຽບໃສ່ປີຜ່ານມາ ເພີ້ມຂື້ນ 99 ຄອບຄົວ ເທົ່າກັບ ເທົ່າກັບ 0,67%,).

 ວຽກງານທໍລະນີສາດ ແລະ ແຮ່ທາດ:
 ໂຄງການທີ່ເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອການຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກແຮ່ທາດ ຢູ່ແຂວງໄຊສົມບູນ ມີຈຳນວນ 2 ໂຄງການຄື: ບໍລິສັດ ຄໍາຮຸ່ງ ມິເນີໂລ ຈໍາກັດ ແລະ ບໍລິສັດ ວຽງວອນ ສໍາຫຼວດຂຸດຄົ້ນບໍ່ແຮ່ ຈຳກັດຜູ້ດຽວ
ສາມາດຊຸກຍູ້ບັນດາບໍລິສັດທີ່ໄດ້ລົງເກັບກໍາຂໍ້ມູນເບື້ອງຕົ້ນໄດ້ເຊັດບົດບັນທືກຄວາມ ເຂົ້າໃຈ (MOU) ຈໍານວນ 05 ບໍລິສັດຄື:
 ບໍລິສັດ ສຸກຈະເລີນ ມາຍນີ້ງ ຈໍາກັດຜູ້ດຽວ ຢູ່ເຂດບ້ານຫນອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນ ເນື້ອທີ່ 34,56 ກມ2;
 ບໍລິສັດ ລິສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ເຂດບ້ານຫນອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນເນື້ອທີ່ 24 ກມ2;
 ບໍລິສັດ ເຊີນໂຈຢົງຊີ່ງສາງຊີນ ບໍ່ແຮ່ ຈໍາກັດ ຢູ່ເຂດບ້ານທົ່ງຮັກ, ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມ ບູນໃນເນື້ອທີ່ 33,92 ກມ2;
 ບໍລິສັດ ພູແຮ່ ມາຍນີ້ງ ຈໍາກັດຜູ້ດຽວ ຢູ່ເຂດບ້ານທົ່ງຮັກ, ບ້ານທົ່ງຄູນ ແລະ ບ້ານອ່າວໃຕ້ ເມືອງອະນຸວົງ,
ບ້ານ ນໍ້າຄຽນ ເມືອງຮົມ ແລະ ເມືອງລ້ອງຊານ ແຂວງໄຊສົມບູນ ໃນເນື້ອທີ່ 85,68 ກມ2;
 ບໍລິສັດ ໄຊສົມບູນ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ ຢູ່ເຂດລ້ອງແຈ້ງ, ບ້ານຊໍາທອງ ເມືອງລ້ອງແຈ້ງ ແຂວງໄຊ ສົມບູນ ໃນເນື້ອທີ່ 98,4 ກມ2
 ລົງປັກຫຼັກຫມາຍເຂດສໍາປະທານຊອກຄົ້ນ-ສໍາຫຼວດແຮ່ 03 ບໍລິສັດຄື:
 ບໍລິສັດ ບຸບຜາ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ ຢູ່ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ ໃນ ເນື້ອທີ່ 8 ກມ2
 ບໍລິສັດ ເຊີນໂຈຢົງຊີ່ງສາງຊີນ ບໍ່ແຮ່ ຈໍາກັດ ຢູ່ເຂດບ້ານທົ່ງຮັກ, ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊ ສົມບູນໃນເນື້ອທີ່ 33,92 ກມ2;
 ບໍລິສັດ ສຸກຈະເລີນ ມາຍນີ້ງ ຈໍາກັດຜູ້ດຽວ ເຂດບ້ານ ຫນອງພູນໄຊ ເມືອງ ລ້ອງແຈ້ງ ແຂວງ ໄຊສົມບູນ ໃນ ເນື້ອທີ່ 34,56 ກມ2.

ໃນໄລຍະ 1 ປີ ຜ່ານມາ ໄດ້ຕິດຕາມ ແລະ ຊຸກຍູ້ໂຄງການພັດທະນາຊຸມຊົນທົ່ວແຂວງໄຊສົມບູນມີ 4 ບໍລິສັດ 5 ໂຄງການຄື:
 ໂຄງການກໍ່ສ້າງນໍ້າລິນ ບ້ານໜອງພູໄຊ, ເມືອງລ້ອງແຈ້ງ;
 ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ຈຸດ 3 ແຍກປ້າຍເຂື່ອນໄຟຟ້ານໍ້າໄຜ່ ທາງຫຼວງແຫ່ງຊາດ 5B ຫາ ບ້ານໜອງພູນໄຊ ຄວາມຍາວ 11.884 ແມັດ, ເມືອງລ້ອງແຈ້ງ;
 ໂຄງການສ້າງວັດ ບ້ານໜອງພູນໄຊ, ເມືອງລ້ອງແຈ້ງ;
 ໂຄງການສ້າງໂຮງຮຽນປະຖົມ 6 ຫ້ອງ, ຈຸດຈັດສັນພູຫີນແຫ່ ກຸ່ມປາກຍອງ, ເມືອງທ່າໂທມ ແລະ ເຂດຈັດສັນພູງູ, ບ້ານຫ້ວຍຊາຍ, ເມືອງຫົ່ມ ຈຳນວນ 2 ຫຼັງ.

 ວຽກງານຄຸ້ມຄອງບໍ່ແຮ່
ພາຍໃນສິບເດືອນຜ່ານມາປີ 2022 ວຽກງານການຄຸ້ມຄອງບໍ່ແຮ່ ແມ່ນໄດ້ຕິດຕາມ, ກວດກາ ແລະ ສົ່ງເສີມ ການຂຸດຄົ້ນ, ປຸງແຕ່ງ ແລະ ຈໍາຫນ່າຍແຮ່ທາດ ຂອງບັນດາບໍລິສັດ ທີ່ໄດ້ດໍາເນີນກິດຈະການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃນຂອບເຂດທົ່ວແຂວງໄຊສົມບູນ ຢ່າງເປັນປົກກະຕິ, ໃນນັ້ນ: ມີທັງໂຄງການທີ່ໄດ້ຮັບອະນຸຍາດຈາກສູນກາງ, ແຂວງ ແລະ ເມືອງ ມີລາຍລະອຽດດັ່ງລຸ່ມນີ້:
❖ ການຈັດຕັ້ງປະຕິບັດມະຕິສະພາປະຊາຊົນແຂວງໄຊສົມບູນປະຈໍາປີ 2021
ໂຄງການກໍ່ສ້າງທີ່ນໍາໃຊ້ເງິນພັດທະນາສັງຄົມຂະແຫນງບໍ່ແຮ່ ຂອງບໍລິສັດພູເບ້ຍມາຍນິ້ງ ຈໍາກັດ ເຊັນສັນຍາ ສໍາເລັດແລ້ວ 10 ໂຄງການ ຍັງ 2 ໂຄງການ (ແຜນປີ 12 ໂຄງການ) ຄື:
 ໂຄງການ ຊົນລະປະທານ ນໍ້າແດງ ບ້ານ ນໍ້າໂມ້,
 ໂຄງການ ປັບປຸງໂຮງຮຽນອະນຸບານ ບ້ານ ນໍ້າຍອນ,
 ໂຄງການ ກໍ່ສ້າງຫ້ອງນໍ້າ ໂຮງຮຽນມັດທະຍົມ ບ້ານ ນໍ້າໂມ້,
 ໂຄງການ ປັບປຸງໂຮງຮຽນປະຖົມ ບ້ານ ນໍ້າຍອນ,
 ໂຄງການ ກໍ່ສ້າງ ທາງປູຢາງຂຶ້ນໂຮງຮຽນປະຖົມ ບ້ານ ນໍ້າຍອນ,
 ໂຄງການ ກໍ່ສ້າງໂຮງຫມໍຊຸມຊົນຂະຫນາດນ້ອຍຫຼັງໃຫມ່ ບ້ານນໍ້າໂມ້,
 ໂຄງການ ປັບປຸງຫໍພັກຄູ ບ້ານ ນໍ້າຍອນ,
 ໂຄງການ ກໍ່ສ້າງເພີ່ມຫ້ອງຮຽນ 4 ຫ້ອງ ຢູ່ ໂຮງຮຽນປະຖົມ ບ້ານ ນໍ້າຍອນ,
 ໂຄງການກໍ່ສ້າງຫໍພັກຄູ ບ້ານນາໄຊສະຫວ່າງ,
 ໂຄງການກໍ່ສ້າງຕະຫຼາດສົດ ບ້ານ ນໍ້າໂມ້;
 2 ໂຄງການຍັງບໍ່ໄດ້ປະຕິບັດຄື: ໂຄງການຫໍປະຊຸມ ແລະ ເດີ່ນກິລາອະແນກປະສົງ ໂຮງຮຽນມັດທະຍົມສົມບູນ ບ້ານ ນໍ້າໂມ້ ແລະ ໂຄງການກໍ່ສ້າງ ຂົວອູ່ ບ້ານ ນາໄຊສະຫວ່າງ.
 ໂຄງການກໍ່ສ້າງສະໂມສອນ, ຫ້ອງການບ້ານ ແລະ ຫ້ອງນໍ້າ ຢູ່ບ້ານນໍ້ຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທີ່ນໍາໃຊ້ເງິນພັດທະນາສັງຄົມທ້ອງຖິ່ນ ຂອງອຸດສາຫະກໍາບໍ່ແຮ່ ສໍາເລັດ 100%.
 ໂຄງການກໍ່ສ້າງສະໂມສອນ, ຫ້ອງການບ້ານ ແລະ ຫ້ອງນໍ້າ ຢູ່ບ້ານນໍ້ຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທີ່ນໍາໃຊ້ເງິນພັດທະນາສັງຄົມທ້ອງຖິ່ນ ຂອງອຸດສາຫະກໍາບໍ່ແຮ່ ສໍາເລັດ 100%; 

