
ທີ່ຫ້ອງປະຊຸມຂອງພະແນກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ສະຫວັນນະເຂດ, ໃນວັນທີ 9 ສິງຫາ 2024 ໄດ້ມີພິ ທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃຫ້ແກ່ 3 ໜ່ວຍພັກທີ່ຂຶ້ນ ກັບຮາກຖານພັກພະແນກ ພບ ແຂວງ, ພ້ອມນັ້ນໃນພິທີຄັ້ງ ນີ້ຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງຮອງເລຂາຄະນະພັກຮາກຖານ, ກຳມະການຄະນະພັກຮາຖານ, ການສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງ ຄະນະຫນ່ວຍ ພັກທັງ 3 ໜ່ວຍທີ່ຂຶ້ນກັບຮາກຖານພັກພະແນກພະລັງງານ ແລະ ບໍ່ແຮ່ ແຂວງ. ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມຄັ້ງນີ້ ໂດຍ ມີສະຫາຍພູວັງ ແກ້ວແກ້ວພົມພອນ ຮອງເລຂາຄະນະບໍລິຫານງານພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັງານ ແລະອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ສະຫາຍ ບຸນລ້ວນ ລີໄຊຍະລາດ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ພບ ແຂວງ, ມີສະຫາຍທີ່ເປັນຕົວແທນຈາກຄະນະຈັດຕັ້ງແຂວງ, ຈາກຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂື້ນກັບຮາກຖານພະແນກ, ຄະນະພັກຮາກຖານອ້ອມຂ້າງມີ່ຖືກເຊື້ອເຊີນໃນນາມແຂກ, ສະມາຊິກພັກສົມບູນ, ສຳຮອງ ແລະ ພະນັກວິຊາການຫຼັກແຫຼ່ງ ພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.





