
ວັນທີ 15 ທັນວາ 2023 ທີ່ແຂວງ ໄຊສົມບູນ ບໍລິສັດ ພູເບ້ຍ ມາຍນີງ ຈັດພິທີມອບ-ຮັບ 10 ໂຄງລ່າງພື້ນຖານໃຫ້ປະຊາຊົນບ້ານ ນໍ້າໂມ້, ນໍ້າຍອນ, ນາໄຊສະຫວ່າງ ແຂວງ ໄຊສົມບູນ ສະໜັບສະໜູນໂດຍທຶນພັດທະນາຊຸມຊົນຂອງ ບໍລິສັດ ພູເບ້ຍ ມາຍນີ້ງ.
ບໍລິສັດ ພູເບ້ຍ ມາຍນີ້ງ ພູເບ້ຍ ມາຍນີງ ໄດ້ດຳເນີນງານຢູ່ ແຂວງ ໄຊສົມບູນ, ສປປ ລາວ ນັບຕັ້ງແຕ່ ປີ 2005 ເປັນຕົ້ນມາ. ຄຽງຄູ່ກັນນັ້ນ, ບໍລິສັດ ພູເບ້ຍ ມາຍນີ້ງ ຍັງໄດ້ຈັດຕັ້ງປະຕິບັດທຶນພັດທະນາຊຸມຊົນ (CDF) ໃນໄລຍະລະຫວ່າງດຽວກັນ. ໃນຖານະທີ່ເປັນຜູ້ປະກອບສ່ວນຫຼັກໃນການພັດທະນາເສດຖະກິດໃນພາກພື້ນ, ບໍລິສັດ ພູເບ້ຍ ມາຍນີ້ງ ເຮັດວຽກຮ່ວມກັບລັດຖະບານລາວຂັ້ນທ້ອງຖິ່ນ, ໃນພາກພື້ນ ແລະ ໃນລະດັບຊາດ ເພື່ອພັດທະນາ ແລະ ປັບປຸງມາດຕະຖານການດຳລົງຊີວິດໃຫ້ແກ່ບັນດາຊຸມຊົນເຈົ້າພາບຢູ່ແຂວງ ໄຊສົມບູນ ໃນຂະນະດຽວກັນກໍ່ສ້າງໂອກາດຕ່າງໆແບບຍືນຍົງສຳລັບອະນາຄົດ. ແຜນລິເລີ່ມເຫຼົ່ານີ້ ຖືກກຳນົດມາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ ສປປ ລາວ.

ທຶນພັດທະນາຊຸມຊົນ ກວມເອົາ 6 ຂະແໜງການສຳຄັນ ໂດຍມີ 436 ໂຄງການ ທີ່ປະຕິບັດສຳເລັດໃນລະຫວ່າງປີ 2005 ຫາ 2022 ດັ່ງນີ້: ຂະແໜງການ ແລະ ຂົງເຂດ ໂຄງການທີ່ສຳເລັດທັງໝົດມີ: ກະສິກຳ ແລະ ຊີວິດການເປັນຢູ່ຍືນຍົງ 115 ໂຄງການ, ການພັດທະນາສືກສາ 99 ໂຄງການ, ສາທາລະນະສຸກ, ນໍ້າສະອາດ ແລະ ສຸຂະອະນະໄມ 83 ໂຄງການ, ພື້ນຖານໂຄງລ່າງຊຸມຊົນ 57 ໂຄງການ, ການເຂົ້າເຖິງແຫຼ່ງທຶນ ແລະ ການພັດທະນາທຸລະກິດຂະໜາດນ້ອຍ 51 ໂຄງການ, ສ້າງຂີດຄວາມສາມາດໃຫ້ອົງການຈັດຕັ້ງທ້ອງຖິ່ນ 31 ໂຄງການ.

ບໍລິສັດ ພູເບ້ຍ ມາຍນີງ ພູເບ້ຍ ມາຍນີ້ງ ໄດ້ໃຊ້ຈ່າຍ 5.4 ລ້ານໂດລາສະຫະລັດ ເຂົ້າໃນແຜນງານຕ່າງໆຂອງທຶນພັດທະນາຊຸມຊົນນັບຕັ້ງແຕ່ປີ 2005 ເປັນຕົ້ນມາ.
ນັບແຕ່ປີ 2011 ຫາ 2013, ບໍລິສັດ ພູເບ້ຍ ມາຍນີ້ງ ພູເບ້ຍ ມາຍນີງ ຊະນະເລີດລາງວັນຕ່າງໆທັງໃນລະດັບຊາດ ແລະ ໃນພາກພື້ນດັ່ງນີ້:
– ລາງວັນດີເດ່ນດ້ານແຜນລິເລີ່ມການພັດທະນາຊຸມຊົນ, ກອງປະຊຸມໃຫ່ຍປະຈຳປີດ້ານບໍ່ແຮ່ເອເຊຍຄັ້ງທີສາມ, ສິງກະໂປ (ມີນາ 2010).
– ລາງວັນດີເດ່ນດ້ານແຜນລິເລີ່ມການພັດທະນາຊຸມຊົນ, ບໍ່ແຮ່ໂລກປະຈຳປີ ຄັ້ງທີສີ່, ສິງກະໂປ (ທັນວາ 2011)
– ຫຼຽນໄຊແຮງງານຈາກປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການພັດທະນາຊຸມຊົນໃນຊົນນະບົດ, ລາວ (ທັນວາ 2011).
– ລາງວັນການພັດທະນາແບບຢືນຍົງ ຢູ່ທີ່ກອງປະຊຸມໃຫ່ຍດ້ານບໍ່ແຮ່ເອເຊຍ, ສິງກະໂປ (ມີນາ 2013).
ບໍລິສັດ ພູເບ້ຍ ມາຍນິງ ກຳລັງເຮັດວຽກຢ່າງໃກ້ສິດກັບລັດຖະບານແຫ່ງ ສປປ ລາວ ເພື່ອເພີ່ມງົບປະມານທຶນພັດທະນາຊຸມຊົນປະຈຳປີ. ເຊິ່ງໃນນີ້ຈະສືບຕໍ່ສະໜັບສະໜູນການພັດທະນາໃຫ້ບັນດາຊຸມຊົນ ແລະ ແຜນລິເລີ່ມ CDF ຢູ່ ແຂວງ ໄຊສົມບູນ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ
ຮຽບຮຽງ: ຄຳແສງແກ້ວປະເສີດ
ແຫຼ່ງຂໍ້ມູນ: ບໍລິສັດ ພູເບ້ຍ ມາຍນິງ
Website: www.mem.gov.la
ສາຍດ່ວນ:1506