ໂຄງການຂຸດຄົ້ນແຮ່ຫີນກວັສ (ບໍລິສັດລາວກ້າວໄກສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ຈໍາກັດ) ໃນຫນຶ່ງປີຜ່ານມາ ໂຄງການຂຸດຄົ້ນແຮ່ກວັສ ໄດ້ຂົນສົ່ງແຮ່ກວັສອອກ 234 ຖ່ຽວ ນໍ້າຫນັກແຮ່ລວມທັງຫມົດ 10.435,85ໂຕນ (ສິບພັນສີ່ຮ້ອຍສາມສິບຫ້າຈຸດແປດສິບຫ້າ ໂຕນ). ເປັນຕົ້ນ
ຫຼັງຈາກການອ່ານຜ່ານຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ແລ້ວນັ້ນ, ຫ້ອງການ ກະຊວງ, ບັນດາກົມ, ເມືອງ ແລະ ພບ ເມືອງ ກໍ່ໄດ້ ສືບຕໍ່ປະກອບຄຳເຫັນ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ກອງປະຊຸມຮັບຊາບ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນຕອນທ້າຍ ທ່ານ ຮອງເຈົ້າແຂວງ ກໍ່ໄດ້ໃຫ້ຄຳເຫັນວ່າ: ສະແດງຄວາມຊົມເຊີຍຕໍ່ຜົນງານ ຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ໄຊສົມບູນ ທີ່ຍາດມາໄດ້ ແລະ ໃຫ້ສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ກໍ່ຄືການຊຸກຍູ້-ສົ່ງເສີມ ບັນດາຫົວໜ່ວຍທຸລະກິດ ພາຍໃນແຂວງໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນການ ຕື່ມອີກ.

ພາບ: ສົມສະນຸກ
ຂ່າວ: ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